spot_img
Homeຂ່າວຕ່າງປະເທດອິນໂດເນເຊຍ ເປີດກວ້າງໃຫ້ຕ່າງຊາດເຂົ້າໄປລົງທຶນ

ອິນໂດເນເຊຍ ເປີດກວ້າງໃຫ້ຕ່າງຊາດເຂົ້າໄປລົງທຶນ

Published on

ປະທານາທິບໍດີອິນໂດ ເນເຊຍ ປັບນະໂຍບາຍສົ່ງ ເສີມ ການລົງທຶນຄັ້ງໃຫຍ່ ໂດຍໃຫ້ ຕ່າງຊາດສາມາດຖືຫຸ້ນໃຫຍ່ ໃນໂຄງການລົງທຶນເກືອບທຸກ ປະເພດ ນັບຕັ້ງແຕ່ການສ້າງ ທາງດ່ວນຈົນໄປເຖິງໂຮງຮູບ ເງົາ ຊຶ່ງທ່ານ ໂຈໂກ ວິໂດໂດ  ປະທານາທິບໍດີອິນໂດເນເຊຍ ຕັດສິນໃຈທັນທີ ຫຼັງຈາກ ບໍລິສັດ ຟອດມໍເຕີ ແລະ ໂຕຊີບາເລີ່ມ ປິດໂຮງງານໃນອິນໂດເນເຊຍ.
ສຳນັກຂ່າວບຣູມເບີກ ລາຍງານວ່າ: ລັດຖະບານອິນ ໂດເນເຊຍ ຍັງສະແດງທ່າທີ ໃຫ້ຕ່າງຊາດຖືຫຸ້ນ 100% ໃນ ອຸດສາຫະກຳຕ່າງໆທີ່ເຄີຍເກັບ ໄວ້ໃຫ້ສະເພາະຄົນອິນໂດເນເຊຍ ຕົວຢ່າງ: ຫ້ອງເຢັນ, ພັດຕະຄານ, ວັດຖຸດິບໃນການຢາ ປິ່ນປົວພະຍາດ. ນອກຈາກນີ້ ທ່ານ ດາມິນ ນາຊູຊັນ ລັດຖະມົນຕີ ປະສານກິດຈະການເສດ ຖະກິດອິນໂດເນເຊຍ ຍັງໄດ້ ປະກາດວ່າເພດານການຖືຫຸ້ນ  ຂອງຕ່າງຊາດໃນທຸລະກິດສະ ໜາມກອ໊ຟ, ກິດຈະການດູແລ ສຸຂະພາບ ແລະ ສະໜັບສະ ໜູນງານສະໜາມບິນຈະເພີ່ມ ຂຶ້ນເປັນ 67%.
ປະທານາທິບໍດີ ວິໂດໂດ  ໃຫ້ສຳພາດວ່າ: ໃນລະຫວ່າງ ການໄປຢ້ຽມຢາມຟາມປາຢູ່ ເກາະສຸມາດຕຣາວ່າ: ມາດຕະ ການດຶງດູດການລົງທຶນຈາກ ຕ່າງຊາດທີ່ປະກາດໄປແລ້ວ ເປັນມາດຕະການຊຸດທຳອິດ ເທົ່ານັ້ນ. ລັດຖະບານກຽມປະ ກາດມາດຕະການດຶງດູດການ ລົງທຶນຊຸດທີ 2 ແລະ ທີ 3 ອີກ ໂດຍຈະມີການປ່ຽນແປງກົດລະ ບຽບການເຮັດທຸລະກິດໃນ 49  ອຸດສາຫະກຳລວມທັງການຄ້າ ຂາຍຍ່ອຍ, ການປະມົງ  ແລະ ເສດຖະກິດດີຈີ ຕອນ ໂດຍລັດ ຖະບານຈະປະເມີນໄປເທື່ອລະ ຂັ້ນຕອນ.
ບຣູມເບີກ ລະບຸວ່າ: ລັດ ຖະບານອິນໂດເນເຊຍ ມີນະ ໂຍບາຍດຶງດູດການລົງທຶນ ເພື່ອແກ້ບັນຫາເສດຖະກິດທີ່ ເກີດຈາກການສົ່ງອອກຫຼຸຸດລົງ, ເຮັດໃຫ້ເສດຖະກິດຂະຫຍາຍ ຕົວຕ່ຳທີ່ສຸດໃນຮອບ 6 ປີ ແລະ ເຮັດໃຫ້ເກີດການວ່າງງານ ເຖິງວ່າການລົງທຶນຈາກຕ່າງ ຊາດໃນປີ 2015 ຈະຍັງເປັນ ບວກ ແຕ່ອຸດສາຫະກຳທີ່ໃຊ້ ແຮງງານສູງໄດ້ຫຼຸຸດລົງ 12%. ຫຼັງຈາກທີ່ລັດຖະບານປະກາດ ຂໍ້ບັງຄັບໃຊ້ກົດໝາຍແຮງງານ ຂັ້ນຕ່ຳ ເຮັດໃຫ້ບໍລິສັດຕ່າງ ຊາດເຊັ່ນ: ຟອດມໍເຕີ, ໂຕຊີ ບາ, ພານາໂຊນິກ ແລະ ເຊັຟຣອນ ໄດ້ປິດກິດຈະການບາງສ່ວນ ແລະ ຫຼຸຸດຄົນງານລົງ.
ທ່ານ ປຣາໂມໂນ ອານຸງ ເລຂາທິການຄະນະລັດຖະມົນ ຕີອິນໂດເນເຊຍ ກ່າວວ່າ: ເປົ້າ ໝາຍໃນການປັບປຸງນະໂຍບາຍ ສົ່ງເສີມການລົງທຶນ ເພື່ອສ້າງ ງານໃຫ້ເກີດຂຶ້ນເປັນການທົ່ວໄປ ແລະ ສ້າງຄວາມແຂງແກ່ນ ໃຫ້ແກ່ທຶນພາຍໃນປະເທດ “ເມື່ອອິນໂດເນເຊຍເຂົ້າເປັນ ໜຶ່ງໃນປະຊາຄົມເສດຖະກິດ ອາຊຽນ ເຮົາຕ້ອງພັດທະນາ ຄວາມສາມາດໃນການແຂ່ງ ຂັນຂອງເຮົາ”.
ບຣູມເບີກ ລະບຸອີກວ່າ: ລັດຖະບານອິນໂດເນເຊຍມີ ແຜນປັບປຸງມາດຕະການສົ່ງ ເສີມການລົງທຶນໃຫ້ເຂົ້າໃຈ ງ່າຍ ແລະ ບໍ່ຊ້ຳຊ້ອນ ໂດຍຈະ ແບ່ງອອກເປັນ 3  ລະດັບຄື:  ອຸດສາຫະກຳທີ່ໃຫ້ຕ່າງຊາດຖື ຫຸ້ນໄດ້ 49%, ລະດັບທີ່ໃຫ້ຖື ຫຸ້ນໄດ້ 67% ແລະ ລະດັບທີ່ ໃຫ້ຖືຫຸ້ນໄດ້ 100% ຊຶ່ງທ່ານ ອານຸງ ຍົກຕົວຢ່າງວ່າ:  ທຸລະ ກິດບາງປະເພດເຊັ່ນ: ພິພິທະ ພັນເອກະຊົນ ແລະ ບໍລິການ ຈັດອາຫານຈາກເດີມທີ່ຖືຫຸ້ນ ໄດ້ 51% ຈະເພີ່ມເປັນ 67%. ສ່ວນຜູ້ປະກອບການທາງດ່ວນ ຈະຢູ່ໃນລະດັບ 100% ແທນທີ່ ຈະເປັນ 95% ໃນກົດລະບຽບ ເດີມ.
ພາຍໃຕ້ມາດຕະການສົ່ງ ເສີມການລົງທຶນໃໝ່ ບໍ່ໄດ້ມາ ພຽງແຕ່ການເປີດກວ້າງໃຫ້ ຕ່າງຊາດຖືຫຸ້ນໄດ້ເພີ່ມຂຶ້ນ ດ້ານດຽວ ແຕ່ມີການປົກປ້ອງ ທຸລະກິດຂະໜາດນ້ອຍບໍ່ໃຫ້ ຕ່າງຊາດເປັນເຈົ້າຂອງຈຳນວນ 19 ອຸດສາຫະກຳເຊັ່ນ: ການ ລົງທຶນນຳເອົາປາກາລັງໄປຜະ ລິດເປັນວັດຖຸກໍ່ສ້າງ ແລະ ການປູກປາກາລັງໂດຍໃຊ້ພື້ນ ທີ່ຕ່ຳກວ່າ 25 ເຮັກຕາ ຫຼື ໂຮງ ຮູບເງົາເຖິງຈະໃຫ້ຕ່າງຊາດ ເປັນເຈົ້າຂອງ 100% ແຕ່ກໍມີ ກົດລະບຽບທີ່ໂຮງຮູບເງົາທີ່ ຕ້ອງສາຍຮູບເງົາທ້ອງຖິ່ນຢ່າງ ນ້ອຍ 60% ຂອງຈຳນວນ ຊົ່ວ ໂມງທີ່ເປີດສາຍທັງໝົດ.
ທ່ານ ເກຣນ ແມັກໄກ ຫົວ ໜ້າເສດຖະສາດສຳລັບພາກ ພື້ນອາຊີ-ປາຊີຟິກ ຂອງບໍລິສັດ ອົດສະຕຣາລີ ແລະ ນິວຊີແລນ ຄິງກຣຸບ ກ່າວໂດຍປົກກະຕິ ແລ້ວ ອິນໂດເນເຊຍບໍ່ຄອຍໄດ້ ເປີດກວ້າງໃຫ້ກັບນັກລົງທຶນ ຕ່າງຊາດ, ແຕ່ປະຈຸບັນນີ້ ເຫັນ ຢ່າງຈະແຈ້ງວ່າ ອິນໂດເນເຊຍ ເປີດປະຕູໃຫ້ຕ່າງຊາດ ລົງທຶນ ຕົວຈິງ ໂດຍມີການເພີ່ມພຽງ ກົດໝາຍເລັກນ້ອຍ ເພື່ອຮັບປະ ກັນຄວາມປອດໄພທຸກດ້ານ.

ແຫລ່ງຂ່າວຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...