Homeຂ່າວຕ່າງປະເທດປ່ອຍຍານໂຊຍຸຊພ້ອມລູກເຮືອຊຸດໃໝ່ສູ່ສະຖານີອາວະກາດແລ້ວ!

ປ່ອຍຍານໂຊຍຸຊພ້ອມລູກເຮືອຊຸດໃໝ່ສູ່ສະຖານີອາວະກາດແລ້ວ!

Published on

1463535_10152414795811123_7754746768191224556_n

ຍານອາວະກາດແຄັບຊູລໂຊຍຸຊຂອງລັດເຊຍ ຖືກປ່ອຍຈາກຖານໃນສູນອາວະກາດ ປະເທດຄາຊັດສະຖານ ເພື່ອສົ່ງລູກເຮືອຊຸດໃໝ່ 3 ຄົນ ປະກອບດ້ວຍນັກບິນຊາວລັດເຊຍ 2ຄົນ ແລະ ຊາວອາເມລິກັນ 1 ຄົນ ຂຶ້ນໄປປະຕິບັດໜ້າທີ່ເທິງສະຖານີອາວະກາດນານາຊາດແລ້ວ ໃນຕອນເຊົ້າຂອງວັນທີ 19 ມີນາ 2016 ເວລາ 4:26ໂມງເຊົ້າ (ຕາມເວລາບ້ານເຮົາ) ການປ່ອຍຂຶ້ນເປັນໄປດ້ວຍຄວາມຮຽບຮ້ອຍຫຼັງຈາກ 9 ນາທີ ແລະ ໂຊຍຸຊຈະໄປເຊື່ອມຕໍ່ສະຖານີອາວະກາດ OSS ພາຍໃນ 6 ຊົ່ວໂມງ ນັກບິນອາວະກາດຊາວລັດເຊຍມີຊື່ວ່າ ໂອເລດຊີ ອາຟຊາຍນີຊ ແລະ ໂອເລັກສ໌ບີ ໂປສະກະ ສ່ວນນັກບິນອາວະກາດຊາວອາເມລິກັນຊື່ ແຈັດສ໌ ວິນລ້ຽມ ໂດຍພວກເຂົາຈະປະຕິບັດໜ້າທີ່ເປັນເວລານານເຖິງ 6 ເດືອນ ເມື່ອສິ້ນສຸດພາລະກິດນີ້ຖືກວ່າເປັນການປະຕິບັດພາລະກິດຄັ້ງທີ 3 ແລ້ວ ຂອງ ວິນລ້ຽນ ເຊິ່ງເຮັດໃຫ້ເຂົາກາຍເປັນນັກບິນຊາວອາເມລິກັນທີ່ຂຶ້ນໄປປະຕິບັດໜ້າທີ່ທີ່ສະຖານີອາວະກາດຫຼາຍທີ່ສຸດເຖິງ 534ວັນ ແລະ ໄດ້ທຳລາຍສະຖິຕິເດີມທີ່ນັກບິນຊາວອາເມລິກັນຊື່ ແຄນລີ ເຮັດໄວ້ເຊິ່ງຕອນນັ້ນລາວເຮັດໄດ້ 520ວັນ.

ແຫລ່ງຂ່າວຈາກ: ເວັບໄຊ໌ຄອບຄົວຂ່າວ.ຄອມ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...