spot_img
Homeຂ່າວຕ່າງປະເທດເກີດເຫດລະເບີດ ໃຈກາງເມືອງຫລວງຕວກກີ ເສຍຊີວິດຢ່າງໜ້ອຍ 27 ຄົນ ບາດເຈັບຈຳນວນຫລາຍ!

ເກີດເຫດລະເບີດ ໃຈກາງເມືອງຫລວງຕວກກີ ເສຍຊີວິດຢ່າງໜ້ອຍ 27 ຄົນ ບາດເຈັບຈຳນວນຫລາຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ມີນານີ້ວ່າ ເກີດເຫດລະເບີດຮຸນແຮງ ຢູ່ໃຈກາງນະຄອນຫລວງອັງກາຣາ ປະເທດຕວກີ ເມື່ອເວລາປະມານ 18:41 ໂມງ ຂອງວັນທີ 13 ມີນາ (ຕາມເວລາໃນທ້ອງຖິ່ນ) ໂດຍແຮງລະເບີດ ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 27 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກກວ່າ 75 ຄົນ, ເຈົ້າໜ້າທີ່ຕຳຫລວດລະບຸວ່າ ອາດເປັນການກໍ່ເຫດໂຈມຕີ ດ້ວຍລະເບີດລົດຍົນແບບຂ້າຕົວຕາຍ ຊຶ່ງພາຍຫລັງເກີດເຫດ ເຈົ້າໜ້າທີ່ຕວກກີ ໄດ້ສັ່ງອົບພະຍົບປະຊາຊົນ ອອກຈາກພື້ນທີ່ອ້ອມຮອບຈຸດເກີດເຫດ ເພື່ອປ້ອງກັນການໂຈມຕີຊ້ຳ.

ທັງນີ້ ການໂຈມຕີກໍ່ການຮ້າຍຢູ່ເມືອງຫລວງຂອງຕວກກີ ຫລາຍຄັ້ງຜ່ານມາ ແມ່ນຈະຖືກເຊື່ອມໂຍງ ເປັນຝີມືຂອງກຸ່ມ Kurdistan Freedom Hawks ທີ່ມັກຈະອອກມາອ້າງ ເປັນຜູ້ຢູ່ເບື້ອງຫລັງເຫດລະເບີດ.

NjpUs24nCQKx5e1D8WXiWxwmAmNC6f0MLZvgrMO6RCQ NjpUs24nCQKx5e1D8WXiWxwmAmNC6fwHhQMspdq9MUC

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...