Homeມູມໄອທີລາວຫຼຸດສະເປັກເຕັມຂອງ R9 ແລະ R9 Plus ກ່ອນເປີດໂຕໃນງານ 17 ມີນາ

ຫຼຸດສະເປັກເຕັມຂອງ R9 ແລະ R9 Plus ກ່ອນເປີດໂຕໃນງານ 17 ມີນາ

Published on

ຫຼັງຈາກຂ່າວ Oppo ປ່ອຍຕົວຢ່າງລະບົບສະແກນລາຍນິ້ວມືຄວາມໄວສູງທີ່ສາມາດສະແກນໄດ້ໃນເວລາພຽງ 0.2 ວິນາທີ ອອກມາບໍ່ພໍເທົ່າໃດກໍມີຜູ້ໃຊ້ Twitter ຄົນໜຶ່ງອອກມາທະວີດຮູບກ່ຽວກັບເຈ້ຍລາຍລະອຽດສະເປັກຂອງ R9 ແລະ R9 Plus ລວມເຖິງກ່ອງໂທລະສັບລຸ້ນດັ່ງກ່າວອອກມານຳ ຜູ້ໃຊ້ຄົນນັ້ນຊື່ວ່າ Steve Hemmerstoffer

image

ຈາກຮູບທີ່ຫຼຸດອອກມາຂອງສະມາດໂຟນ R9 ຈະເຫັນໄດ້ວ່າມີ ໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ 1920×1080 (Full HD) ແລະ 401 PPI. ຊິບປະມວນຜົນ 64 ບິດ Octa core (ບໍ່ລະບຸລຸ້ນ ແຕ່ຄາດວ່າຈະເປັນ Helio X10), ROM 64GB ແລະ RAM 4GB.

ໃນດ້ານຂອງກ້ອງຫຼັງແມ່ນມີຄວາມລະອຽດ 16 ລ້ານພິກເຊວ ແລະ ກ້ອງໜ້າ 13 ລ້ານພິກເຊວ. ແບັດເຕີຣີໃຫ້ມາ 2850 mAh (ຮອງຮັບລະບົບສາກໄວ VOOC) . ຮອງຮັບ 2 ຊິມ (Nano ຊິມທັງສອງ) ແລະ ມີລະບົບສະແກນລາຍນິ້ວມືທີ່ປຸ່ມດ້ານໜ້າໂຕເຄື່ອງ

ໂຕເຄື່ອງມີຂະໜາດຢູ່ທີ່ 151.8 x 74.3 x 6.6 ມມ, ໂຕເຄື່ອງໜັກ 145 ກຣາມ. ໃຊ້ງານລະບົບ Android ຄອບທັບດ້ວຍ Colour OS 3.0. ລາຄາຂອງໂຕເຄື່ອງຢູ່ທີ່ 2,498 ຢວນ (3.065.000 ກີບ)

image

ໃນດ້ານຂອງລຸ້ນໃຫຍ່ R9 Plus ມີໜ້າຈໍຂະໜາດ 6 ນິ້ວ, ຄວາມລະອຽດ 1920×1080 (Full HD) ແລະ 367 PPI. ຊິບປະມວນຜົນ Snapdragon 652 , ROM 64/128GB ແລະ RAM 4GB.

ໃນດ້ານຂອງກ້ອງຫຼັງແມ່ນມີຄວາມລະອຽດ 16 ລ້ານພິກເຊວ ແລະ ກ້ອງໜ້າ 16 ລ້ານພິກເຊວ. ແບັດເຕີຣີໃຫ້ມາ 4120 mAh (ຮອງຮັບລະບົບສາກໄວ VOOC). ຮອງຮັບ 2 ຊິມ (Nano ຊິມທັງສອງ) ແລະ ມີລະບົບສະແກນລາຍນິ້ວມືທີ່ປຸ່ມດ້ານໜ້າໂຕເຄື່ອງ

ໂຕເຄື່ອງມີຂະໜາດຢູ່ທີ່ 163.1 x 80.78 x 7.4 ມມ, ໂຕເຄື່ອງໜັກ 185 ກຣາມ. ໃຊ້ງານລະບົບ Android ຄອບທັບດ້ວຍ Colour OS 3.0. ລາຄາຂອງໂຕເຄື່ອງຢູ່ທີ່ 2,998 ຢວນ (3.740.000 ກີບ)

ທີ່ມາ:@stagueve

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...