Homeຂ່າວການພັດທະນາລັດຖະບານ ຄົ້ນຄວ້າ ແລະ ພິຈາລະນາຫຼາຍບັນຫາສຳຄັນ

ລັດຖະບານ ຄົ້ນຄວ້າ ແລະ ພິຈາລະນາຫຼາຍບັນຫາສຳຄັນ

Published on

ກອງ​ປະຊຸມ​ລັດຖະບານ​ສະໄໝ​ສາມັນ ​ປະຈຳ​ເດືອນ​ມີນາ ໄດ້​ຈັດຂຶ້ນ​ວັນ​ທີ 15 ມີນາ 2016 ໂດຍເປັນ​ປະທານ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ມີບັນດາ​ທ່ານ​ຮອງ​ນາຍົກ​ລັດ​ຖະມົນຕີ ແລະ ສະມາຊິກ​ລັດ​ຖະບານ​ເຂົ້າ​ຮ່ວມ.

ໃນ​ກອງ​ປະຊຸມໄດ້​ປຶກສາ​ຫາລື​ ປະກອບ​ຄຳ​ຄິດ​ຄຳ​ເຫັນ ແລະ ຮັບຮອງ​ເອົາ​ທາງ​ດ້ານ​ຫຼັກການ​ຕໍ່ບາງ​ບັນຫາ​ສຳຄັນ​ດັ່ງນີ້: ໄດ້​ພິຈາລະນາ ແລະ ເຫັນ​ດີ​ຮັບຮອງ​ດຳລັດ​ວ່າ​ດ້ວຍ​ວິຈິດ​ສິນ ເພື່ອ​ກຳນົດຫຼັກການ ລະບຽບ​ການ ແລະ ມາດ​ຕະການ​ກ່ຽວ​ກັບ​ການ​ຄຸ້ມຄອງ ຕິດຕາມ ກວດກາການຈັດຕັ້ງ ແລະ ການເຄື່ອນໄຫວ​ວຽກງານ​ວິຈິດ​ສິນ.

ກອງ​ປະຊຸມ​ໄດ້​ພິມ​ຈາລະ​ນາ ແລະ ເຫັນ​ດີ​ຮັບຮອງ​ດຳລັດ​ວ່າ​ດ້ວຍ​ການ​ບັນເທີງ ເພື່ອ​ກຳນົດ​ຫຼັກການ ລະບຽບ​ການ ແລະ ມາດ​ຕະການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ຕິດຕາມ​ກວດກາ​ການເຄື່ອນໄຫວ​ກິດຈະການ​ບັນເທີງ ເພື່ອ​ໃຫ້​ໄດ້​ມາດຕະຖານ ມີ​ຄວາມ​ປອດ​ໄພ ສະຫງົບ ເປັນ​ລະບຽບ​ຮຽບ​ຮ້ອຍ ແນໃສ່​ອະນຸ​ຮັກ ສົ່ງເສີມ​ສິລະ​ປະ ວັດທະນະທຳ ແລະ ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ​ໃຫ້​ມີ​ຄວາມ​ຍືນ​ຍົງ.

ໃນ​ປັດຈຸບັນ ຢາ​ເສບ​ຕິດ​ກຳລັງ​ເປັນ​ໄພ​ຄຸກ​ຄາມ​ຕໍ່​ຄວາມ​ໝັ້ນຄົງ ຄວາມ​ສະຫງົບ​ສຸກ ຄວາມ​ປອດ​ໄພ ແລະ ກົດ​ໜ່ວງ​ຖ່ວງ​ດຶງ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ ສ້າງ​ຄວາມ​ເສຍ​ຫາຍ ຄວາມ​ສັບສົນ​ວຸ້ນວາຍ ນຳ​ເອົາ​ຄວາມ​ຫາ​ຍະ​ນະ​ມາສູ່​ສັງຄົມ ຄອບຄົວ ແລະ ຄົນ​ຮຸ່ນ​ສືບ​ທອດ ທັງ​ຍັງ​ເປັນ​ພາຫະນະ​ເຊື່ອມ​ຕໍ່​ກໍ່ໃຫ້ເກີດ​ມີ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ການ​ສໍ້​ລາດ​ບັງ​ຫຼວງ ສົ່ງ​ຜົນ​ກະທົບ​ຕໍ່​ບົດບາດ​ພາບ​ພົດ​ຂອງ​ການ​ນຳ​ພັກ-ລັດຖະບານ ສະນັ້ນ ກອງ​ປະຊຸມ​ຄັ້ງ​ນີ້ຈຶ່ງ​ພິຈາລະນາ ແລະ ເຫັນ​ດີ​ຮັບຮອງ​ແຜນ​ແມ່​ບົດ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ຄວບ​ຄຸມ ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ (2016-2020) ເຊິ່ງ​ແຜນ​ແມ່​ບົດ​ແຫ່ງ​ຊາດ​ສະບັບ​ນີ້ ປະກອບ​ມີ 9 ແຜນ​ງານ.

 

ແຫລ່ງຂ່າວຈາກ: SPC Systems

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...