Homeຂ່າວການພັດທະນາການນຳແຂວງບໍລິຄຳໄຊ ມອບອຸປະກອນການແພດໃຫ້ແກ່ໂຮງໝໍແຂວງ

ການນຳແຂວງບໍລິຄຳໄຊ ມອບອຸປະກອນການແພດໃຫ້ແກ່ໂຮງໝໍແຂວງ

Published on

ການນຳແຂວງບໍລິຄຳໄຊ ມອບອຸປະກອນການແພດໃຫ້ແກ່ໂຮງໝໍແຂວງ

ເພືອເປັນການສ້າງຂະບວນການຕ້ອນຮັບບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນແຂວງບໍລິຄໍາໄຊ ໃຫ້ມີຄວາມໝາຍເລິກເຊິ່ງ ໃນວັນທີ 15 ມີນາ 2016 ຄະນະນໍາແຂວງບໍລິຄຳໄຊ ນຳໂດຍທ່ານ ດຣ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງອຸປະກອນການແພດມາມອບໃຫ້ໂຮງໝໍແຂວງບໍລິຄຳໄຊ ປະກອບມີ ເຄື່ອງອົບເດັກນ້ອຍເກີດໃໝ່ຈຳນວນ 02 ເຄື່ອງ ໃນມູນຄ່າທັງໝົດ 34.000 ໂດລາສະຫະລັດ.

ພິທີມອບ-ຮັບ ໄດ້ມີຂຶ້ນລະຫວ່າງ ທ່ານ ດຣ. ກອງແກ້ວ ໄຊສົງຄາມ ໃຫ້ກຽດເປັນຜູ້ມອບໃຫ້ແກ່ ທ່ານ ດຣ. ບຸນຍັງ ພົມມະຈັນ ຜູ້ອຳນວຍການໂຮງໝໍແຂວງບໍລິຄຳໄຊ ໂດຍຊ້ອງໜ້າຄະນະນຳຂັ້ນແຂວງ ພ້ອມພະນັກງານແພດໝໍທີ່ເຂົ້າຮ່ວມ ໃນໂອກາດດັ່ງກ່າວ ທ່ານເຈົ້າແຂວງພ້ອມຄະນະ ຍັງໄດ້ຢ້ຽມຢາມຄົນເຈັບ ພ້ອມຖາມຄວາມເຈັບເປັນນໍາບຸກຄົນທີ່ເຂົ້ານອນປິ່ນປົວຢູ່ໂຮງໝໍ ດ້ວຍໄມຕີຈິດມິດຕະພາບຢ່າງອົບອຸ່ນ.

ຂ່າວ/ພາບ: ຄຳຟອງ

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...