Homeຂ່າວຕ່າງປະເທດສາຍການບິນຟິລິບ​ປິນ​ ເຂົ້າເຈລະຈາສິດທິການບິນອາ​ຊຽນ​​ເປີດ​ສາຍ​ການບິນ​ໃໝ່

ສາຍການບິນຟິລິບ​ປິນ​ ເຂົ້າເຈລະຈາສິດທິການບິນອາ​ຊຽນ​​ເປີດ​ສາຍ​ການບິນ​ໃໝ່

Published on

ໜ່ວຍ​ງານ​ການບິນ​ພົນລະ​ເຮືອນ​ຟິລິບ​ປິນບຸກ​ເຈລະຈາ​ສິດທິ​ການບິນ​ອາ​ຊຽນ​ເປີດ​ທາງ​​ໃຫ້​ສາຍ​ການບິນ​ພາຍ​ໃນ​ປະ​ເທດ​ບິນ​ເຂົ້າ​ເມືອງ​ໃຫຍ່ ສປປ ລາວ, ອິນ​ໂດ​ເນ​ເຊຍ ​ແລະ ​ໄທ ຫຼັງຈາກ​ທ່ານ ອາ​ກີ​ໂນ ປະທານາທິບໍດີ​ລົງ​ນາມ​ຮັບ​ຂໍ້ 5 ​ແລະ 6 ຂໍ້​ຕົກລົງ​ບໍລິການ​ທາງ​ອາກາດ​ພະຫຸ​ພາຄີ​ຂອງ​ອາ​ຊຽນ ພ້ອມ​ເຈລະຈາ​ອີຕາ​ລີ ​ແລະ ກາ​ນາ​ດາ​ເພີ່ມ​ເສັ້ນທາງ​ການບິນ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ຄະນະ​ເຮັດ​ວຽກ​ທາງ​ດ້ານ​ການບິນ​ຂອງ​ຟິລິບ​ປິນ​ເຈລະຈາ​ກັບ​ລາວ, ອິນ​ໂດ​ເນ​ເຊຍ ​ແລະ ​ໄທ ​ເພື່ອ​ຂໍ​ໃຊ້​ສິດທິ​ການບິນ​ພາຍ​ໃຕ້​ຂໍ້​ຕົກລົງ​ບໍລິການ​ທາງ​ອາກາດ​ພະຫຸ​ພາຄີ​ຂອງ​ອາ​ຊຽນ ​ໃຫ້​ສາຍ​ການບິນ​ຟິລິບ​ປິນບິນ​ໄປ​ນະຄອນຫຼວງ ​ແລະ ​ເມືອງ​ອື່ນໆ​ຂອງ​ປະ​ເທດ​ໃນ​ອາຊີ, ທ່ານ ກາ​ເມ​ໂລ ອາ​ຊິ​ລ່າ ຜູ້ອຳນວຍການ​ຄະນະ​ກຳມະການ​ການບິນ​ພົນລະ​ເຮືອນກ່າວ​ວ່າ ຄະນະ​ກຳມະການ​ໄດ້​ສົ່ງ​ຄຳ​ຂໍ​ເຈລະຈາ​ສິດທິ​ການບິນ​ໄປ​ໃຫ້​ທາງ​ການ​ອິນ​ໂດ​ເນ​ເຊຍ ​ແລະ ​ໄທ ຊຶ່ງ​ເປັນ​ສະມາຊິກ​ອາ​ຊຽນ ສ່ວນ​ປະ​ເທດ​ນອກ​ອາ​ຊຽນ​ໄດ້ສົ່ງ​ຄຳ​ຂໍ​ເຈລະຈາ​ໄປ​ຍີ່ປຸ່ນ, ອິນ​ເດຍ, ອິນຕາ​ລີ ​ແລະ ກາ​ນາ​ດາ ​ໂດຍ​ຄຳ​ຂໍ​ດັ່ງກ່າວ​ພິຈາລະນາ​ຈາກ​ຄວາມ​ສຳຄັນ​ຂອງ​ແຕ່ລະ​ປະ​ເທດ​ໃນ​ດ້ານ​ທຸລະ​ກິດ​ການບິນ ຊຶ່ງ​ທາງ​ການ​ຟິລິບ​ປິນ​ໄດ້​ຮັບ​ຄຳ​ຂໍ​ເຈລະຈາ​ສິດ​ທິການບິນ​ແບບ​ດຽວ​ກັນ​ຈາກ​ລາວ ຊຶ່ງ​ຄາດ​ວ່າ ຈະ​ມີ​ການ​ເຈລະຈາ​ກັນ​ໃນ​ໄຕ​ມາດ 2 ຂ​ອງປີ​ນີ້ ຊຶ່ງ​ເປັນ​ສິ່ງ​ທີ່​ຟິລິບ​ປິນ​ໃຫ້​ຄວາມ​ສົນ​ໃຈ​ຢູ່​ແລ້ວ.

ການ​ເຈລະຈາ​ດັ່ງກ່າວ​ເກີດ​ຂຶ້ນ​ຫຼັງ​ຈາກ​ຜູ້ນຳ​ຟິລິບ​ປິນ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ຂໍ້ 5 ​ແລະ 6 ​ໃນ​ກອບ​ຂໍ້​ຕົກລົງ​ການບິ​ນທາງ​ອາກາດ​ພະ​ຫຸພາຄີ​ອາ​ຊຽນ ຊຶ່ງ​ຈະ​ເຮັດ​ໃຫ້​ສາຍ​ການບິນ​ຟິລິບ​ປິນສາມາດບິນ​ໄປ​ຍັງ​ນະຄອນຫຼວງ ​ແລະ ​ເມືອງ​ອື່ນໆ​ຂອງ​ປະ​ເທດ​ອາ​ຊຽນ​ໄດ້ ​ໂດຍ​ບໍ່​ຈຳ​ກັດ​ຖ້ຽວ​ບິນ ​ແລະ ສາຍ​ການບິນ​ປະ​ເທດ​ຄູ່​ເຈລະຈາ​ກໍ່​ສາມາດ​ເຮັດ​ໄດ້​ເຊັ່ນ​ກັນ ຊຶ່ງ​ຈະ​ເຮັດ​ໃຫ້​ເກີດ​ການ​ແຂ່ງຂັນ​ທາງ​ດ້ານ​ຄ່າ​ປີ້​ຍົນ ​ແລະ ການ​ບໍລິການ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...