HomeຊີວິດແລະຄວາມຮັກWedding-Sex-love5 ຂໍ້ອ້າງຍອດຮິດ ທີ່ຜູ້ຊາຍຈະໄດ້ບໍ່ຕ້ອງໃຊ້ຖົງຢາງ!

5 ຂໍ້ອ້າງຍອດຮິດ ທີ່ຜູ້ຊາຍຈະໄດ້ບໍ່ຕ້ອງໃຊ້ຖົງຢາງ!

Published on

ຜູ້ຊາຍຫຼາຍກ່ວາ 80% ຍອມຮັບວ່າ ເຄີຍໃຊ້ມຸກຫຼອກເພື່ອທີ່ຈະສຽບສົດ ງົດໃຊ້ຖົງຢາງ ໃນກຸ່ມຜູ້ຊາຍບໍ່ມີໃຜຢາກເປີດເຜີຍພຶດຕິກຳຕໍ່ຕ້ານການໃຊ້ຖົງຢາງ ລວມທັງຂໍ້ອ້າງຕ່າງໆ ເພື່ອໂນ້ມນ້າວອີກຝ່າຍໃຫ້ຍອມ ແລະ ບໍ່ແມ່ນຜູ້ຊາຍຈະໃຊ້ຂໍ້ອ້າງນີ້ພຽງຄັ້ງໜຶ່ງ ຫຼື ສອງຄັ້ງໃນຊ່ວງໄວລຸ້ນເທົ່ານັ້ນ ສ່ວນຫຼາຍພວກເຂົາພະຍາຍາມຫາຂໍ້ອ້າງຕະຫຼອດ ຮຽກໄດ້ວ່າເປັນຕັ້ງແຕ່ໜຸ່ມຈົນເຖົ້າກັນເລີຍ. 

ຢ່າຍອມໃຫ້ເຂົາສຽບສົດ – ງົດຖົງເດັດຂາດ ຖ້າທ່ານທັງຄູ່ບໍ່ແມ່ນຜົວເມຍກັນ ການຖືພາແບບບໍ່ທັນພ້ອມ ຫຼື ການຕິດຕໍ່ທາງເພດສຳພັນຈະເຮັດໃຫ້ຊີວິດທ່ານພັງຕັ້ງແຕ່ຕອນທີ່ທ່ານຍັງອາຍຸໜຸ່ມນ້ອຍໄດ້ ຜູ້ຊາຍນັ້ນຈະມີຂໍ້ອ້າງສາລະພັດ ຄວາມກະລ້ອນຫຼາຍຮ້ອຍເຫຼັ້ມກວຽນທີ່ຈະໃຊ້ຫຼອກທ່ານ ເພື່ອຫຼີກລ່ຽງການໃຊ້ຖົງຢາງອະນາໄມ ແຕ່ຜູ້ຍິງຍຸກໃໝ່ບອກເລີຍວ່າມັນບໍ່ໂອເຄເລີຍ ເຊິ່ງວັນນີ້ລາວໂພສຕ໌ມີ 5 ຂໍ້ອ້າງຍອດຮິດ ທີ່ຜູ້ຊາຍຈະໄດ້ບໍ່ຕ້ອງໃຊ້ຖົງຢາງ! ມາຝາກສາວໆ ເພື່ອໃຫ້ຮູ້ກ່ອນລ່ວງໜ້າ.

54ebbb990366e_-_couple-in-bed-woman-mad-lgn

1. “ຂ້ອຍບໍ່ມີພະຍາດ ໄວ້ໃຈໄດ້”

ນີ້ຄືຂໍ້ອ້າງຂອງຜູ້ຊາຍມັກໃຊ້ຫຼາຍທີ່ສຸດ… ຜູ້ຊາຍ 73.7% ຄິດວ່າຕົນເອງປອດໄພບໍ່ມີພະຍາດ ແຕ່ພະຍາດຕິດຕໍ່ທາງເພດສຳພັນຈະບໍ່ສະແດງອາການໃນຜູ້ຊາຍ ດັ່ງນັນ ຫາກບໍ່ໄດ້ຜົນກວດຈາກແພດ ພວກເຂົາກໍ່ບໍ່ມີວັນຈະຮູ້ໂຕເລີຍວ່າຕົນເອງມີເຊື່ອພະຍາດຫຍັງແນ່.

2. “ໜ້າຮັກຂະໜາດນີ້ອົດໃຈບໍ່ໄຫວລ່ະ ຂໍສະ !!!”

ຜູ້ຊາຍສ່ວນຫຼາຍ 73.2 % ຄິດວ່າຫາກປາກຫວານແນ່ ດຽວແມ່ຍິງກໍ່ຍອມເອງ ນີ້ຄືຂໍ້ອ້າງທີ່ອັນຕະລາຍທີ່ສຸດ ເພາະມັນຄືການຍ້ອງຍໍອີກຝ່າຍ ໃນຂະນະທີ່ຮໍໂມນກຳລັງທຳງານ ດັ່ງນັ້ນເຂົາຈະພະຍາຍາມເວົ້າແນວໃດກໍ່ໄດ້ເພື່ອໃຫ້ໄດ້ທ່ານມາ ເຖິງແມ່ນວ່າເລື່ອງນັ້ນຈະເປັນເລື່ອງຂີ້ຕວະກໍ່ຕາມ ແຕ່ກໍ່ມັກຈະໄດ້ຜົນ ດັ່ງນັ້ນທ່ານຕ້ອງຍຶດໝັ້ນຈິດໃຈທ່ານໄວ້ ຄິດໄວ້ວ່າຢ້ານຕິດພະຍາດ ຫຼື ຢ້ານຖືພາກ່ອນເວລາສົມຄວນ.

3. “ມັກແບບບໍ່ໃຊ້ຖົງຢາງຫຼາຍກ່ວາ”

ຜູ້ຊາຍກ່ວາ 50.3% ຍັງຄົງໃຊ້ມຸກນີ້ຢູ່ ຂ່າວດີກໍ່ຄື ໃຊ້ບໍ່ໄດ້ທຸກຄັ້ງ ຈາກວາລະສານ Sexual Medicine ລາຍງານວ່າ ທັງຍິງ ແລະ ຊາຍມັກການມີເຊັກສ໌ແບບປ້ອງກັນ ແລະ ແບບບໍ່ໃຊ້ຖົງຢາງເທົ່າກັນ ແຕ່ແມ່ຍິງຈະຮອດຈຸດສຸດຍອດຫຼາຍຄັ້ງກ່ວາຖ້າສວມຖົງຢາງ ເພາະບໍ່ຕ້ອງກັງວົນເລື່ອງຈະຖືພາ ແລະ ຕິດຕໍ່ພະຍາດທາງເພດສຳພັນ ຖົງຢາງສະໄໝນີ້ມີລູກຫຼິ້ນຫຼາກຫຼາຍບໍ່ວ່າຈະມີຜິວຂົນ ມີຣົດ ມີກິ້ນ ຫຼື ບາງຊະນິດເໝືອນກັບບໍ່ໄດ້ໃຊ້ເລີຍກໍ່ມີ ເວລາມີເຊັກສ໌ທ່ານຈະໄດ້ຮູ້ສຶກເລົ້າໃຈ ແລະ ປອດໄພໄປພ້ອມໆກັນ.

4. “ຄືນນີ້ ຂໍບໍ່ໃຊ້ຖົງຢາງໄດ້ບໍ່?”

ໜ້າສົນໃຈທີ່ຜູ້ຊາຍກ່ວາ 40% ໃຊ້ວິທີຕໍ່ລອງກັບອີກຝ່າຍຕົງໆ ວ່າຂໍບໍ່ໃຊ້ຖົງຢາງ ເຂົາອາດຄິດວ່າທ່ານຈະເອັນດູກັບການຂໍອະນຸຍາດຂອງເຂົາ ແລ້ວທ່ານຈະຕົກລົງ ທາງແກ້ເກມກໍ່ຄື ຕອບກັບໄປຕົງໆເລີຍວ່າ “ບໍ່ໃຊ້ຖົງຢາງກໍ່ບໍ່ຕ້ອງມີຫຍັງກັນ ຈະເອົາ ຫຼື ບໍ່ເອົາ” ເພາະນີ້ບໍ່ແມ່ນນິທານກ່ອນນອນ ທ່ານຕ້ອງຍື່ນຄຳຂາດ ບໍ່ດັ່ງນັ້ນ ເຂົາຈະຕີລາຄາໃນຕົວທ່ານວ່າ “ຄົນຢ່າງທ່ານ ແນວໃດກໍ່ໄດ້” ຫຼື ຄິດວ່າຂໍໄດ້ຄັ້ງນີ້ແລ້ວ ຕ້ອງມີຄັ້ງຕໍ່ໄປອີກ.

5. “ບໍ່ເຊື່ອໃຈກັນເລີຍຫວາ”

ມາອີກແລ້ວຄຳເວົ້າສຸດດຣາມ່າຈາກປາກຜູ້ຊາຍ ເຖິງຈະຄ້າຍຄືນ້ຳເນົ່າກໍ່ຕາມ ແຕ່ຈາກຜົນການສຳຫຼວດພົບວ່າ ຜູ້ຊາຍກ່ວາ 34% ເຄີຍໃຊ້ມຸກນີ້ມາແລ້ວ “ຜູ້ຊາຍບາງຄົນຮູ້ສຶກງຸດງິດ ເມື່ອເຫັນອີກຝ່າຍບໍ່ຍອມຢືນຢັນໃຫ້ໃຊ້ຖົງຢາງເທົ່ານັ້ນ” ບາງຄົນຄິດໄປໄກເຖິງຂັ້ນວ່າ… ທ່ານຢາກຖືກໃຊ້ກຳລັງ ດັ່ງນັ້ນ ທ່ານຈົ່ງອະທິບາຍໃຫ້ເຂົາເຂົ້າໃຈວ່າ “ເລື່ອງນີ້ບໍ່ແມ່ນເລື່ອງຈະມາຕໍ່ລອງກັນເທິງຕຽງ”.

 

ຂໍ້ມູນຈາກ: ເວັບໄຊ໌ ບັລອດໂພສຕ໌ຈັງດັອດຄອມ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...