spot_img
HomeມູມໄອທີລາວOS X ຕອນນີ້ມີທີມ IOS 8 ມາພັດທະນາຊ່ວຍແລ້ວ ແລະ Apple TV ກຳລັງຢູ່ພັດທະນາຢູ່

OS X ຕອນນີ້ມີທີມ IOS 8 ມາພັດທະນາຊ່ວຍແລ້ວ ແລະ Apple TV ກຳລັງຢູ່ພັດທະນາຢູ່

Published on

wwdc14-home-branding-640x312

ປີນີ້ເບິ່ງແລ້ວທາງ Apple ຈະໃຫ້ຄວາມສຳຄັນກັບ OS X ຫຼາຍເຕີບ ໂດຍແຫຼ່ງຂ່າວຈາກ 9to5Mac ໄດ້ລາຍງານວ່າ OS X 10.10 ນັ້ນຈະເປັນໂຕເດັ່ນຂອງງານ WWDC ຮອບນີ້ແທນ iOS 8 ເລີຍ

ແຫຼ່ງຂ່າວໄດ້ລາຍງານວ່າ OS X 10.10 ນັ້ນຈະມີດີຊາຍໃໝ່ ເຊິ່ງ Apple ໄດ້ດຶງເອົາທີມພັດທະນາ User Interface ຂອງ iOS ມາພັດທະນາ OS X 10.10 ເຊິ່ງຕອນນີ້ນັ້ນກຳລັງຄືບໜ້າໄປເລື້ອຍໆແລ້ວ ສ່ວນລັກສະນະຂອງດີຊາຍໃໝ່ນັ້ນກໍຄົງຈະເດົາບໍ່ຍາກເລີຍມັນອາດຈະຕ້ອງອອກມາເປັນ flat ແບບ iOS 7 ແຕ່ Apple ນັ້ນກໍຍັງຈະຄົງຄວາມເປັນ Mac ໄວ້ກັບ OS X ເນື່ອງຈາກວ່າ Apple ນັ້ນບໍ່ມີແຜນລວມເອົາ iOS ກັບ OS X ເຂົ້ານຳກັນ

ສ່ວນໂຄສເນມຂອງ OS X 10.10 ນັ້ນ ອາດຈະບໍ່ແມ່ນຊື່ທຳມະດາອີກຕໍ່ໄປແລ້ວເພາະວ່າຫຼັງຈາກທີ່ OS X 10.9 ອອກມາໄດ້ໃຊ້ໂຄສເນມວ່າ Mavericks ສະແດງໃຫ້ເຫັນວ່າ Apple ນັ້ນຕ້ອງການທີ່ຈະໂປຣໂໝດລັດ California ເຊິ່ງເປັນທີ່ຢູ່ຂອງສຳນັກງານໃຫຍ່ ແຕ່ຍັງບໍ່ທັນຊັດເຈນເທື່ອວ່າຈະໃຊ້ຊື່ວ່າແນວໃດ ຕອນນີ້ມີໃນໃຈແລ້ວວ່າອາດຈະເປັນ Syrah, Yosemite

ທາງດ້ານ iOS 8 ນັ້ນຈະມີລູກຫຼິ້ນໃຫຍ່ຫຼັກໆ ທີ່ເຮົາໄດ້ລາຍງານກັນໄປແລ້ວກ່ອນໜ້ານີ້ ເຊັ່ນ: Healthbook, ປັບປຸງແຜນທີ່ຄັ້ງໃຫຍ່, TextEdit, ແຍກ iTunes Radio ອອກມາເປັນແອັບ ແຫຼ່ງຂ່າວຍັງໄດ້ລາຍງານອີກວ່າຕອນນີ້ນັ້ນ Apple ໄດ້ເລີ່ມເຮັດ iOS 8.1 ແລ້ວ ແລະເນື່ອງຈາກການນຳເອົາຊັບພະຍາກອນ iOS ມາພັດທະນາ OS X ຈະເຮັດໃຫ້ Apple ຕ້ອງຍ້າຍລູກຫຼິ້ນບາງຢ່າງທີ່ຄວນຈະເປີດໂຕກັບ iOS 8 ມາໃສ່ໃນ iOS 8.1 ແທນ

Shazam ທີ່ຈະມາເປັນໜຶ່ງໃນລູກຫຼິ້ນຂອງ iOS 8 ນັ້ນ ອາດຈະມາໃສ່ຊື່ວ່າ Song ID

ສ່ວນເລື່ອງຂອງ iPhone ລຸ້ນຕໍ່ໄປທີ່ຈະມາພ້ອມກັບຊິບປະມວນຜົນ Apple A8 ນັ້ນມີລາຍງານອອກມາວ່າ Apple ຈະພັດທະນາໃຫ້ມີປະສິດຕິພາບສູງຂື້ນແລະກິນໄຟໜ້ອຍລົງ ໂດຍ iPhone ລຸ້ນຕໍ່ໄປທີ່ເຮົາໄດ້ເວົ້າກັນວ່າຈະມີໜ້າຈໍທີ່ໃຫຍ່ຂື້ນແລະໂຕເຄື່ອງບາງລົງ ເຊິ່ງການກິນໄຟນັ້ນເປັນເລື່ອງທີ່ທ້າທາຍຫຼາຍສຳລັບການພັດທະນາ iPhone ລຸ້ນຕໍ່ໄປ ແລະ iOS 8 ນັ້ນ Apple ອາດຈະຮອງຮັບ Mult-Resolution ເພື່ອຄວາມງ່າຍຕໍ່ການພັດທະນາແອັບໃນອະນາຄົດ ເພາະວ່າ Apple ຈະອອກອຸປະກອນ iOS ທີ່ມີໜ້າຈໍຫຼາກຫຼາຍຮູບແບບແລະຄວາມລະອຽດແຕກຕ່າງກັນໄປ

apple-tv-640x410

ສ່ວນເລື່ອງຂອງ Apple TV ນັ້ນກຳລັງຢູ່ໃນຂັ້ນຕອນການພັດທະນາລຸ້ນໃໝ່ຢູ່ ໂດຍມີຂ່າວລືວ່າ Apple ອາດຈະພັດທະນາ iOS ທີ່ໃຊ້ໃນ Apple TV ໃໝ່ ໂດຍຕອນນີ້ນັ້ນຍັງບໍ່ໄດ້ພັດທະນາໄປຮ່ວມກັບໂຕຮາດແວ ນັ້ນໝາຍຄວາມວ່າ Apple ອາດຈະປ່ອຍອັບເດດ iOS ໃຫ້ກັບ Apple TV ລຸ້ນປັດຈຸບັນກ່ອນຈຶ່ງຈະປ່ອຍ Apple TV ລຸ້ນໃໝ່ອອກມາ

ສ່ວນລູກຫຼິ້ນທີ່ອາດຈະມາພ້ອມກັບ Apple TV ລຸ້ນໃໝ່ກໍຄື Siri ແລະການເປີດ API ໃນການພັດທະນາແອັບ ໂດຍແຫຼ່ງຂ່າວໄດ້ລາຍງານວ່າ iOS ສຳລັບ Apple TV ນັ້ນກຳລັງພັດທະນາຢູ່ແລະອາດຈະເປີດໂຕພ້ອມກັບ iOS 8.1 ໃນທ້າຍປີນີ້ຫຼືຕົ້ນປີໜ້າເລີຍ ແຕ່ແຫຼ່ງຂ່າວບອກແບບບໍ່ແນ່ໃຈວ່າ Apple TV ຈະຖືກຍົກເອົາມາເວົ້າໃນງານ WWDC 2014 ທີ່ຈະມາຮອດນີ້ຫຼືບໍ່

ໝາຍເຫດ:
* ສຳລັບໃຜທີ່ກຳລັງຖ້າ iOS 8 ຢູ່ບໍ່ຕ້ອງເປັນຫ່ວງເລີຍເພາະຈາກທີ່ອ່ານຂ່າວດ້ານເທິງນີ້ແລ້ວ ຄົງຈະເຂົ້າໃຈແລ້ວວ່າ iOS 8 ນັ້ນໄດ້ພັດທະນາສຳເລັດແລ້ວ (ເພາະວ່າແອັບເປີ້ນໄດ້ເອົາໂຕນັກພັດທະນາ ໄປພັດະນາ OS X 10.10 ແທນ)
* ສຳລັບເລື່ອງຂອງ iPhone 6 or iPhone Air ນັ້ນຖ້າຫາກວ່າໃນງານ WWDC 2014 ວັນທີ 2 ເດືອນມິຖຸນານີ້ ບໍ່ໄດ້ມີການເປີດໂຕ ອາດຈະຕ້ອງໄດ້ຖ້າກັນຈົນຮອດເດືອນກັນຍາ ພຸ້ນລະ ບໍ່ຊັ້ນກໍປີໜ້າ ອາດເປັນໄປໄດ້
ທີ່ມາ – 9to5Mac

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...