spot_img
HomeຊີວິດແລະຄວາມຮັກWedding-Sex-loveຄົນອາຍຸສູງ ກັບ ເພດສຳພັນ.

ຄົນອາຍຸສູງ ກັບ ເພດສຳພັນ.

Published on

ເມື່ອກ່າວເຖິງເພດສຳພັນ ຫຼາຍໆຄົນຄິດວ່າບໍ່ເປັນຕານຳເອົາມາເວົ້າ ໂດຍສະເພາະກັບຄົນທີ່ມີອາຍຸສູງ ສິ່ງເຫຼົ່ານີ້ຄວນໝົດໄປໄດ້ແລ້ວ ແຕ່ໂດຍຄວາມຈິງເລື່ອງເພດສຳພັນມັນເປັນເລື່ອງທຳມະຊາດຂອງສິ່ງທີ່ມີຊີວິດ ເປັນວິຖີທຳມະຊາດຂອງຄົນເຮົາທຸກຄົນ ມີຄວາມສຳພັນກັບຄວາມສຸກ ແລະ ຄວາມທຸກຂອງຄົນເຮົາ ແລະ ເປັນເລື່ອງສຳຄັນໃນສະຖາບັນຄອບຄົວອີກເລື່ອງໜຶ່ງ ຫຼາຍຄົນມີຄວາມເຊື່ອວ່າການມີເພດສຳພັນແມ່ນເປັນຢາອາຍຸວັດທະນະຂອງມະນຸດ ທີ່ຈະເຮັດໃຫ້ມີຄວາມສຸກ, ສະຫງົບ ແລະ ສັນຕິພາຍໃນຄອບຄົວ ເຮັດໃຫ້ມີຊີວິດຊີວາ ແລະ ທີ່ສຳຄັນເຮັດໃຫ້ອາຍຸຍືນຍາວຂຶ້ນ ເຫັນໄດ້ຈາກການວິໄຈພົບວ່າ ອາຍຸຂອງຄົນທີ່ແຕ່ງງານແລ້ວຂອງປະຊາຊົນຊາວອາເມລິກັນ ແລະ ຢຸໂຣບຈະສູງກ່າວອາຍຸຂອງຄົນໂສດ ຫຼື ຄົນເປັນຫ້າງເປັນໝ້າຍ ປັດຈຸບັນຈິ່ງມີຄົນໃຫ້ຄວາມສຳຄັນໃນເລື່ອງນີ້ຫຼາຍຂຶ້ນ ໂດຍສະເພາະກຸ່ມຜູ້ສູງອາຍຸທີ່ບັນອະໄວຍະທຸກຢ່າງຖົດຖອຍລົງເຮັດໃຫ້ເກີດບັນຫາເລື່ອງຄວາມບໍ່ລົງຕົວໃນເພດສຳພັນ ແລະ ຊີວິດຄູ່ ເຊິ່ງຖ້າມີຄວາມເຂົ້າໃຈ ແລະ ແກ້ໄຂບັນຫາຖືກກໍ່ຈະສາມາດຊ່ວຍໃຫ້ຜູ້ສູງອາຍຖມີຄອບຄົວ ແລະ ຊີວິດຄູ່ທີ່ມີຄວາມສຸກໄດ້.

ການປ່ຽນແປງທາງເພດຂອງຜູ້ສູງອາຍຸ
ເມື່ອເຮົາອາຍຸຫຼາຍຂຶ້ນໂດຍສະເພາະເມື່ອເຮົາອາຍຸເກີນ 45 ປີ ຮໍໂມນເພດຈະລຸດລົງເລື່ອຍໆ ທັງເພດຊາຍ ແລະ ເພດຍິງຈະມີຄວາມຕ້ອງການທາງເພດລຸດລົງຕາມລຳດັບເປັນສ່ວນຫຼາຍ ທັງນີ້ກໍ່ຂຶ້ນກັບຄວາມແຂງແຮງ ແລະ ສະພາບຮ່າງກາຍຂອງຜູ້ນັ້ນພ້ອມ ບາງຄົນມີອາຍຸຫຼາຍຂຶ້ນແຕ່ຄວາມຕ້ອງການທາງເພດພັດເພີ່ມຫຼາຍຂຶ້ນກໍ່ມີ ເນື່ອງຈາກສະພາບຮ່າງກາຍ ແລະ ຈິດໃຈໃນຊ່ວງໄລຍະນັ້ນດີຂຶ້ນ ໂດຍສະເພາະການບໍ່ໄດ້ໃຊ້ຄວາມຄິດຫຼາຍ, ມີການອອກກຳລັງການ, ກິນອາຫານທີ່ມີປະໂຫຍດ ແລະ ພັກຜ່ອນພຽງພໍ.

ເພດຊາຍ ໂດຍປົກກະຕິແລ້ວເມື່ອເຂົ້າສູ່ໄວອາຍຸສູງການປ່ຽນແປງຂອງເພດຊາຍ ຈະມີອະໄວຍະເພດແຂງຕົວລຸດລົງ ແລະ ອາດບໍ່ແຂງຕົວສະໝ່ຳສະເໝີ ຫຼື ແຂງຕົວບໍ່ເຕັມທີ່ ຂະໜາດຂອງອະໄວຍະວະເພດຈະມີຂະໜາດນ້ອຍລົງກ່ວາຕອນເປັນໜຸ່ມ ແຕ່ການປ່ຽນແປງຄວາມຕ້ອງການດ້ານຈິດໃຈຈະມີບໍ່ຫຼາຍ ເຮັດໃຫ້ຜູ້ຊາຍຍັງຄົງຄວາມຕ້ອງການຢາກມີເພດສຳພັນເທົ່າເກົ່າ ຫຼື ລຸດລົງເລັກໜ້ອຍ ແຕ່ບາງຄົນຈະມີຮ່າງກາຍທີ່ບໍ່ເອື້ອອຳນວຍ, ອະໄຍະວະເພດບໍ່ແຂງຕົວ ຫຼື ບາງຄົນມີບັນຫາລັ່ງໄວ ຫຼື ບໍ່ສາມາດຄວບຄຸມການລັ່ງໄດ້ຕາມທີ່ຕ້ອງການເຮັດໃຫ້ອາລົມເຮັດກິດຈະກຳທາງເພດລຸດລົງໄດ້.

ເພດຍິງ ເມື່ອເຂົ້າສູ່ໄວໝົດປະຈຳເດືອນຈະມີການປ່ຽນແປງທາງຮ່າງກາຍ ແລະ ຈິດໃຈ ເນື່ອງຈາກຮໍໂມນເພດຍິງລຸດນ້ອຍລົງ ເມື່ອອາຍຸຫຼາຍຂຶ້ນຕັ້ງແຕ່ 60 ປີຂຶ້ນໄປ ຊ່ອງຄອດຈະແຄບລົງ ນ້ຳລໍ່ລື້ນໃນຊ່ອງຄອດລຸດລົງ ເມື່ອມີເພດສຳພັນຈະເຈັບປວດເຮັດໃຫ້ບໍ່ມີຄວາມສຸກໃນເວລາມີເພດສຳພັນ ຍິ່ງເຮັດໃຫ້ຄວາມຕ້ອງການທາງເພດລຸດລົງ ແຕ່ໃນບາງຄົນຍັງມີຄວາມຕ້ອງການທາງເພດຢູ່ ເນື່ອງຈາກຮໍໂມນເພດຍິງລຸດລົງຮໍໂມນເພດຊາຍໃນຕົວແມ່ຍິງຈະອອກລິດຫຼາຍຂຶ້ນ ເຮັດໃຫ້ມີຄວາມຕື່ນຕົວທາງເພດ ແລະ ມີຄວາມຕ້ອງການທາງເພດເພີ່ມຂຶ້ນໄດ້.

ການມີເພດສຳພັນຂອງຜູ້ອາຍຸສູງຈະມີຫຼາຍ ຫຼື ໜ້ອຍແມ່ນຂຶ້ນກັບຄວາມຕ້ອງການຂອງທັງສອງຝ່າຍ ໂດຍທົ່ວໄປຜູ້ມີອາຍຸ 60 ປີຂຶ້ນໄປ ໂດຍສະເລ່ຍຈະມີເພດສຳພັນປະມານເດືອນລະ 4 ຄັ້ງ ແລະ ຜູ້ທີ່ມີອາຍຸ 70ປີຂຶ້ນໄປ ຈະມີເພດສຳພັນປະມານເດືອນລະ 2 ຄັ້ງ.

ການກິນຢາ ຫຼື ສະໝຸນໄພກະຕຸ້ນທາງເພດ ເຊັ່ນ: ຫອຍນາງໂຣມ ໂສມ, ຮັງນົກ, ຢາບຳລຸງບາງຊະນິດ ເຊິ່ງຈະເປັນຜົນທາງຈິດໃຈຫຼາຍກ່ວາ ຜູ້ຊາຍບາງຄົນນິຍົມໃຊ້ຢາກະຕຸ້ນການມີເພດສຳພັນ ເມື່ອຮູ້ສຶກວ່າຕົນເອງມີສະຖານະ ພາບທາງເພດເສື່ອມ ສະນັ້ນຄວນໃຊ້ຢາຢ່າງລະມັດລະວັງໂດຍອພດເປັນຄົນເອົາໃຫ່ກິນດີກ່ວາຊື້ກິນເອງ ເພາະອາດເປັນອັນຕະລາຍເຖິງແກ່ຊີວິດໄດ້.

ສິ່ງທີ່ສຳຄັນການມີເພດສຳພັນຄືການມີອາລົມຮ່ວມທັງສອງຝ່າຍ ຕ້ອງເຂົ້າໃຈເຖິງທຳມະຊາດແຫ່ງໄວເຊິ່ງກັນ ແລະ ກັນ ແລ້ວປັບໃຈໃຫ້ເຂົ້າກັບຄວາມຕ້ອງການຂອງທັງຄູ່ ຖ້າບໍ່ສາມາດແກ້ໄຂບັນຫາໄດ້ແມ່ນຄວນໄປປຶກສາແພດ ເພື່ອຫາທາງອອກໂດຍການໃຫ້ຮໍໂມນທົດແທນ ໂດຍການອອກກຳລັງກາຍທີ່ເໝາະສົມຢ່າງສະໝ່ຳສະເໝີທັງສອງຝ່າຍ ຈະຊ່ວຍປ້ອງກັນການເສື່ອມສະມັດທະພາບທາງເພດໄດ້ດີທີ່ສຸດ.

ຂໍ້ມູນຈາກ: ເວັບໄຊ໌ສະຕູ.ເອຊີ.ທີເອັສ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...