Homeຂ່າວການພັດທະນາອິນ​ເດຍ ວາງ­ສະ­ແດງ​ສິນ­ຄ້າຫາ​ຄູ່​ຮ່ວມ​ທຸ­ລະ​ກິດ

ອິນ​ເດຍ ວາງ­ສະ­ແດງ​ສິນ­ຄ້າຫາ​ຄູ່​ຮ່ວມ​ທຸ­ລະ​ກິດ

Published on

   ວັນ​ທີ 21 ມີ­ນາ​ຜ່ານ​ມາ​ທີ່​ສູນ​ການຄ້າ​ວຽງ​ຈັນ​ເຊັນ​ເຕີໄດ້​ມີ​ພິ­ທີ​ເປີດ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ອິນ​ເດຍ​ຢູ່​ລາວ​ຄັ້ງ​ທຳອິດໂດຍ​ການ​ຮ່ວມ​ມື​ກັນ​ລະ­ຫວ່າງ​ສະ­ພາ​ການ​ຄ້າ​ປະ­ເທດອິນ​ເດຍ​ກັບ​ສະ­ຖານ­ທູດ​ອິນ​ເດຍ​ປະ­ຈຳ​ລາວເພື່ອ​ໃຫ້​ນັກ­ທຸ­ລະ­ກິດ​ອິນ​ເດຍ​ໄດ້​ພົບ​ປະ​ປືກ​ສາ​ຫາ­ລື​ກັບ​ນັກ­ທຸ­ລະ­ກິດ​ລາວແລກ­ປ່ຽນ​ທັດ­ສະ­ນະ​ທາງ​ດ້ານ​ທຸ­ລະ​ກິດປະ­ສົບ​ການ ແລະ​ກາ­ລະ​ໂອ­ກາດ​ຂອງ​ທຸລະ​ກິດເພື່ອ​ຈະ​ເຂົ້າ​ມາ​ເປັນ​ຄູ່​ຮ່ວມ​ທຸ­ລະກິດ​ເຮັດ​ການ​ຜະ­ລິດ​ສິນ­ຄ້າ​ຕ່າງໆ​ໃຫ້​ສາ ມາດ​ຕີ​ຕະ­ຫຼາດ​ອາ​ຊຽນ​ໄດ້.

   ເຂົ້າ​ຮ່ວມ​ງານ​ດັ່ງ­ກ່າວ​ມີ ທ່ານ ນາງ ເຂັມ​ມະ­ນີ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ວ່າ­ການກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ, ທ່ານ ດຣ. ກິ​ແກ້ວ ຈັນ­ທະ​ບູ​ຣີ ລັດ​ຖະ​ມົນຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ, ທ່ານ ຣາ​ວີ ຊັນ​ກາ ແອ​ໂຊ​ລາ (Ravi Shankar Aisola) ເອກ​ອັກ​ຄະລັດ​ຖະ​ທູດ​ອິນ​ເດຍ​ປະ­ຈຳ​ລາວ, ສະ­ພາການ​ຄ້າ​ປະ­ເທດ​ອິນ​ເດຍ, ສະ­ພາ​ການ​ຄ້າລາວ ພ້ອມ​ດ້ວຍ​ບັນ­ດາ​ບໍ­ລິ­ສັດ​ຜູ້​ໃຫ້­ການສະ­ໜັບ­ສະ­ໜູນ ແລະ​ບັນ­ດາ​ສື່​ມວນ​ຊົນເຂົ້າ​ຮ່ວມ.

ງານ​ວາງ­ສະ­ແດງ​ສິນ­ຄ້າ​ດັ່ງ­ກ່າວຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 21-23 ມີ­ນາ2016 ຊຶ່ງ​ມີ​ເກືອບ 40 ບໍ­ລິ­ສັດ​ເຂົ້າ​ຮ່ວມ ພ້ອມ​ດຽວ​ກັນ​ນັ້ນພາຍ​ໃນ​ງານ​ຍັງ​ມີກອງ​ປະ­ຊຸມ​ພົບ​ປະ​ຫາ­ລືເພື່ອ​ຫາ​ຄູ່​ຮ່ວມໃນ​ການ​ເຮັດ​ທຸ­ລະ​ກິດ, ຊອກ​ຊ່ອງ​ທາງ​ໃນການ​ຄ້າ­ຂາຍ ແລະ​ການ​ລົງ­ທຶນ​ຢູ່​ລາວໂດຍ​ປະ­ກອບ​ມີ​ທັງ​ບໍ­ລິ­ສັດ​ການ​ຄ້າ, ບໍ​ລິສັດ​ຜະ­ລິດ​ເສື້ອ​ຜ້າ, ບໍ­ລິ­ສັດ​ຜະ­ລິດ​ອາ​ໄຫຼ່ລົດ​ຕ່າງໆ​ເຂົ້າ​ມາ​ເພື່ອ​ຈະ​ມາ​ຈຳ­ໜ່າຍສິນ­ຄ້າ​ຂອງ​ເຂົາ­ເຈົ້າ​ໃນ​ປະ­ເທດ​ອາ​ຊຽນ.

ນອກ​ນັ້ນຍັງ​ຈະ​ສ້າງ​ກາ­ລະ​ໂອ­ກາດໃຫ້​ນັກ​ລົງ­ທຶນ​ອິນ​ເດຍ​ກັບ​ນັກ​ລົງ­ທຶນ​ລາວໄດ້​ພົບ​ປະ­ກັນ​ວ່າ​ຈະ​ຮ່ວມ​ມື​ກັນ​ແນວ­ໃດ, ເຮັດ​ທຸ­ລະ​ກິດ​ນຳ​ກັນ​ແນວ­ໃດເພື່ອ​ໃຫ້​ຮູ້ວ່າ​ມີ​ຄວາມ​ສາ­ມາດ​ຜະ­ລິດ​ທາງ​ດ້ານໃດ, ມີ​ຕະ­ຫຼາດ ແລະ​ມີ​ທຶນ­ຮອນ​ແນວ­ໃດຈຸດ​ນີ້​ຈະ​ເປັນ​ການ​ສ້າງ​ຄວາມ​ສົນ­ໃຈ​ໃຫ້ແກ່​ນັກ​ລົງ­ທຶນ​ຂອງ​ລາວເພາະ​ນັກ​ທຸ­ລະກິດ​ລາວ​ຕ້ອງ­ການ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ຮູ້ຄວາມ​ສາ­ມາດ, ມີ​ທັງ​ທຶນ­ຮອນ, ເຕັກ​ໂນໂລ​ຢີ ແລະ​ຕະ­ຫຼາດ​ນັ້ນ​ຖື​ວ່າ​ເປັນ​ສິ່ງ​ທີ່​ດີສຳ­ລັບ​ທຸ­ລະ​ກິດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...