Homeຂ່າວການພັດທະນາສທຍລ ເຂົ້າ​ຮ່ວມ​ປະ­ຊຸມຜູ້​ປະ­ກອບ​ການ​ແມ່­ຍິງ​ອາ​ຊຽນ

ສທຍລ ເຂົ້າ​ຮ່ວມ​ປະ­ຊຸມຜູ້​ປະ­ກອບ​ການ​ແມ່­ຍິງ​ອາ​ຊຽນ

Published on

 

ໃນ​ລະ­ຫວ່າງ​ວັນ​ທີ 4-5 ມີ­ນາ ຜ່ານ​ມາ, ທ່ານນາງ ຈັນ­ທະ​ຈອນ ວົງ​ໄຊ ປະ­ທານ​ສະ­ມາ­ຄົມ​ນັກ​ທຸ­ລະກິດ​ແມ່­ຍິງ​ລາວ (ສທຍລ) ພ້ອມ​ດ້ວຍ​ຄະ­ນະ​ໄດ້​ເດີນ­ທາງ​ໄປ​ປະ­ເທດຫວຽດ­ນາມ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ ເຄືອ​ຂ່າຍ​ຜູ້​ປະ­ກອບ​ການ​ແມ່­ຍິງ​ອາ​ຊຽນປະ­ຈຳ​ປີ 2016.

ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ຄັ້ງ​ນີ້ ມີ​ຜູ້​ແທນ ແລະ​ແຂກ​ເຂົ້າ​ຮ່ວມ​ງານ​ທັງ​ໝົດ 500 ກວ່າ​ຄົນ​ຈາກ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຂະ­ໜາດ ນ້ອຍ ແລະ​ກາງ (SMEs) ຂອງ​ບັນ­ດາ 10 ປະ­ເທດ​ອາ​ຊຽນ ໂດຍ​ໃຫ້​ກຽດ​ເຂົ້າຮ່ວມ​ເປັນ​ປະ­ທານ​ກອງ​ປະ­ຊຸມ​ຂອງ​ທ່ານ Nguyen Thi Doan ຮອງ​ປະ­ທານ​ປະເທດ​ແຫ່ງ ສສ ຫວຽດ­ນາມ, ທ່ານ ນາງ Pham Thi Hai Chuyen ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ​ສະຫວັດ​ດີ​ການ​ສັງ­ຄົມ, ທ່ານ Vu Tien Loc ປະ­ທານ​ສະ­ພາ​ການ​ຄ້າ ແລະ​ອຸດ​ສາ​ຫະກຳຂອງ ສສ ຫວຽດ­ນາມ ແລະ​ປະ­ທານສະ­ພາ​ການ​ຄ້າ ແລະ​ອຸດ­ສາ­ຫະ­ກຳ​ອາຊຽນ, ແລະ​ທ່ານ Le Luong Minh ເລ­ຂາ­ທິ­ການ​ໃຫຍ່​ອາ​ຊຽນ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້​ຈັດ​ຂຶ້ນ ເພື່ອ​ເສີມສ້າງ​ຄວາມ​ຮ່ວມ​ມື​ແລກ­ປ່ຽນ ແລະ​ຍົກລະ­ດັບ​ການ​ພັດ­ທະ­ນາ​ເຄືອ​ຂ່າຍ​ຜູ້​ປະກອບ​ການ​ແມ່­ຍິງ​ອາ​ຊຽນ, ພ້ອມ​ທັງ​ສົ່ງເສີມ​ການ​ຄ້າ-ການ​ລົງ­ທຶນ​ລະ­ຫວ່າງ​ຜູ້ປະ­ກອບ​ການ​ແມ່­ຍິງ​ໃນ​ຂົງ­ເຂດ​ອາ​ຊຽນ ແລະ​ກອບ​ຄວາມ​ຮ່ວມ​ມື​ອາ​ຊຽນ ໂດຍມີ​ການ​ນຳ​ສະ­ເໜີ​ຜົນ​ການ​ດຳ­ເນີນ​ງານທີ່​ກ່ຽວ​ກັບ​ຫົວ­ຂໍ້​ສົ່ງ­ເສີມ​ຜູ້​ປະ­ກອບການ​ແມ່­ຍິງ​ໃນ​ການ​ພັດ­ທະ­ນາ​ທີ່​ກ້າວ ໜ້າ​ສູ່​ເສດ­ຖະ­ກິດ​ອາ​ຊຽນ.

ສະ­ເພາະ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່ຍິງ​ລາວ​ໃນ​ຖາ­ນະ​ຜູ້​ຮັບ­ຜິດ­ຊອບ​ໜ່ວຍງານ​ປະ­ສານ​ງານ​ຫຼັກ​ຂອງ AWEN ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ສົ່ງ­ເສີມ​ການ​ພັດ​ທະນາ​ຢ່າງ​ຢັ້ງ­ຢືນ​ເນັ້ນ​ການ​ເຮັດ​ວຽກ​ຢ່າງມີ​ຄວາມ​ເຊື່ອມ​ໂຍງ ແລະ​ຫຼາກ​ຫຼາຍ ເພື່ອປະ­ໂຫຍດ​ສູງ​ສຸດ​ຂອງ​ສະ­ມາ­ຊິກ ແລະ ແມ່­ຍິງ​ຜູ້​ປະ­ກອບ​ການ​ທົ່ວ​ປະ­ເທດ, ພ້ອມດຽວ​ກັນ​ນັ້ນ​ໃນ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ຍັງໄດ້​ມອບ​ລາ­ງວັນ​ໃຫ້​ແກ່​ແມ່­ຍິງ​ຜູ້​ປະກອບ​ການ​ດີ­ເດັ່ນ​ຈຳ­ນວນ 67 ທ່ານ​ຈາກປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...