Homeຂ່າວທ້ອງຖິ່ນເຈົ້າ​ໜ້າ­ທີ່​ຢຶດ​ໄມ້​ເຖື່ອນ​ໄດ້ 8 ແສນ​ກວ່າ​ແມັດ​ກ້ອນ

ເຈົ້າ​ໜ້າ­ທີ່​ຢຶດ​ໄມ້​ເຖື່ອນ​ໄດ້ 8 ແສນ​ກວ່າ​ແມັດ​ກ້ອນ

Published on

ເຈົ້າ​ໜ້າ­ທີ່​ຢຶດ​ໄມ້​ເຖື່ອນ​ໄດ້ 8 ແສນ​ກວ່າ​ແມັດ​ກ້ອນ
ເຈົ້າ​ໜ້າ­ທີ່​ຢຶດ​ໄມ້​ເຖື່ອນ​ໄດ້ 8 ແສນ​ກວ່າ​ແມັດ​ກ້ອນ

ເຖິງ​ແມ່ນ​ວ່າ​ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງຂອງ​ລັດ​ເຂັ້ມ​ງວດ​ໃນ​ການ­ຈັດ­ຕັ້ງ​ປະຕິ​ບັດ​ກົດ­ໝາຍ​ພຽງ​ໃດ​ກໍ​ຕາມ ແຕ່​ສະ ພາບ​ການ​ເຄື່ອນ​ຍ້າຍ​ຄ້າ­ຂາຍ​ໄມ້​ທີ່​ບໍ່​ຖືກ­ຕ້ອງ​ຢູ່​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ຍັງ​ແພ່​ລະ­ບາດ​ຢ່າງ​ກວ້າງ­ຂວາງເຮັດ​ໃຫ້​ລັດ ແລະ ປະ­ຊາ­ຊົນຕ້ອງ​ສູນ​ເສຍ​ຜືນ​ປ່າ​ໃນ​ແຕ່​ລະ​ປີ​ເປັນ​ຈຳ­ນວນ​ບໍ່​ໜ້ອຍ ສະ­ເພາະ​ໃນ​ໄລ­ຍະ 6 ເດືອນ​ຕົ້ນ​ປີ 2013-Œ2014 ເຈົ້າ​ໜ້າ­ທີ່​ສາ­ມາດ​ຢຶດ​ໄມ້​ຜິດ​ລະບຽບ​ໄດ້ 8 ແສນ​ກວ່າ​ແມັດ​ກ້ອນ ໃນ​ຂອບເຂດ​ທົ່ວ​ປະ­ເທດ.

ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ລັດ​ຖະບານ​ໃຫ້​ຮຸ​ູ້​ວ່າ: ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາລັດ­ຖະ­ບານ​ເນັ້ນ​ໃຫ້​ກະ­ຊວງ​ກະ­ສິ­ກຳ​ປ່າ­ໄມ້ຂະ­ແໜງ­ການຄຸ້ມ​ຄອງ​ປ່າ­ໄມ້ ແລະ ຊັບ­ພະ­ຍາ­ກອນ​ໄມ້ ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຂໍ້​ຕົກ­ລົງ, ມະ­ຕິ​ຄຳ​ສັ່ງ​ກ່ຽວ​ກັບ​ໄມ້ ສະ­ບັບ​ເລກ​ທີ 17/ນຍ ແລະ ຂໍ້​ຕົກ­ລົງ 32/ນຍ ໃນ​ການ​ຂຸດ​ຄົ້ນ​ໄມ້​ໃນ​ເຂດ​ຫຼໍ່​ແຫຼມ,ການບໍ­ລິ­ການ​ໄມ້​ໃຫ້​ແຕ່​ລະ​ແຂວງ​ໄປ​ຕາມ​ລະບຽບ​ກົດ­ໝາຍ, ສຶບ​ຕໍ່​ຕິດ­ຕາມ ແລະ ຄຸ້ມ​ຄອງ​ຜະ­ລິດ​ປ່າ​ເຂດ​ລ້ອງ​ຄາວŒລ້ອງຄານ ເມືອງ​ພູ​ກູດ, ເຂດ​ນ້ຳ​ໂມ້ ເມືອງໝອກ ແຂວງ​ຊຽງ​ຂວາງ, ຕິດ­ຕາມ ແລະ  ຄຸ້ມ​ຄອງ​ການ​ເຄື່ອນ​ຍ້າຍ​ໄມ້​ເຄື່ອງປ່າ​ຂອງ​ດົງ​ພາຍ​ໃນ​ປະ­ເທດ​ໃຫ້​ຖືກ­ຕ້ອງຕາມ​ລະ­ບຽບ​ພ້ອມ​ທັງ​ກະ­ກຽມ​ມອບ​ແຜນ​ປູກ​ໄມ້​ຟື້ນ​ຟູ​ປ່າ​ເກັບ​ກູ້​ເຄື່ອງ​ປ່າ​ຂອງ​ດົງ​ໃຫ້​ແຕ່​ລະ​ທ້ອງ­ຖິ່ນຈັດ​ຕັ້ງ​ປະ­ຕິບັດ.

ພ້ອມ​ດຽວ​ກັນ​ນັ້ນ ແມ່ນ​ເນັ້ນ​ໃຫ້​ພາກສ່ວນ​ທີ່​ກ່ຽວ­ຂ້ອງ​ໂຄ­ສະ­ນາ​ເຜີຍ­ແຜ່​ກົດໝາຍ, ສຶກ​ສາ​ອົບ­ຮົມ​ປະ­ຊາ­ຊົນ​ຜູ້​ປະກອບ​ການ​ໃຫ້​ເຂົ້າ­ໃຈ​ຄວາມ​ສຳ­ຄັນ​ຕໍ່​ວຽກງານ​ປ່າ­ໄມ້​ໃນ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ປ່າ­ໄມ້​ເພື່ອ​ໃຫ້​ຂະ​ບວນ​ການ​ລັກລອບ​ຕັດ​ໄມ້​ທີ່​ຝ່າ­ຝືນ​ລະ­ບຽບ​ກົດ­ໝາຍ ປ່າ­ໄມ້​ໃຫ້​ຄ່ອຍໆ​ຫຼຸດ​ລົງ​ເທື່ອ​ລະ​ກ້າວ.

ຢ່າງ­ໃດ​ກໍ​ຕາມ ໃນ​ໄລ­ຍະ 6 ເດືອນ​ຕົ້ນປີ 2013Œ-2014 ເຈົ້າ​ໜ້າ­ທີ່​ສາ­ມາດ​ຢຶດ, ອາ​ຍັດ​ໄມ້, ເຄື່ອນ​ຍ້າຍ​ໄມ້​ຜິດ​ລະ­ບຽບກົດ­ໝາຍ​ທັງ​ໝົດ 35.217 ຕົ້ນ​ຕໍ່​ທ່ອນຕໍ່​ຕັບ​ຕໍ່​ໂຕ​ຕໍ່​ແຜ່ນ ບໍ​ລິ​ມາດ 823.971 ແມັດ​ກ້ອນ ໃນ​ນັ້ນ ມີ​ໄມ້​ປະ­ເພດ​ຫວງ​ຫ້າມ, ໄມ້​ພິ­ເສດ ແລະ ໄມ້​ຄຸ້ມ​ຄອງ1,2,3 ເຈົາ​ໜ້າ­ທີ່​ບໍ່​ພຽງ​ແຕ່​ຢຶດ​ໄມ້​ຜິດ​ລະ­ບຽບ​ເທົ່າ​ນັ້ນ ຍັງ​ສາ­ມາດ​ຢຶດ​ສິ່ງ​ຕ່າງໆ​ທີ່​ຜິດ​ລະ­ບຽບ​ເຊັ່ນ: ລົດ ຈຳ­ນວນ 10 ຄັນ, ຢຶດສັດ​ນ້ຳ ແລະ ສັດ­ປ່າ​ຈຳ­ນວນ​ທັງ​ໝົດ 6 ຊະ­ນິດ ມີ​ນ້ຳ­ໜັກ​ທັງ​ໝົດ 10,5 ກິ​ໂລກ​ຣາມ ແລະ ຊິ້ນ​ສ່ວນ​ສັດ­ປ່າ 11 ຊະ­ນິດ ມີ​ນ້ຳ­ໜັກ​ທັງ​ໝົດ 273 ກິ​ໂລກ​ຣາມ ໄດ້ກັກ​ເຄື່ອງ​ປ່າ​ຂອງ​ດົງ​ຈຳ­ນວນ 3 ຊະ­ນິດ ນ້ຳ­ໜັກ 47.547 ກິ​ໂລກ​ຣາມ ພ້ອມ​ກັນນັ້ນ ​ກໍ່​ໄດ້​ເອົາ­ໃຈ­ໃສ່​ປັບ­ປຸງ​ລະ­ບຽບ​ກົດໝາຍ.

ທີ່ມາ http://www.sedthakid.la/khao/18643.spc

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...