Homeຂ່າວເຫດການລັດຖະບານ ສັ່ງຂະແໜງກະສິກຳ-ປ່າໄມ້ ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນໄຟໄໝ້ປ່າໃຫ້ມີຜົນ!

ລັດຖະບານ ສັ່ງຂະແໜງກະສິກຳ-ປ່າໄມ້ ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນໄຟໄໝ້ປ່າໃຫ້ມີຜົນ!

Published on

ຄືດັ່ງໃນແຕ່ລະປີ ກ່ອນຈະເຂົ້າສູ່ລະດູແລ້ງ ລັດຖະບານເຮົາເຄີຍອອກຄຳສັ່ງແນະນຳ ໄປຍັງພະແນກກະສິກຳ ແລະ ປ່າໄມ້ແຂວງຕ່າງໆໃນທົ່ວປະເທດ ໃຫ້ເອົາໃຈໃສ່ຕໍ່ການປ້ອງກັນ ແລະ ຄວມຄຸມໄຟໄໝ້ປ່າ, ຊຶ່ງລະດູນີ້ເປັນລະດູທີ່ມັກກໍໃຫ້ເກີດອັກຄີໄພໄດ້ງ່າຍ, ເນື່ອງຈາກສະພາບອາກາດແຫ້ງແລ້ງ, ຮ້ອນ ແລະ ມີລົມພັດ, ດັ່ງນັ້ນ ການອອກຄຳສັ່ງແນະນຳ ໃຫ້ອຳນາດການປົກຄອງທ້ອງຖິ່ນ ຈົ່ງພ້ອມກັນເຄື່ອນໄຫວ ປຸກລະດົມປະຊາຊົນບັນດາເຜົ່າ ເປັນເຈົ້າການສະກັດກັ້ນໄຟໄໝ້ປ່າຢ່າງເຂັ້ມງວດເຊັ່ນ: ການຈູດໄຮ່ປູກສ່ວນຫຼາຍຄັ້ງ ແລະ ອື່ນໆ, ຕ້ອງຮັບປະກັນເພາະຜ່ານມານີ້ ກໍຍັງເຫັນມີສະພາບການຕັດໄມ້ຖ່າງປ່າເຮັດໄຮ່ ແລະ ປູກພືດຫຢູ່ທ້ອງຖິ່ນຕ່າງໆຍັງມີແຜ່ຫຼາຍ ແລະ ເຖິງວ່າປີນີ້ ຍັງບໍ່ມີຄຳສັງແນະນຳດັ່ງກ່າວ, ແຕ່ເຖິງຢ່າງໃດ ພວກເຮົາກໍຕ້ອງເປັນເຈົ້າການ ຮ່ວມກັນປ້ອງກັນ ແລະ ສະກັດກັ້ນ ກັນບໍ່ໃຫ້ໄຟໄໝ້ປ່າເກີດຂື້ນ, ອັນຈະນຳມາຊຶ່ງຄວາມສູນເສຍອັນໃຫຍ່ຫຼວງ ຕໍ່ຊີວິດ, ຊັບສິນ ແລະ ຊັບພະຍາກອນປ່າໄມ້ຂອງຊາດ, ໃນຜ່ານມາ ເຊິ່ງວ່າລັດຖະບານໄດ້ມີມາດຕະການເຂັ້ມງວດ ຕໍ່ການສະກັດກັ້ນຜູ້ລັກລອບຕັດໄມ້ທຳລາຍປ່າ ແຕ່ກໍຍັງປະກົດໃຫ້ເຫັນຢູ່ຫຼາຍແຂວງ ໂດຍບໍ່ຄຳນຶງເຖິງການສູນເສຍຊັບພະຍາກອນທຳມະຊາດ, ຊຶ່ງປາກົດການຫຍໍ້ທໍ້ດັ່ງກ່າວ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ ສະກັດກັ້ນໃຫ້ມີປະມີສິດທິຜົນດີຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...