Homeຂ່າວພາຍ​ໃນລາຍຊື່ ສສຂ ເຂດເລືອກຕັ້ງທີ I ນະຄອນຫລວງວຽງຈັນ ອອກແລ້ວ ສ່ວນລາຍຊື່ ສສຊ ຮູ້ໃນໄວໆນີ້

ລາຍຊື່ ສສຂ ເຂດເລືອກຕັ້ງທີ I ນະຄອນຫລວງວຽງຈັນ ອອກແລ້ວ ສ່ວນລາຍຊື່ ສສຊ ຮູ້ໃນໄວໆນີ້

Published on

ລາຍຊື່ ສສຂ ເຂດເລືອກຕັ້ງທີ I ນະຄອນຫລວງວຽງຈັນ, ສ່ວນລາຍຊື່ ສສຊ ຮູ້ໃນໄວໆນີ້

ທ່ານ ສີຫຸນ ສິດທິລືໄຊ ຮອງປະທານຄະນະກໍາມະການເລືອກຕັ້ງນະຄອນຫລວງວຽງຈັນ, ໄດ້ຖະແຫລງຕໍ່ສື່ມວນຊົນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ເຂດເລືອກຕັ້ງທີ I ນະຄອນຫລວງວຽງຈັນ, ຫລັງຈາກປິດຫີບເລືອກຕັ້ງໃນເວລາ 17:00 ໂມງຂອງວັນທີ 20 ມີນາ 2016

ຜ່ານມາວ່າ: ພາຍຫລັງຄະນະກໍາມະການນັບຄະແນນສຽງໃນໜ່ວຍເລືອກຕັ້ງທັງໝົດ 9 ຕົວເມືອງເຫັນວ່າມີມວນຊົນຊາວນະຄອນຫລວງວຽງຈັນມາໃຊ້ສິດປ່ອນບັດເລືອກຕັ້ງຄັ້ງນີ້ທັງໝົດ 528.339 ຄົນ, ຍິງ 269.592 ຄົນເທົ່າກັບ 99% ຂອງຈໍານວນຜູ້ມີສິດປ່ອນບັດທັງໝົດ 534.532 ຄົນ, ຍິງ 272.519 ຄົນ, ຂະນະທີ່ການເລືອກຕັ້ງແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ຖືກ ຕ້ອງຕາມຫລັກການ ແລະ ມີຄວາມເປັນລະບຽບຮຽບຮ້ອຍປອດໄພດີ ແລະ ສໍາລັບຜູ້ໄດ້ຮັບເລືອກເປັນສະມາຊິກສະພາປະຊາຊົນຂັ້ນນະຄອນຫລວງ ໃນ 9 ຕົວເມືອງເລືອກເອົາຈໍານວນ 18 ທ່ານປະກອບມີ:

ເມືອງຈັນທະບູລີ

ທ່ານ ຈັນທອນ ລັດຖະຈັກ ແລະ ທ່ານ ນາງ ໄຊພອນ ນັນທະພອນ

ເມືອງສີໂຄດຕະບອງ

ທ່ານ ນາງ ສົມພຽນ ວົງໄຊ ແລະ ທ່ານພັນໂທ ຈັນທະລາ ອຸດົມສຸກ

ເມືອງ ໄຊເສດຖາ

ທ່ານ ບຸນປິງ ປັນຍາຈິດ ແລະ ທ່ານ ວິໄລສານ ພົມມີໄຊ

ເມືອງ ສີສັດຕະນາກ

ທ່ານ ອຸດອນ ໄຊມຸນຕີ ແລະ ທ່ານນາງ ຄໍາແຫວນ ສິງບັນດິດ

ເມືອງ ນາຊາຍທອງ

ທ່ານ ສາລະພິດ ສູນວໍລະວົງ ແລະ ທ່ານນາງ ນາລີ ຂັນທະລັກ

ເມືອງ ໄຊທານີ

ທ່ານ ບົວລີ ແກ້ວມະນີວັນ ແລະ ທ່ານນາງ ດຣ ບົວວອນ ສຸກລາແສງ

ເມືອງ ຫາດຊາຍຟອງ

ທ່ານ ສຸກສະຫວັນ ບຸດຕະວົງ ແລະ ທ່ານ ທອງສະຫວັນ ມີບຸນ

ເມືອງ ສັງທອງ

ທ່ານ ສີສຸພັນ ບຸນສະເໝີ ແລະ ທ່ານ ແສງສຸວັນ ຈັນທະລຸນນະວົງ

ເມືອງ ປາກງື່ມ

ທ່ານນາງ ອາມິດຕາ ສີປະມວນ ແລະ ທ່ານ ທົດສະກັດ ໄກສອນເພັດ

ສ່ວນຜູ້ຈະໄດ້ຮັບການເລືອກເປັນສະມາຊິກສະພາແຫ່ງຊາດຊຸດທີ VIII ນັ້ນແມ່ນພວມຢູ່ໃນການນັບຄະແນນ ແລະ ສັງລວມຄະແນນສຽງຂອງຄະນະກໍາມະການເລືອກຕັ້ງລະດັບຊາດ, ໂດຍຄາດວ່າຈະສໍາເລັດລົງໃນໄວໆນີ້.

 

ແຫລ່ງຂ່າວຈາກ: ໜັງສືພິມ ລາວພັດທະນາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...