Homeຂ່າວຕ່າງປະເທດຢູ​ເນສ​ໂກ​ ເພີ່ມ​ເຂດ​ສະຫງວນ​ທາງ​ຊີວະ​ພາບອີກ 20 ແຫ່ງ

ຢູ​ເນສ​ໂກ​ ເພີ່ມ​ເຂດ​ສະຫງວນ​ທາງ​ຊີວະ​ພາບອີກ 20 ແຫ່ງ

Published on

ລາ​ຍງານ​ຈາກ​ນະຄອນຫຼວງລິ​ມາ ປະ​ເທດເປຣູວ່າ: ອົງການ​ການ​ສຶກສາ​ວິ​ທະຍາ​ສາດ ​ແລະ ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາດ ຫຼື ຢູ​ເນສ​ໂກ​ ປະກາດ​ເພີ່ມ​ລາຍ​ຊື່​ສະຖານ​ທີ່​ໃຫ້​ຄວາມ​ຄຸ້ມ​ຄອງ​ເປັນ​ເຂດ​ສະຫງວນ​ທາງ​ຊີວະ​ພາບ​ໃໝ່ອີກ 20 ​ແຫ່ງທົ່ວ​ໂລກ ໃນ​ຈຳນວນ​ນີ້ 2 ​ແຫ່ງ​ຢູ່​ໃນ​ກາ​ນາ​ດາ ​ແລະ ອີກ 2 ​ແຫ່ງ​ໃນປອກຕຸຍການ.

ການ​ພິຈາລະນາໄດ້ມີ​ຂຶ້ນ​ລະຫວ່າງ​ການ​ປະຊຸມ​ເປັນ​ເວລາ 2 ວັນ ທີ່​ນະຄອນຫຼວງລິ​ມາ ເຮັດ​ໃຫ້​ຈຳນວນ​ລາຍ​ຊື່​ເຂດ​ສະຫງວນ​ທາງ​ຊີວະ​ພາບ​ຂອງ​ຢູ​ເນສ​ໂກ​ເພີ່ມ​ຂຶ້ນ​ເປັນ 669 ​ແຫ່ງ ​ໃນ 120 ປະ​ເທດ​ໃນ​ກາ​ນາ​ດາສະຖານ​ທີ່​ໃໝ່ 2 ​ແຫ່ງ​ທີ່​ໄດ້​ຮັບ​ການ​ບັນຈຸ​ໄດ້​ແກ່ ​ເຂດ​ຊາ ທິວ ​ໃນ​ດິນ​ແດນ ນໍ​​ເວສ​ເທິນທໍຣີ ​ແລະ ​ເຂດ​ບີ​ເວິຮິ​ລ ​ໃນ​ລັດແອ​ລ​ເບິ​ຕາ, ສ່ວນ​ປອກຕຸຍ​ການ​ໄດ້​ແກ່ ​ເກາະ​ເຊົາ​ຮໍ​ເກ​ໝົດ​ເກາະ ​ແລະ ​ເຂດ​ທາ​ໂຮ ຮິ​ເວິ ທີ່ຢູ່​ລະຫວ່າງ​ປອກຕຸຍ​ການ​ກັບ​ແອັດ​ສະ​ປາຍ, ສ່ວນ​ສະຖານ​ທີ່​ທີ່​ໄດ້​ຮັບ​ສະຖານະ​ໃໝ່ທີ່ໜ້າສົນ​ໃຈ​ລວມ​ເຖິງ​ເກາະ​ໄອອອຟ​ແມນ​ຂອງ​ອັງກິດ​ໃນ​ທະ​ເລ​ໄອຣິຊ ຊຶ່ງ​ສິ່ງ​ແວດ​ລ້ອມ​ມີ​ຄວາມຫຼາກຫຼາຍທາງ​ຊີວະ​ພາບ​ທາງ​ທະ​ເລ​ເຊັ່ນ​ດຽວກັນ​ກັບ​ເກາະ​ໂຄ​ຊູ​ເມລ​ໃນ​ທະ​ເລ​ຄາ​ລິບ​ຽນຊອງ​ແມັ​ກຊິກ.

ລາຍ​ຊື່​ເຂດສະ​ຫງວນທາງ​ຊີວະ​ພາບ​ໃໝ່ຂອງ​ຢູ​ເນສ​ໂກ​ຍັງ​ລວມ​ເຖິງ​ສະຖານ​ທີ່​ໃນ​ແອ​ລຈີ​ເຣຍ, ກາ​ນາ, ​ໄຮ​ຕິ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ອີຣານ, ອີຕາ​ລີ, ກາ​ຊັກ​ສະຖານ, ມາດາ​ກັສກາ, ​ໂມຣ໊ອກ​ໂກ,​ ເປຣູ, ຟິລິບ​ປິນ ​ແລະ ​ແທນ​ຊາ​ເນຍ ​ໃນ​ຈຳນວນ​ເຂດ​ສະຫງວນ​ທາງ​ຊີວະ​ພາບ 669 ​ແຫ່ງ​ຂອງ​ຢູ​ເນສ​ໂກ 16 ​ແຫ່ງ​ມີ​ເນື້ອ​ທີ່​ຫຼາຍກວ່າ 1 ປະ​ເທດ ​ແລະແອັດ​ສະ​ປາຍ​ກໍ່ເປັນ​ປະ​ເທດ​ທີ່​ມີ​ສະຖານ​ທີ່​ໃນ​ລາຍ​ຊື່ຫຼາຍທີ່​ສຸດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...