spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂົ່ມ​ຂືນ​ເດັກ 8 ປີ 10 ຄັ້ງ ກ່ອນ​ຖືກ​ຈັບ​ຕົວ

ຂົ່ມ​ຂືນ​ເດັກ 8 ປີ 10 ຄັ້ງ ກ່ອນ​ຖືກ​ຈັບ​ຕົວ

Published on

ໃນ​ສັງ­ຄົມ​ປະ­ຈຸ​ບັນ​ນີ້ ບັນ­ຫາ​ປາ­ກົດ­ການ​ຫຍໍ້­ທໍ້​ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງເປັນ­ຕົ້ນ​ແມ່ນ​ການ​ລັກ​ຊັບ​ພົນ­ລະ­ເມືອງ, ປຸ້ນ​ຈີ້, ຊີງ​ຊັບ, ຄ້າ­ຂາຍ​ເຖື່ອນ, ເສບ ແລະ ຄ້າ­ຂາຍ​ຢາ​ເສບ​ຕິດ, ສໍ້​ໂກງ​ຊັບ, ຫຼິ້ນ​ການພະ­ນັນ​ທີ່​ຕ້ອງ​ຫ້າມ ແລະ​ອື່ນໆ ທີ່​ສ້າງຄວາມ​ບໍ່​ສະ­ຫງົບ​ໃຫ້​ແກ່​ບ້ານ​ເມືອງ ນອກ­ຈາກ​ບັນ­ຫາ​ດັ່ງ­ກ່າວ​ຍັງ​ເກີດ​ມີ​ບັນຫາ​ການ​ຂົ່ມ­ຂືນ​ທຳ​ສຳ​ເລົາ​ເດັກ​ບໍ່​ວ່າ​ຢູ່ພາຍ​ໃນ​ປະ­ເທດ​ເຮົາ​ກໍ​ຄື​ຢູ່​ປະ­ເທດ​ຕ່າງໆໃນ​ໂລກ ແລະ​ຫວ່າງ​ບໍ່​ດົນ​ຜ່ານ​ມາ​ນີ້​ໄດ້ ເກີດ​ຂຶ້ນ​ຢູ່​ບ້ານ​ນາ​ໂພ ເມືອງ​ໂພນ​ໂຮງ ແຂວງ​ວຽງ​ຈັນ.

ເຫດ­ການ​ຂົ່ມ­ຂືນ​ທຳ​ຊຳ​ເລົາ​ເດັກ​ໄດ້ ເກີດ​ຂຶ້ນ​ໃນ​ຄັ້ງ​ວັນ​ທີ 21 ມັງ­ກອນ 2016 ຜ່ານ​ມາ​ນີ້ ໂດຍ​ໄດ້​ຮັບ​ການ​ແຈ້ງ​ຄວາມ ແລະ​ຮ້ອງ​ຟ້ອງ​ຈາກ​ພໍ່​ແມ່​ຜູ້​ຖືກ­ເສຍ​ຫາຍ ຫຼັງ​ຈາກ​ນັ້ນ​ເຈົ້າ​ໜ້າ­ທີ່​ໜ່ວຍ​ງານ​ສືບສວນ-ສອບ​ສວນ ກອງ​ບັນ­ຊາ​ການ ປກສ ເມືອງ​ໂພນ​ໂຮງ ຈິ່ງ​ໄດ້​ເຂົ້າ​ຈັບ​ຕົວ ທ້າວ ຈັນ ອາ­ຍຸ 38 ປີ  ຊາວ­ນາ ຢູ່​ບ້ານ​ນາ​ໂພ ເມືອງ​ໂພນ​ໂຮງ ແຂວງ​ວຽງ​ຈັນ ໃນ​ຂໍ້​ຫາຂົ່ມ­ຂືນ​ທຳ​ສຳ​ເລົາ​ເດັກມາ​ສືບ­ສວນ-ສອບ​ສວນ.

ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ ເຈົ້າ​ໜ້າ­ທີ່ ທ້າວ ຈັນ ຜູ້​ຖືກ​ຫາ​ໄດ້​ໃຫ້­ການຮັບ​ສາ­ລະ­ພາບ​ວ່າ: ໄດ້​ຂົ່ມ­ຂືນ​ທຳ​ຊຳເລົາ ນາງ ສໍ (ນາມ​ສົມ­ມຸດ) ຢ່າງ​ແທ້ຈິງ ມາ​ແຕ່​ເດືອນ​ສິງ­ຫາ 2015 ເປັນ­ຕົ້ນມາ ຊຶ່ງ​ຜູ້­ກ່ຽວ​ໄດ້​ຂົ່ມ­ຂືນ​ທຳ​ຊຳ​ເລົາ​ເດັກເຖິງ 10 ຄັ້ງ ການ​ຂົ່ມ­ຂືນ​ແຕ່​ລະ​ຄັ້ງ ທ້າວ ຈັນ ແມ່ນ​ໄດ້​ໃຊ້​ຮູບ​ການ​ນາບ​ຂູ່ຜູ້​ຖືກ­ເສຍ​ຫາຍ​ວ່າ: ຫ້າມ​ບໍ່​ໃຫ້​ບອກ​ພໍ່ແມ່ ຫຼື ຜູ້​ອື່ນ​ເດັດ­ຂາດ ຖ້າ​ບອກ​ຈະ​ເອົາມີດ​ປາດ​ຄໍ​ຂ້າ​ຖິ້ມ​ຍ້ອນ​ວ່າ​ເດັກ​ຜູ້​ຖືກ­ເສຍຫາຍ​ຢ້ານ​ກົວ ຈິ່ງ​ບໍ່​ກ້າ​ບອກ​ພໍ່​ແມ່ ແລະ ຍາດ­ຕິ​ພີ່­ນ້ອງ​ແຕ່​ຢ່າງ­ໃດ.

ທ້າວ ຈັນ ຜູ້​ຖືກ​ຫາ ສາ­ລະ­ພາບ​ຕື່ມອີ​ກວ່າ: ກ່ອນ​ຈະ​ທຳ​ສຳ​ເລົາ​ເດັກ​ໃນ ເບື້ອງ​ຕົ້ນ​ໄລ­ຍະ​ເດືອນ​ສິງ­ຫາ 2015 ໄດ້​ມີ ນາງ ສໍ ຜູ້​ຖືກ­ເສຍ​ຫາຍ​ມາ​ຫຼີ້ນ​ຢູ່ເຮືອນ​ຂອງ​ຜູ້­ກ່ຽວ ຫຼັງ​ຈາກ​ນັ້ນ​ຜູ້­ກ່ຽວໄດ້​ຂໍ​ຈັບ​ແຂນ, ຈັບ​ຂາ ນາງ ສໍ ຄິດ​ຢາກ ຮ່ວມ​ເພດ​ກັບ​ລາວແລ້ວ​ກໍ່​ລົງ­ມື​ທຳ​ຊຳເລົາ​ຈົນ​ສຳ­ເລັດ ໃນ​ຂະ­ນະ​ທີ່​ເມຍ ແລະ ລູກ​ຂອງ​ຜູ້­ກ່ຽວ​ບໍ່​ຢູ່​ເຮືອນ, ຄັ້ງ​ທີ 2 ກໍ່ ລົງ­ມື​ທຳ​ຊຳ​ເລົາ​ຢູ່​ເຮືອນ​ຜູ້­ກ່ຽວ, ຄັ້ງ​ທີ 3 ຢູ່​ສວນ​ແຄມ​ນ້ຳ​ແຈ້ງ, ຄັ້ງ​ທີ 4 ແມ່ນ ໄປ​ຊອກ​ເຫັດ​ຕາບ​ຢູ່​ຄັງ​ແຄມ​ນາ, ຄັ້ງ​ທີ 5  ແມ່ນ​ຢູ່​ສ່ວນ​ໝາກ­ຖົ່ວ ທ້າວ ຈັນ, ຄັ້ງ ທີ 6 ແມ່ນ​ໄປ​ເກັບ​ຫອຍ​ແຄມ​ນາ, ຄັ້ງ​ທີ 7 ແມ່ນ​ໄປ​ກິນ​ໝາກ​ສີ­ດາ​ຢູ່​ຄັງ, ຄັ້ງ​ທີ 8 ຢູ່​ເຮືອນ​ທ້າວ​ຈັນ, ຄັ້ງ​ທີ 9 ໄປ​ຂຸດ​ມັນ ຕົ້ນ​ຢູ່​ສວນ​ການ​ທຳ​ຊຳ​ເລົາ​ເດັກ ແຕ່​ລະຄັ້ງ​ແມ່ນ​ໄດ້​ຊວນ​ໄປ​ນຳ​ແລ້ວ​ນາບ​ຂູ່ດ້ວຍ​ຮູບ​ການ​ຄື­ເກົ່າ ແລະ​ຄັ້ງ​ທີ 10 ນີ້ ແມ່ນ​ເກີດ​ຂຶ້ນ​ໃນ​ວັນ​ທີ 21 ມັງ­ກອນ 2016 ທ້າວ​ຈັນ ໄດ້​ໄປ​ເຮືອນ ນາງ ສໍ (ນາມ​ສົມ­ມຸດ) ເຫັນ​ຜູ້​ຖືກ­ເສຍ​ຫາຍ​ຢູ່ເຮືອນ​ຜູ້​ດຽວ​ກຳ­ລັງ​ໜຶ້ງ​ເຂົ້າ​ຢູ່ ທ້າວ ຈັນ ກໍ​ມີ​ແນວ​ຄິດ​ຢາກ​ຂົ່ມ­ຂືນ​ກໍ​ເລີຍ​ເຂົ້າກອດ​ພ້ອມ​ທັງ​ຮ່ວມ​ເພດ​ກັບ​ລາວ ແຕ່​ຄັ້ງນີ້​ແມ່ນ​ບໍ່​ທັນ​ສຳ­ເລັດພໍ­ດີ​ແມ່​ຂອງ​ຜູ້​ຖືກ ເສຍ​ຫາຍ​ມາ​ເຫັນ​ກ່ອນ​ຈິ່ງ​ລາຍ​ງານ​ຕໍ່ການ­ຈັດ­ຕັ້ງ​ບ້ານ​ນາ​ໂພ ແລະ​ເຂົ້າ​ແຈ້ງຄວາມ​ຕໍ່​ເຈົ້າ​ໜ້າ­ທີ່​ກອງ​ບັນ­ຊາ​ການ ປກສ ເມືອງ​ໂພນ​ໂຮງ ຫຼັງ​ຈາກ​ນັ້ນ​ຈິ່ງຂໍ​ຄຳ​ສັ່ງ​ກັກ​ຂັງ​ພາງ​ຈາກ​ທ່ານ​ຫົວ­ໜ້າອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ​ເຂດ 1 ແຂວງ​ວຽງ​ຈັນ ເພື່ອ​ດຳ­ເນີນ​ຄະ­ດີ​ຕາມຂັ້ນ​ຕອນ​ຂອງ​ກົດ­ໝາຍ.

ຕາມ​ການ​ສັງ­ເກດ​ຕີ​ລາ­ຄາ​ຂອງ​ເຈົ້າ ໜ້າ­ທີ່​ເຫັນ​ວ່າ ທ້າວ​ຈັນ ແມ່ນ​ມີ​ສຳ​ປະ­ຊັນ ຍະ​ສົມ­ບູນ ແລະ​ຄົບ​ສີ່​ອົງ​ປະ­ກອບ​ຂອງການ​ກະ­ທຳ​ຜິດ ຊຶ່ງ​ການ​ກະ­ທຳ​ດັ່ງ­ກ່າວ ໄດ້​ສ້າງ​ຄວາມ​ບໍ່​ສະ­ຫງົບ​ໃຫ້​ແກ່​ບ້ານເມືອງ ທັງ​ເປັນ​ການ​ກະ­ທຳ​ທີ່​ລະ­ເມີດ​ກົດໝາຍ​ອາ­ຍາ​ໃນ​ມາດ­ຕາ 129 ແຫ່ງ ສປປ ລາວ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...