Homeຂ່າວພາຍ​ໃນສຸດຍິ່ງໃຫຍ່! ໂຄຄາ-ໂຄລາ ຈັດການແຂ່ງຂັນບານເຕະນັກຮຽນສາມັນ ຢູ16 ຄັ້ງທີ 1

ສຸດຍິ່ງໃຫຍ່! ໂຄຄາ-ໂຄລາ ຈັດການແຂ່ງຂັນບານເຕະນັກຮຽນສາມັນ ຢູ16 ຄັ້ງທີ 1

Published on

cv1

ສຸດຍິ່ງໃຫຍ່! ໂຄຄາ-ໂຄລາ ຈັດການແຂ່ງຂັນບານເຕະນັກຮຽນສາມັນ ຢູ16 ຄັ້ງທີ 1 ມີຫຼາຍກວ່າ 100 ທີມທົ່ວ ນວ ເຂົ້າຮ່ວມຊີງໄຊ
ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ ຮ່ວມກັບ ສະຫະພັນບານເຕະນະຄອນຫຼວງວຽງຈັນ ຈັດການແຂ່ງຂັນບານເຕະນັກຮຽນສາມັນ ໂຄປາ ໂຄຄາ-ໂຄລາ ລາວ ລຸ້ນອາຍຸບໍ່ເກີນ 16 ປີຄັ້ງທໍາອິດ ຂຶ້ນຢ່າງຍິ່ງໃຫຍ່ຂື້ນ ລະຫວ່າງວັນທີ 10-31 ມີນານີ້ທີ່ ນະຄອນຫຼວງວຽງຈັນ ເຊິ່ງມີຫຼາຍກວ່າ 100 ທີມຈາກໂຮງຮຽນມັດທະຍົມໃນ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ເມື່ອວັນທີ 10 ມີນາທີຜ່ານມາ ທີ່ເດີ່ນບານເຕະເຈົ້າອານຸວົງ ໄດ້ມີພິທີຖະແຫຼງຂ່າວ ແລະ ເປີດງານແຂ່ງຂັນຢ່າງເປັນທາງການ ເຊິ່ງໃຫ້ກຽດເປີດງານໂດຍ ທ່ານ ຄໍາສະຫວັນ ໂຄດໄຊ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ, ທ່ານ ມາກ ກຣິຟຟິນ ຜູ້ຈັດການທົ່ວໄປຂອງບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ ຈໍາກັດ ແລະ ທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນຕ່າງໆເຂົ້າຮ່ວມ.
ຂະນະດຽວກັນ ທ່ານ ຫົງແກ້ວ ທໍາມະວົງ ຫົວໜ້າພະແນກສິລະປະ ແລະ ພະລະສຶກສາ ນະຄອນຫຼວງວຽງຈັນ ຂຶ້ນກ່າວລາຍງານວ່າ: ການແຂ່ງຂັນຄັ້ງນີ້ເລີ່ມແຂ່ງຂັນລະຫວ່າງວັນທີ 10-31 ມີນານີ້ ໂດຍໄດ້ຮັບການຮ່ວມມືຈາກບັນດາໂຮງຮຽນມັດທະຍົມ ແລະ ຄູອາຈານທີ່ສົ່ງທີມເຂົ້າຮ່ວມກິດຈະກໍາທັງໝົດ 134 ທີມໃນນັ້ນມີທີມຍິງ 41 ທີມ ແລະ ທີມຊາຍ 93 ທີມຈາກ 9 ຕົວເມືອງທົ່ວນະຄອນຫຼວງ ປະກອບມີ ເມືອງຈັນທະບູລີ ຊາຍ 15 ທີມ ແລະ ທີມຍິງ 6 ທີມ; ເມືອງໄຊເສດຖາ ຊາຍ 12 ທີມ ແລະ ຍິງ 5 ທີມ; ເມືອງສີສັດຕະນາກ ຊາຍ 10 ທີມ ແລະ ຍິງ 5 ທີມ; ເມືອງໄຊທານີ ຊາຍ 8 ທີມ ແລະ ຍິງ 8 ທີມ; ເມືອງປາກງຶ່ມ ຊາຍ 9 ທີມ ແລະ ຍິງ 9 ທີມ; ເມືອງຫາດຊາຍຟອງ ຊາຍ 6 ທີມ ແລະ ຍິງ 1 ທີມ; ເມືອງສີໂຄດຕະບອງ ຊາຍ 14 ທີມ; ເມືອງນາຊາຍທອງ ຊາຍ 14 ທີມ ແລະ ຍິງ 10 ທີມ; ເມືອງສັງທອງ ຊາຍ 5 ທີມ.

ສໍາລັບ ການແຂ່ງຂັນຈະຄັດເລຶອກຢູ່ສະໜາມໃຈກາງຂອງເມືອງຕ່າງແຂ່ງແບບເສຍຕົກຮອບທັນທີ ເພື່ອເອົາທີມທີດີທີ່ສຸດຕົວແທນຂອງແຕ່ລະເມືອງລະ 1 ທີມ ຈາກ 9 ຕົວເມືອງຈະໄດ້ ທີມຍິງ 9 ທີມ ແລະ ທີມຊາຍ 9 ທີມ ເຂົ້າມາແຂ່ງຂັນຮອບສຸດທ້າຍແຂ່ງຂັນແບບຮອບແບ່ງກຸ່ມຄັດເຂົ້າຮອບອີງຕາມກະຕິກາສາກົນ ທີ່ສະໜາມກາງເຈົ້າອານຸງວົງ ເຊິ່ງບານເຕະຊາຍໃຊ້ເວລາທັງໝົດ 90 ນາທີເຄິ່ງລະ 40 ນາທີ ແລະ ພັກເຄິ່ງ 10 ນາທີ ສ່ວນບານເຕະຍິງໃຊ້ຢູ່ 70 ນາທີເຄິ່ງລະ 30 ນາທີ ແລະ ພັກເຄິ່ງ 10 ນາທີ.


ຂ່າວຈາກ: ຫຼ້າເອັມເຄພີ
ພາບຈາກ: ອ໊ອດ ນີໂອສິກ

ແຫລ່ງຂ່າວຈາກເພສ: ຄວາມເຄື່ອນໄຫວ+ເຈາະເລິກ ຂ່າວສານກີລາລາວ-ສາກົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...