spot_img
Homeມຸມຂ່າວ AECລາວຈະຈັດງານປະກວດ ຊຸເປີໂມເດວ ເປັນເທື່ອທຳອິດທ້າຍປີນີ້.

ລາວຈະຈັດງານປະກວດ ຊຸເປີໂມເດວ ເປັນເທື່ອທຳອິດທ້າຍປີນີ້.

Published on

 

557000005009501

.ຕາມແຫຼ່ງຂ່າວ ASTVຜູ້ຈັດການອອນໄລນ໌ ລາຍງານທາງເວບໄຊຕ໌ ວ່າ ປະເທດລາວຫຼັງຈັດການປະກວດນາງສາວລາວ ຫຼື Miss Lao ຕິດຕໍ່ກັນມາຫຼາຍປີ ຈົນມາເທິງປັດຈຸບັນນີ້ ແລະຕໍໄປນີ້ກໍ່ຈະໄດ້ປະກວດນາງແບບ ຊາຍແບບ ລວມໄປເຖິງເດັກ ແລະ ຜູ້ໃຫຍ່ອີກດ້ວຍ, ແຕ່ສຳລັບການປະກວດຂອງຄົນລາວແລ້ວທຸກຢ່າງແມ່ນຈະຢູ່ໃນກອບເຊິ່ງສະແດງອອກທາງດ້ານຮີດຄອງປະເພນີ. ກົມແຜນການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ຈັດການຖະແຫຼງຂ່າວຂຶ້ນໃນວັນທີ 29 ເມສາ. ທີ່ຜ່ານມາ ທີ່ໂຮງແຮມລາວພາຊ່າ ພ້ອມເຊີນຊວນໃຫ້ບັນດາໜຸ່ມສາວທັງຫຼາຍກຽມພ້ອມລໍຮັບການເປີດ ຮັບສະໝັກ ໃນເດືອນ ກັນຍາ. ການປະກວົດ “ນາງແບບ ຊາຍແບບ ແລະ ເດັກນ້ອຍຜູ້ໜ້າຮັກ” ຂອງທາງການຄອມລາວຈະມີຂຶ້ນໃນເດືອນ ກັນຍາ. ເຊິ່ງຈະເປັນເທື່ອທຳອິດທີ່ມີການປະກວດ ງານແບບນີ້ຂຶ້ນ ໃນລາວ ດຳເນີນການໂດຍແຜນກົມວັດທະນະທຳ ນະຄອນຫຼວງວຽງຈັນທົ ກັບບໍລິສັດເອກະຊົນອີກ 2 ແຫ່ງໂດຍໃຊ້ເວທີສູນປະຊຸມ ແລະ ສູນການຄ້າລາວໄອເທັກ. ການປະກວດງານນີ້ກໍເພື່ອ “ເປັນການເປີດໂອກາດໃຫ້ໜຸ່ມສາວເຍົາວະຊົນໄດ້ສະແດງອອກ ແລະ ກ້າວເຂົ້າສູ່ວົງການບັນເທີງ ຂອງລາວ” ບັນດານາງແບບ ຊາຍແບບ ແລະ ເດັກທັງຫຼາຍຈະໄດ້ “ເປັນຕົວແທນນຳສະເໜີ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ການແຕ່ງກາຍອັນເປັນ ເອກະລັກ ແລະ ການປະຍຸກຜ້າລາຍລາວເຮັດໃຫ້ຕ່າງປະເທດຮູ້ຈັກຫຼາຍຂຶ້ນ ລວມທັງເປັນການກຽມພ້ອມເຂົ້າສູ່ປະຊາຄົມອາຊຽນໃນປີ 2015 ນີ້” ການປະກວດລາວຊູເປີໂມເດວ ມີຂຶ້ນຫຼັງຈາກກະຊວງຖະແຫຼງຂ່າວ ເປັນເຈົ້າພາບຈັດການປະກວດນາງສາວລາວຢ່າງເປັນທາງການມາເປັນປີທີ່ 4 ສຳລັບຊາວນະຄອນຫຼວຽງຈັນປີນີ້ຍັງມີການປະກວດ “ນາງສາວປີໃໝ່” ອີກເວທີໜຶ່ງເຊິ່ງຈັດຂຶ້ນກ່ອນໜ້າເທດການຂຶ້ນປີໃໝ່ປະເພນີ ການປະກວດ “ນາງສັງຂານ” ເພື່ອພິທີການໃນໄລຍະເທດການບຸນປີໃໝ່ລາວ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...