spot_img
Homeຂ່າວຕ່າງປະເທດສະຫະພາບເອີຣົບ - ກູບາ ລົງນາມຟື້ນຟູຄວາມສຳພັນການທູດ ຂຶ້ນສູ່ລະດັບປົກກະຕິ

ສະຫະພາບເອີຣົບ – ກູບາ ລົງນາມຟື້ນຟູຄວາມສຳພັນການທູດ ຂຶ້ນສູ່ລະດັບປົກກະຕິ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ມີນາຜ່ານມານີ້ວ່າ ໃນວັນທີ 11 ມີນາ 2016 ທີ່ນະຄອນຫລວງລາຮາວານ ປະເທດກູບາ ໄດ້ມີການລົງນາມຂໍ້ຕົກລົງຟື້ນຟູຄວາມສຳພັນທາງການທູດ ຂຶ້ນສູ່ລະດັບປົກກະຕິ ລະຫວ່າງກູບາ ແລະ ສະຫະພາບເອີຣົບ ຫລື ອີຢູ ຊຶ່ງເປັນຜົນສຳເລັດ ຈາກການເຈລະຈາເປັນເວລາເກືອບ 2 ປີ ລະຫວ່າງສອງຝ່າຍ.

ທັງນີ້ ເນື່ອງຈາກຕະຫລອດໄລຍະຜ່ານມາ ກູບາ ໄດ້ເປັນປະເທດດຽວ ໃນພາກພື້ນອາເມຣິກາລາຕິນ ທີ່ຍັງບໍ່ທັນມີຂໍ້ຕົກລົງຄວາມຮ່ວມມື ກັບກຸ່ມສຫະພາບເອີຣົບ 28 ປະເທດ ເນື່ອງຈາກອີຢູ ໄດ້ປະກາດຂວ້ຳບາດ ແລະ ລະງັບການຄວາມມືກັບກູບາ ເມື່ອປີ 2003 ເປັນຕົ້ນມາ ຊຶ່ງຜົນສຳເລັດຂອງຂໍ້ຕົກລົງສະບັບໃໝ່ນີ້ ໄດ້ເປັນການສິ້ນສຸດມາດຕະການດັ່ງກ່າວຕໍ່ກູບາລົງ.

ແນວໃດກໍຕາມ ຂໍ້ຕົກລົງດັ່ງກ່າວນີ້ ຍັງຈະຖືກຮັບຮອງໂດຍ ລັດຖະສະພາເອີຣົບ ອີກຂັ້ນໜຶ່ງ ຈຶ່ງຈະສາມາດມີຜົນບັງຄັບໃຊ້ຢ່າງເປັນທາງການ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...