Homeຂ່າວທ້ອງຖິ່ນສະພາການຄ້າ ແລະ ອຸດສາຫະກໍາ ເປີດກວ້າງໃຫ້ຮ່ວມຮັບສະໝັກເພື່ອຄັດເລືອກລາງວັນທຸລະກິດດີເດັ່ນອາຊຽນ

ສະພາການຄ້າ ແລະ ອຸດສາຫະກໍາ ເປີດກວ້າງໃຫ້ຮ່ວມຮັບສະໝັກເພື່ອຄັດເລືອກລາງວັນທຸລະກິດດີເດັ່ນອາຊຽນ

Published on

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງກ່ຽວກັບການຈັດງານ ລາງວັນທຸລະກິດດີເດັ່ນອາຊຽນ ຂອງ ສປປ.ລາວ ປະຈໍາປີ 2016 ຫຼື ABAL 2016 ຂຶ້ນໃນຕອນເຊົ້າວັນທີ 15 ມີນາ 2016 ທີ່ຫ້ອງປະຊຸມຂອງສະພາການຄ້າດັ່ງກ່າວ ໂດຍການຖະແຫຼງຂອງທ່ານ ອຸເດດ ສຸວັນນະວົງ ປະທານສະພາທີ່ປຶກສາທຸລະກິດອາຊຽນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເຊິ່ງເຂົ້າຮ່ວມມີ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ.ລາວ ມີກອງເລຂາຄະນະກໍາມະການຈັດງານທຸລະກິດດີເດັ່ນອາຊຽນ ຂອງ ສປປ.ລາວ ບັນດາພະນັກງານ ວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຸເດດ ສຸວັນນະວົງ ໄດ້ຖະແຫຼງວ່າ ການຈັດງານທຸລະກິດດີເດັ່ນອາຊຽນ ຂອງ ສປປ.ລາວ ປະຈໍາປີ 2016 ຖືເປັນຄັ້ງທໍາອິດຂອງປະເທດ ແລະ ຈະສືບຕໍ່ຈັດໃນແຕ່ລະປີ ເຊິ່ງລາງວັນນີ້ແມ່ນຢູ່ພາຍໃຕ້ຂອບວຽກງານລະດັບພາກພື້ນທີ່ເອີ້ນວ່າ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ການຈັດງານທຸລະກິດດີເດັ່ນອາຊຽນ ໂດຍການຊີ້ນໍາ ແລະ ຈັດຕັ້ງປະຕິບັດຂອງສະພາທີ່ປຶກສາທຸລະກິດອາຊຽນ ຫຼື ASEAN BAC ໃນປີ 2016 ນີ້ ເປັນຂີດໝາຍສໍາຄັນສໍາລັບ ສປປ.ລາວ ໃນການເປັນເຈົ້າພາບຂອງ ASEAN BAC ຄຽງຄູ່ກັບການເປັນເຈົ້າພາບໃນການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ອີກດ້ວຍ.

ຈຸດປະສົງຂອງ ABAL 2016 ບໍ່ພຽງແຕ່ຍ້ອງຍໍ ຊົມເຊີຍບັນດາວິສາຫະກິດລາວທີ່ດີເດັ່ນເທົ່ານັ້ນ ແຕ່ຍັງຈະສ້າງຄວາມເຂັ້ມແຂງ ແລະ ເຮັດໃຫ້ບັນດາວິສາຫະກິດໃນລາວ ມີຄວາມສາມາດດ້ານການແຂ່ງຂັນໃນປະຊາຄົມອາຊຽນ ເຊິ່ງໄດ້ເປີດກວ້າງໃຫ້ທຸກພາກສ່ວນໃນສັງຄົມ ແລະ ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ກາງ ຫຼື ໃຫຽ່ ກໍສາມາດສົ່ງຜົນງານຂອງຕົນເຂົ້າມາສະໝັກ ເຊິ່ງການຈັດພິທີປະກາດຜົນ ແມ່ນຈະຈັດຂຶ້ນໃນທ້າຍເດືອນມິຖຸນາ 2016 ນີ້ ພ້ອມກັນນັ້ນ ຜູ້ທີ່ໄດ້ຮັບລາງວັນດີເດັ່ນສໍາລັບຢູ່ລາວ ກໍຈະຖືກສົ່ງເຂົ້າໄປແຂ່ງຂັນຕໍ່ໃນລະດັບອາຊຽນ ເຊິ່ງຈະມີບັນດາຫົວໜ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນເຂົ້າຮ່ວມ ສ່ວນການປະກາດຜົນຂອງລະດັບພາກພື້ນ ຈະຈັດຂຶ້ນໃນໄລຍະເດືອນກັນຍາ 2016 ທີ່ຄຽງຄູ່ກັບກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ປະຈໍາປີ 2016 ໂດຍມີບໍລິສັດ KPMG ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ກວດສອບຢ່າງເປັນທາງການ ເພື່ອຮັບປະກັນການຈັດງານມອບລາງວັນໃຫ້ມີຄວາມໂປ່ງໃສ ຄວາມຍຸຕິທໍາ ແລະ ມີຄວາມເປັນມືອາຊີບໃນຂັ້ນຕອນການຄັດເລືອກລາງວັນໃຫ້ແກ່ບັນດາຫົວໜ່ວຍທຸລະກິດ.
ຂະນະທີ່ທ່ານນາງ ສຸພາພອນ ສວນນະວົງ ຜູ້ປະສານງານການຈັດຕັ້ງປະຕິບັດວຽກງານ ABIS ແລະ ABAL 2016 ກໍໄດ້ໃຫ້ຮູ້ວ່າ ງານນີ້ມີ 4 ປະເພດລາງວັນ ປະກອບມີ ລາງວັນທຸລະກິດດີເດັ່ນພາຍໃຕ້ຂະແໜງບຸລິມະສິດຂອງ ສປປ.ລາວ ຜູ້ຊະນະເລີດ ຈະມີ 1 ລາງວັນ ເຊິ່ງຢູ່ພາຍໃຕ້ 8 ຂະແໜງການ ລາງວັນທຸລະກິດຂະໜາດນ້ອຍ ແລະ ກາງ ດີເດັ່ນ ຜູ້ຊະນະເລີດ ຈະມີ 2 ລາງວັນ ເຊິ່ງຢູ່ພາຍໃຕ້ 4 ໝວດ ລາງວັນພິເສດ ຜູ້ຊະນະເລີດ ມີ 1 ລາງວັນ ພາຍໃຕ້ 3 ໝວດ ລາງວັນທຸລະກິດດີເດັ່ນ ຄົບຮອບ 40 ປີ ສປປ.ລາວ ຜູ້ຊະນະເລີດມີ 10 ລາງວັນ  ເລີ່ມຈາກນີ້ເປັນຕົ້ນໄປ ບັນດາຜູ້ສະໝັກສາມາດຍື່ນໃບສະໝັກໄດ້ໂດຍການ ດາວໂຫຼດຂໍ້ມູນຈາກ Website abis 2016.com ມື້ຢຸດຮັບສະໝັກແມ່ນວັນທີ 30 ເມສາ 2016 ສໍາລັບບັນດາຄະນະກໍາມະການ ແມ່ນມາຈາກຜູ້ຊົງຄຸນວຸດທິ ມີປະສົບການຈາກຫຼາຍຂະແໜງການເຊັ່ນ ຂະແໜງສຶກສາ ຂະແໜງເສດຖະກິດ ແລະ ພາກສ່ວນທຸລະກິດ ໂດຍມີໜ້າທີ່ຄັດເລືອກຫາຜູ້ຊະນະເລີດໃນແຕ່ລະປະເພດລາງວັນ ພາຍໃຕ້ການກວດສອບລະອຽດທຸກຂັ້ນຕອນຂອງບໍລິສັດ KPMG ສ່ວນຜູ້ທີ່ສົນໃຈສະໜັບສະໜູນງານລາງວັນດັ່ງກ່າວ ແມ່ນສາມາດຕິດຕໍ່ກອງເລຂາ ABAL 2016 ເພື່ອຂໍລາຍລະອຽດສະໜັບສະໜູນ ເຊິ່ງມູນຄ່າການສະໜັບສະໜູນຈະຢູ່ລະຫວ່າງ 1.500-5.000 ໂດລາສະຫະລັດ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....