Homeຂ່າວການພັດທະນາເປີດ​ເຂດ​ໂລ​ຈິ​ສ​ຕິກແຫ່ງ​ທຳ​ອິດ​ຂອງ​ລາວ ສູນ​ເຊື່ອມ​ໂຍງການ​ຂົນ­ສົ່ງ​ກັບ​ບັນ­ດາ​ປະ­ເທດ​ໃນ​ໂລກ

ເປີດ​ເຂດ​ໂລ​ຈິ​ສ​ຕິກແຫ່ງ​ທຳ​ອິດ​ຂອງ​ລາວ ສູນ​ເຊື່ອມ​ໂຍງການ​ຂົນ­ສົ່ງ​ກັບ​ບັນ­ດາ​ປະ­ເທດ​ໃນ​ໂລກ

Published on

 

ສະ­ຫວັນ​ໂລ​ຈິ​ສ​ຕິກ ເປີດ​ຂຶ້ນ​ເປັນ​ທາງການ ໂດຍ​ຈະ​ເປັນ​ສ່ວນ​ໜຶ່ງ​ທີ່​ເຮັດ​ໃຫ້ ສປປ ລາວ ກາຍ­ເປັນ​ຂົງ­ເຂດ​ໃໝ່ ເພື່ອ​ເຊື່ອມ​ຕໍ່​ຈາກ ປະ­ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ­ເລ​ເປັນ​ປະ­ເທດເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ​ບັນ­ດາ​ປະ­ເທດ​ໃນໂລກ ໂດຍ​ຈະ​ເຮັດ​ໃຫ້­ການ​ຂົນ­ສົ່ງ​ສິນ­ຄ້າ​ໄປ​ຍັງປະ­ເທດ​ເປົ້າ​ໝາຍ​ສະ­ດວກ ແລະ​ວ່ອງ­ໄວ​ຂຶ້ນ.

ວັນ​ທີ 15 ມີ­ນາ​ຜ່ານ​ມາ ທີ່​ເຂດ​ເສດ­ຖະ­ກິດພິ­ເສດ​ສະ­ຫວັນ-ເຊ​ໂນ ແຂວງ​ສະ­ຫວັນ​ນະ​ເຂດ ໄດ້​ມີ​ພິ­ທີ​ເປີດ​ເຂດ​ໂລ​ຈິ​ສ​ຕິກ ທ່າ​ບົກ​ຂອງ​ບໍ​ລິສັດ​ສະ­ຫວັນ​ໂລ​ຈິ​ສ​ຕິກ ຈຳ­ກັດ ໂດຍ​ການ​ເຂົ້າຮ່ວມ​ຂອງ ທ່ານ ດຣ. ສຸ­ພັນ ແກ້ວ​ມີ​ໄຊ ເຈົ້າແຂວງໆ​ສະ­ຫວັນ​ນະ​ເຂດ, ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ໂຍ­ທາທິ​ການ ແລະ​ຂົນ­ສົ່ງ, ມີ​ບັນ­ດາ​ກົມ, ພະ​ແນກການ ແລະ​ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ພ້ອມ​ພາກສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ດາວ​ວອນ ພະ­ຈັນ​ທະ​ວົງ ອຳ­ນວຍການ​ບໍ­ລິ­ສັດ ສະ­ຫວັນ​ໂລ​ຈິ​ສ​ຕິກ ຈຳ­ກັດ ກ່າວວ່າ: ໃນ​ໄລ­ຍະ​ທຳ​ອິດ​ເຂດ​ໂລ​ຈິ​ສ​ຕິກ​ແມ່ນ​ໄດ້​ລົງ­ທຶນ​ທັງ​ໝົດ 24 ຕື້​ກວ່າ​ກີບ ຫຼື ປະ­ມານ 3 ລ້ານ ໂດ​ລາ, ມີ​ເນື້ອ­ທີ່ 2,2 ເຮັກ­ຕາ, ມີ​ອາ­ຄານ ພ້ອມ​ຫ້ອງ­ການ​ຕ່າງໆ, ເຄື່ອງ​ຍົກ​ຕູ້​ບັນ­ຈຸ​ສິນຄ້າ, ລະ­ບົບ​ຄອມ​ພິວ​ເຕີ, ສ່ວນ​ໃນ​ໄລ­ຍະ​ທີ 2 ຄາດ​ວ່າ​ໃນ 5 ປີ​ຕໍ່­ໜ້າຈະ​ໃຊ້​ເນື້ອ­ທີ່​ປະ­ມານ 11 ເຮັກ­ຕາ ແລະ​ໃນ​ໄລ­ຍະ​ທີ 3 ປະ­ມານ 20 ເຮັກ­ຕາ.

ໃນ​ໂລກ​ປະ­ຈຸ​ບັນ​ລະ­ບົບ​ໂລ​ຈິ​ສ​ຕິກທີ່​ທັນສະ­ໄໝ​ໄດ້​ມີ​ບົດ­ບາດ​ສຳ­ຄັນ​ທີ່​ສຸດເປັນ​ບ້ວງ​ທີ່ຂາດ​ບໍ່​ໄດ້​ໃນ​ຕ່ອງ​ໂສ້​ຂອງ​ການ​ຈໍ​ລະ​ຈອນ​ວັດຖຸ​ພັນ ແລະ​ສິນ­ຄ້າ​ໃນ​ທຸກໆ​ຂອດ​ການ​ຜະ­ລິດທຸ­ລະ​ກິດ​ຂອງ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຕ່າງໆໃນ​ໂລກ​ປະ­ຈຸ​ບັນ, ລະ­ບົບ​ໂລ​ຈິ​ສ​ຕິກ​ທັນ​ສະ­ໄໝທີ່​ໃຫ້​ບໍ​ລິ​ການ­ແຈກ­ຢາຍ​ສິນ­ຄ້າ​ໄດ້​ຢ່າງ​ວ່ອງໄວ ແລະ​ຕົງ​ຕໍ່​ເວ­ລາ ຊຶ່ງ​ແມ່ນ​ສິ່ງ​ຈຳ­ເປັນ​ໃນໂລກ​ສີ­ວິ­ໄລ ແລະ​ເປັນ​ສິ່ງ​ທີ່​ຕ້ອງ­ການ​ທີ່​ສຸດ​ສຳລັບ​ບັນ­ດາ​ປະ­ເທດ​ກຳ­ລັງ​ພັດ­ທະ­ນານັບ​ທັງ ສປປ ລາວ, ລະ­ບົບ​ໂລ​ຈິ​ສ​ຕິກ​ຈະ​ຊ່ວຍ​ປະ­ຢັດລາຍ​ຈ່າຍ, ຫຼຸດ​ຕົ້ນ​ທຶນ​ການ​ຜະ­ລິດ, ປະ­ຢັດ​ເວລາ, ຈະ​ຊ່ວຍ​ເສດ­ຖະ­ກິດ​ຂອງ​ຊາດ​ໄດ້​ຮັບ​ການພັດ­ທະ­ນາ​ໄວ​ຂຶ້ນ.

ຊຶ່ງ​ການ​ສ້າງ­ຕັ້ງ​ເຂດ​ໂລ​ຈິ​ສ​ຕິກ​ທ່າ​ບົກ (Logistic Land Port) ແຫ່ງ​ນີ້​ຂຶ້ນ​ມາ​ກໍເພື່ອ​ເປັນ​ການ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການນຳ​ເຂົ້າ-ສົ່ງ​ອອກ​ສິນ­ຄ້າການ­ແຈກ­ຢາຍ​ສິນ­ຄ້າ ແລະ​ການ​ບໍ​ລິການ​ອື່ນໆ​ທີ່​ກ່ຽວ​ພັນ, ການ​ບໍ­ລິ­ການ​ດັ່ງ ກ່າວ​ຈະ​ນຳ­ໄປ​ສູ່​ການ​ຫຼຸດ­ຜ່ອນ​ຕົ້ນ​ທຶນຄ່າ​ຂົນ­ສົ່ງ, ການ​ສ້າງ​ເຂດ​ໂລ​ຈິ​ສ​ຕິກ​ຈະເປັນ​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ ທະ​ນາ​ເສດ­ຖະ­ກິດ-ສັງ­ຄົມຂອງ​ປະ­ເທດກໍ​ຄື​ແຂວງ​ສະ­ຫວັນ​ນະ​ເຂດ ໂດຍ​ໄດ້​ກາຍເປັນ​ໜໍ່​ແໜງ​ສຳ­ຄັນ​ໃນ​ການ​ພັດ­ທະ­ນາລະ­ບົບ​ໂລ​ຈິ​ສ​ຕິກ​ທີ່​ທັນ​ສະ­ໄໝ​ເທື່ອ​ລະກ້າວ ທັງ​ເປັນ​ການ​ສ້າງ​ພາບ​ພົດ​ຄວາມເຊື່ອ​ໝັ້ນ​ໃຫ້​ແກ່​ບັນ­ດາ​ບໍ­ລິ­ສັດ​ຕ່າງໆ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ ລວມ​ໄປ​ເຖິງ​ການ​ແຂ່ງ­ຂັນ​ກັບ​ບັນ­ດາ​ປະ­ເທດ​ອື່ນໆ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລ.

ການ​ບໍ­ລິ­ການ​ແມ່ນ​ຈະ​ບໍ­ລິ­ການ​ເກັບ ມ້ຽນ​ຕູ້​ບັນ­ຈຸ​ສິນ­ຄ້າ (Container), ການສ້ອມ­ແປງ​ຕູ້​ບັນ­ຈຸ​ສິນ­ຄ້າ, ຄ່ຽນ​ຖ່າຍ​ບໍ​ລິການ​ຈັດ​ສົ່ງ​ສິນ­ຄ້າ​ແບບ​ຕູ້​ດຽວ ແຕ່​ມີຫຼາຍ​ເຈົ້າ​ຂອງ​ສິນ­ຄ້າ​ໃນ​ການ​ບໍ­ລິ­ການຮູບ​ແບບ​ຕູ້​ບັນ­ຈຸ​ສິນ­ຄ້າ​ດຽວ​ຫຼາຍ​ເຈົ້າຂອງ​ສາ­ມາດ​ສົ່ງ​ໄດ້​ແຕ່ 1 ກິ​ໂລກ​ຣາມຫາ 25 ໂຕນ ຈາກ​ເຂດ​ໂລ​ຈິ​ສ​ຕິກ ຈົນ​ໄປເຖິງ​ເຂດ​ໄອ​ຊີ​ດີ ຫຼື ສູນ​ພັກ​ແຈກ​ຢາຍ​ສິນຄ້າ​ຂອງ​ກວາງ​ໂຈ ປະ­ເທດ​ຈີນ, ຮ່າ​ໂນ້ຍຫວຽດ­ນາມ, ບາງ­ກອກປະ­ເທດ​ໄທ, ກົວ​ລາ​ລຳ​ເປີ ປະ­ເທດ​ມາ​ເລ​ເຊຍ ແລະ ປະ­ເທດ​ສິງ­ກະ­ໂປ ແລະ​ຈາກ​ສະ­ຖານ­ທີ່ເຫຼົ່າ­ນັ້ນ​ກັບ​ຄືນ​ມາ​ເຂດ​ໂລ​ຈິ​ສ​ຕິກ ໂດຍມີ​ລາ­ຄາ​ຕ່ຳ​ກວ່າ​ໃນ​ລະ­ດັບ 1 ສ່ວນ 3 ຂອງ​ລາ­ຄາ​ປົກ­ກະ­ຕິ​ໃນ​ປະ­ຈຸ​ບັນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...