Homeຂ່າວພາຍ​ໃນອຸບັດຕິເຫດ ລົດພ່ວງຕຳລົດຈັກຊາວຫວຽດນາມ ເສຍຊີວິດຄາທີຮ່າງກາຍຈີກຂາດ !

ອຸບັດຕິເຫດ ລົດພ່ວງຕຳລົດຈັກຊາວຫວຽດນາມ ເສຍຊີວິດຄາທີຮ່າງກາຍຈີກຂາດ !

Published on

ອຸບັດຕິເຫດ ລົດພ່ວງຕຳລົດຈັກຊາວຫວຽດນາມ ເສຍຊີວິດຄາທີ ຮ່າງກາຍຈີກຂາດ !

ວັນທີ17/3/2016 ທີ່ຜ່ານມາ ເວລາປະມານ13:40ນາທີ ໄດ້ເກີດອຸບັດຕິເຫດ ຢູເສັ້ນທາງເລກ 9 ເຂດ ເມືອງ ພີນ ແຂວງ ສະຫວັນນະເຂດ ໄດ້ມີລົດພ່ວງ ປ້າຍທະບຽນລົດ ບກ 1407 ໄປຕຳເອົາ ລົດຈັກຄົນຫວຽດນາມທີ່ກຳລັງເລາະຂາຍເຄື່ອງ ຖ້ວຍບ່ວງ, ກະຊາມ ແລະ ອື່ນໆ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ ສະພາບສົບຫມຸ່ນ ເລະ ສະຫມອງໄຫລ ເຄື່ອງໃນກະແຈກກະຈາຍຕາມຖະໜົນ  ສ່ວນເຈົ້າຂອງລົດພວງຄູ່ກໍລະນີແມ່ນຍິນດີຮັບຜິດຊອບຊົດໃຊ້ທຸກຢ່າງ.

ຜູ້ເສຍຊີວິດ ມີຊື່ວ່າ ທ້າວ ລ໋ອກ ອາຍຸ 52 ປີ ໄດ້ມາເຊົ່າເຮືອນຢູ່ກັບອ້າຍເຂີຍ ແລະ ຍາດພີ່ນ້ອງ ທີ່ບ້ານ ນາໂພ ເມືອງພີນ ແຂວງ ສະຫວັນນະເຂດ ແລະ ໄດ້ຢຶດອາຊີບເລາະຂາຍເຄື່ອງຢູ່ລາວເປັນເວລາ 10 ກ່ວາປີ ເຊິ່ງຜູ້ກ່ຽວກໍ່ໄດ້ມີຄອບຄົວມີລູກມີຫຼານ.

ການເກີດອຸບັດຕິເຫດທຸກຄັ້ງຍ່ອມມີການສູນເສຍເກີດຂຶ້ນກັບທຸກຝ່າຍ ສະນັ້ນທາງທີມງານລາວໂພສຕ໌ກໍ່ຂໍໃຫ້ທຸກຄົນມີສະຕິລະວັງຕົວໃນການເດີນທາງ ຈົ່ງພ້ອມກັນເຄົາລົບກົດລະບຽບການສັນຈອນຂອງບ້ານເມືອງ ແລະ ມີນ້ຳໃຈໃນການຂັບຂີ່ລົດຕາມທ້ອງຖະໜົນ ເພື່ອຫຼີກລ່ຽງການເກີດອຸບັດເຫດ.

ທ້າຍສຸດນີ້ພວກເຮົາຂໍສະແດງຄວາມເສຍໃຈນຳຄອບຄົວຂອງທ້າວ ລ໋ອກ ປະຊາຊົນຊາວຫວຽດນາມທີ່ໄດ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງລາວໄປສູ່ສຸຂະຕິດ້ວຍເຖີດ!!!

 

 

 

 

ຮຽບຮຽງຂ່າວໂດຍ: ທີມງານລາວໂພສຕ໌

ຂອບໃຈຂ່າວຈາກ:

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...