Homeຂ່າວທ້ອງຖິ່ນປະທານປະເທດຕ້ອນຮັບຜູ້ອຳນວຍການໃຫຍ່ IMF ຢ້ຽມຢາມລາວເທື່ອທຳອິດ

ປະທານປະເທດຕ້ອນຮັບຜູ້ອຳນວຍການໃຫຍ່ IMF ຢ້ຽມຢາມລາວເທື່ອທຳອິດ

Published on

ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ຕ້ອນຮັບ ທ່ານ ນາງ ຄຣິດຕິນ ລາກາດ ຜູ້ອຳນວຍການໃຫຍ່ ກອງທຶນການເງິນສາກົນ (IMF) ພ້ອມຄະນະໃນຕອນເຊົ້າວັນທີ 15 ມີນານີ້ ທີ່ທຳນຽບປະທານປະເທດ.
ທ່ານປະທານປະເທດ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານຜູ້ອຳນວຍການ ໃຫຍ່ IMF ຖືວ່າເປັນເທື່ອທຳອິດ ໃນການຢ້ຽມຢາມ ສປປ ລາວພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າ ເປັນສະມາຊິກຂອງ IMF ໃນ ວັນທີ 5 ກໍລະກົດ 1961.
ການຢ້ຽມຢາມລາວຂອງ ຜູ້ອຳນວຍການໃຫຍ່ IMF ຄັ້ງ ນີ້ ຖືວ່າເປັນການປະກອບສ່ວນ ອັນສຳຄັນໃນການເສີມຂະ ຫຍາຍການຮ່ວມມືລະຫວ່າງ ລາວ-IMF ໂດຍສະເພາະວຽກ ງານການຄຸ້ມຄອງເສດຖະກິດ ມະຫາພາກໃນ ສປປ ລາວ ແລະ ພາກພື້ນ. ຜ່ານມາການພົວພັນ ສອງຝ່າຍໄດ້ມີບາດກ້າວຂະ ຫຍາຍຕົວດີ ຊຶ່ງ ສປປ ລາວ ໄດ້ຮັບຄຳປຶກສາດ້ານນະໂຍ ບາຍທີ່ເປັນ ປະໂຫຍດຕໍ່ກັບ ການຈັດຕັ້ງປະຕິບັດນະໂຍ ບານເສດຖະກິດມະຫາພາກ ຂອງ ສປປ ລາວ ແລະ ໄດ້ຮັບ ການຊ່ວຍເຫຼືອຍົກລະດັບດ້ານ ວິຊາການ ຊຶ່ງລ້ວນແຕ່ປະກອບ ສ່ວນເຂົ້າໃນ ການສ້າງຄວາມ ເຂັ້ມແຂງໃນການຄຸ້ມຄອງເສດ ຖະກິດໃຫ້ມີສະຖຽນລະພາບ ແລະ ສ້າງເງື່ອນໄຂທີ່ຈຳເປັນ ໃນການນຳເອົາປະເທດຫຼຸຸດ ພົ້ນອອກຈາກສະຖານະພາບ ຂອງປະເທດດ້ອຍພັດທະນາ ໃນປີ 2020, ນັບແຕ່ປີ 1989- 2001 ສປປ ລາວ ໄດ້ຮັບເງິນ ກູ້ດອກເບ້ຍຕ່ຳຈາກ IMF ທັງ ໝົດປະມານ 101,82 ລ້ານ ໂດລາສະຫະລັດ ໃນໂຄງການ ດັດແກ້ສ້າງເສດຖະກິດມະຫາ ພາກ, ໂຄງການສົ່ງເສີມການ ຂະຫຍາຍຕົວຂອງເສດຖະກິດ ແລະ ໂຄງການຫຼຸຸດຜ່ອນຄວາມທຸກຍາກ. ມາຮອດປະຈຸບັນ ສປປ ລາວ ແມ່ນໄດ້ຊຳລະເງິນ ກູ້ດັ່ງກ່າວຄົບຕາມຈຳນວນ ແລະ ບໍ່ທັນມີການກູ້ຢືມເພີ່ມ ເຕີມ. ໃນໂອກາດ ເດີນທາງມາ ຢ້ຽມຢາມລາວໃນຄັ້ງນີ້ ທ່ານ ນາງ ຄຣິດຕິນ ລາກາດ ພ້ອມ ຄະນະໄດ້ເຂົ້າຢ້ຽມ ແລະ ພົບ ປະກັບທ່ານ ດຣ. ທອງລຸນ ສີສຸ ລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ໃນຕອນເຊົ້າ ຂອງວັນດຽວກັນ.

 

ແຫລ່ງຂ່າວຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...