spot_img
Homeຂ່າວທ້ອງຖິ່ນ15 ປີ ມີ​ການ​ລົງ­ທຶນ​ພາກ​ເອ­ກະ​ຊົນ ຢູ່​ອັດ​ຕະ​ປື 59 ໂຄງ­ການ

15 ປີ ມີ​ການ​ລົງ­ທຶນ​ພາກ​ເອ­ກະ​ຊົນ ຢູ່​ອັດ​ຕະ​ປື 59 ໂຄງ­ການ

Published on

   ແຂວງ​ອັດ​ຕະ​ປື ເປັນ​ອີກ​ແຂວງ​ໜຶ່ງ​ທີ່​ນອນ​ໃນ​ບັນດາ​ສີ່​ແຂວງ​ພາກ​ໃຕ້​ຂອງ​ລາວຊຶ່ງ​ມີ​ການ​ພັດ­ທະ­ນາ​ທາງ       ດ້ານ​ເສດ­ຖະ­ກິດ-ສັງ­ຄົມ​ຢ່າງ​ໄວແລະ​ມີ​ລັກ­ສະ­ນະ​ກະ­ໂດດຂັ້ນ​ການ​ດຳ­ລົງ​ຊີວິດ​ຂອງ​ປະ­ຊາ­ຊົນມີ​ຄວາມ​ເຂັ້ມ­ແຂງແລະ​ດີ​ຂຶ້ນ​ເທື່ອ​ລະກ້າວ​ໃນ​ໄລ­ຍະ​ປີ ຜ່ານ​ມາ​ນີ້​ສະ­ເພາະການ​ລົງ­ທຶນ​ຂອງພາກ​ເອ­ກະ​ຊົນ 59 ໂຄງ­ການ​ລວມ​ມູນ​ຄ່າ​ເກືອບ 2 ຕື້​ໂດ​ລາ​ສະ­ຫະ­ລັດ.

   ຕາມ​ການ​ໃຫ້​ສຳ­ພາດ​ຂອງ​ທ່ານ ສຸ​ລິ​ຈັນ ພອນ​ແກ້ວ ຫົວໜ້າ​ພະ​ແນກ​ແຜນ­ການ ແລະ​ການ​ລົງ­ທຶນແຂວງ​ອັດ​ຕະ​ປື ເມື່ອ​ບໍ່​ດົນ​ມາ​ນີ້​ຮູ້​ວ່າ: ຈາກ​ລະ­ບົບ​ການ­ເມືອງ​ໄດ້​ມີ​ການ​ປັບ­ປຸງ, ເສີມ​ຂະ­ຫຍາຍ ແລະ​ກໍ່­ສ້າງ​ໃຫ້​ມີ​ຄວາມ ເຂັ້ມ­ແຂງ​ຂຶ້ນ​ເປັນ​ກ້າວໆ, ການ​ຄຸ້ມ​ຄອງ ລັດ-ຄຸ້ມ​ຄອງ​ສັງ­ຄົມ​ໄດ້​ມີ​ການ​ຫັນ­ປ່ຽນຢ່າງ​ຕັ້ງ­ໜ້າ​ເຂົ້າ​ສູ່​ລະ­ບົບ​ກົດ­ໝາຍ, ປະຊາ​ຊົນ​ບັນ­ດາ­ເຜົ່າ​ມີ​ຄວາມ​ສາ­ມັກ­ຄີ​ປອງດອງ ແລະ​ເປັນ​ເອ­ກະ​ພາບ​ສູງ​ຕໍ່​ການ​ນຳພາ​ຂອງ​ພັກ, ເຮັດ​ໃຫ້​ສັງ­ຄົມ​ມີ​ຄວາມສະ­ຫງົບ​ປອດ​ໄພ ແລະ​ເປັນ​ລະ­ບຽບ​ຮຽບຮ້ອຍ ໂດຍ​ພື້ນ­ຖານຊຶ່ງ​ມັນ​ໄດ້​ເປັນ​ເງື່ອນໄຂ​ທີ່​ອຳ­ນວຍ​ໃຫ້​ແກ່​ການ​ພັດ­ທະ­ນາ​ເສດຖະ​ກິດ-ສັງ­ຄົມ​ຢ່າງ​ຕໍ່​ເນື່ອງ, ສະ­ເພາະ​ແຕ່ການ​ລົງ­ທຶນ​ຂອງ​ພາກ​ເອ­ກະ​ຊົນ​ນັບແຕ່ ປີ 2001 ມາ​ຮອດ​ທ້າຍ​ປີ 2015 ໄດ້​ມີການ​ລົງ­ທຶນ​ທັງ​ໝົດ 59 ໂຄງ­ການ, ມີມູນ​ຄ່າ​ການ​ລົງ­ທຶນ​ທັງ​ໝົດ 1.940 ລ້ານ ກວ່າ​ໂດ​ລາ​ສະ­ຫະ­ລັດ, ໃນ​ນັ້ນ​ມີການ​ລົງທຶນ​ຂອງ​ນັກ­ທຸ­ລະ­ກິດ​ຕ່າງ­ປະ­ເທດ 30 ໂຄງ­ການ, ມີ​ມູນ​ຄ່າ​ການ​ລົງ­ທຶນ​ແມ່ນ 1.924 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ, ໄດ້ລົງ­ທຶນ​ໃສ່​ໃນ​ຂະ­ແໜງ​ກະ­ສິ­ກຳ 15 ໂຄງການ, ມີ​ມູນ​ຄ່າ 539 ລ້ານ​ກວ່າ​ໂດ​ລາສະ­ຫະ­ລັດ, ຂະ­ແໜງ​ພະ­ລັງ­ງານ ແລະ​ບໍ່ແຮ່ 15 ໂຄງ­ການ, ມີ​ມູນ​ຄ່າ​ການ​ລົງ­ທຶນ 1.384 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ.

ສ່ວນ​ທີ່​ເຫຼືອ​ແມ່ນ​ການ​ລົງ­ທຶນ​ຂອງນັກ​ລົງ­ທຶນ​ພາຍ​ໃນ​ປະ­ເທດ​ມີ​ມູນ​ຄ່າ​ການລົງ­ທຶນ​ທັງ​ໝົດ 15 ລ້ານ​ກວ່າ​ໂດ​ລາ​ສະຫະ​ລັດໃນ​ນັ້ນ ໄດ້​ລົງ­ທຶນ​ໃສ່​ໃນ​ຂະ­ແໜງກະ​ສີ​ກຳ​ມີ 14 ໂຄງ­ການ ມູນ​ຄ່າ 5 ລ້ານ ກວ່າ​ໂດ​ລາ​ສະ­ຫະ­ລັດ, ຂະ­ແໜງ​ພະ­ລັງງານ​ໄຟ­ຟ້າ​ມີ 1 ໂຄງ­ການມູນ​ຄ່າ 1 ລ້ານໂດ​ລາ​ສະ­ຫະ­ລັດ, ຂະ­ແໜງ​ບໍ່​ແຮ່​ມີ 4 ໂຄງ­ການມູນ​ຄ່າ 5 ລ້ານ​ກວ່າ​ໂດ​ລາ​ສະຫະ​ລັດ, ຂະ­ແໜງ​ບໍ­ລິ­ການ​ແຮ່-ຊາຍ​ມີ 8 ໂຄງ­ການມູນ​ຄ່າ 1 ລ້ານ​ກວ່າ​ໂດ​ລາສະ­ຫະ­ລັດແລະ​ລົງ­ທຶນ​ໃສ່​ໃນ​ຂະ­ແໜງບໍ­ລິ­ການ​ມີ 2 ໂຄງ­ການມູນ​ຄ່າ 2 ລ້ານກວ່າ​ໂດ​ລາ​ສະ­ຫະ­ລັດ.

ສະ­ເພາະ​ການ​ລົງ­ທຶນ​ຂອງ​ລັດ​ໃນ​ສົກປີ 2014-2015 ສະ­ພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ການ​ລົງ­ທຶນ​ຂອງ​ລັດ​ໃນ​ແຂວງອັດ​ຕະ​ປື​ທັງ​ໝົດ 130 ໂຄງ­ການມີ​ມູນ​ຄ່າທັງ​ໝົດ 65,56 ຕື້​ກີບ, ໃນ​ນັ້ນ ທຶນ​ພາຍໃນ 42,60 ຕື້​ກີບ ແລະ​ທຶນ​ຈາກ​ຕ່າງ​ປະເທດ 22,96 ຕື້​ກີບຊຶ່ງ​ຜ່ານ​ການ­ຈັດ­ຕັ້ງປະ­ຕິ­ບັດ​ມາ​ຮອດ​ທ້າຍ​ປີ 2015 ແມ່ນ​ສາມາດ​ປະ­ຕິ­ບັດ​ໄດ້​ທັງ​ໝົດ 130 ໂຄງ­ການມູນ​ຄ່າ 65,56 ຕື້​ກີບ ເທົ່າ​ກັບ 100% ຂອງ​ແຜນ­ການ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...