HomeມູມໄອທີລາວOppo ປ່ອຍຕົວຢ່າງໃໝ່ຂອງ R9 ໂຊລະບົບສະແກນລາຍນິ້ວມືປົດລ໋ອກໄດ້ພຽງ 0.2 ວິນາທີ!!

Oppo ປ່ອຍຕົວຢ່າງໃໝ່ຂອງ R9 ໂຊລະບົບສະແກນລາຍນິ້ວມືປົດລ໋ອກໄດ້ພຽງ 0.2 ວິນາທີ!!

Published on

ຈາກຂ່າວກ່ອນໜ້ານີ້ທີ່ທາງ Oppo ໄດ້ປ່ອຍຮູບກ່ຽວກັບງານທີ່ຈະຈັດຂຶ້ນໃນວັນທີ 17 ມີນາ, ມາມື້ນີ້ເອງກໍໄດ້ປ່ອຍກ່ຽວກັບລະບົບຮາດແວຣອອກມາໃຫ້ເຮົາໄດ້ຮູ້ກັນອີກແລ້ວ

ສຳລັບຕົວຢ່າງໃໝ່ຂອງ R9 ທີ່ທາງບໍລິສັດໄດ້ປ່ອຍອອກມາ ນັ້ນເປັນຄຸນສົົມບັດທາງດ້ານລະບົບສະແກນລາຍນິ້ວມື ທີ່ມີຄວາມສາມາດປົດລ໋ອກໄດ້ໄວໃນເວລາພຽງແຕ່ 0.2 ວິນາທີເທົ່ານັ້ນ!!.

image

ສຳລັບສະເປັກສະມາດໂຟນ R9 (ລວມເຖິງ R9 Plus) ທີ່ຫຼຸດອອກມາຜ່ານ TENAA, ນັ້ນມີໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ 1080p (Full HD), ໃຊ້ຈໍ AMOLED ແລະ ໃຊ້ງານຊິບປະມວນຜົນ ທີ່ມີຄວາມໄວທີ່ 1.95 GHz octa core (ບໍ່ລະບຸລຸ້ນ) ແລະລຸ້ນ R9 Plus ຄາດວ່າຈະໃຊ້ຊິບປະມວນຜົນ Snapdragon 652. ສຳລັບສະເປັກໃນດ້ານອື່ນໆມີ RAM 4GB, ROM 32GB, ແບັດເຕີຣີໃຫ້ມາ 2,850 mAh, ກ້ອງໜ້າແລະຫຼັັງ ມີຄວາມລະອຽດຢູ່ທິ່ 16 ລ້ານພິກເຊວ.

image

ສຳລັບລາຄາເລີ່ມຕົ້ນຂອງໂຕເຄື່ອງແມ່ນມີລາຄາຢູ່ທີ່ 2,498 ຢວນ (3.065.000 ກີບ)

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...