Homeຂ່າວຕ່າງປະເທດໂຫດ! ຍິງໂລມາເນຍຕັດ "ອັນທະ" ຜົວ ຄຽດ! ຝ່າຍຊາຍລືມໃຫ້ດອກໄມ້ໃນວັນແມ່ຍິງສາກົນ

ໂຫດ! ຍິງໂລມາເນຍຕັດ “ອັນທະ” ຜົວ ຄຽດ! ຝ່າຍຊາຍລືມໃຫ້ດອກໄມ້ໃນວັນແມ່ຍິງສາກົນ

Published on

ສຳນັກຂ່າວຕ່າງປະເທດໄດ້ລາຍງານອີກໜຶ່ງເລື່ອງທີ່ສະຫຼົດໃຈຂອງຜົວເມຍຄູ່ໜຶ່ງທີ່ເກີດຂຶ້ນໃນໂຣມາເນຍ ເມື່ອ Marinela Benea ເມຍໄວອາຍຸ 40 ປີ ໄດ້ກໍ່ເຫດຕັດອັນທະຂ້າງຊ້າຍຜົວ Ionel Popa ໄວອາຍຸ 39ປີ ຫຼັງຄຽດແຮງທີ່ຝ່າຍຊາຍລືມຊື້ດອກໄມ້ມອບໃຫ້ໃນວັນແມ່ຍິງສາກົນ ແຖມຍັງບໍ່ເຮັດວຽກເຮືອນຊ່ວຍອີກດ້ວຍ.

ລາຍງານລະບຸວ່າ ທັງຄູ່ຢູ່ກິນດ້ວຍກັນມາດົນແລ້ວ ປະມານ 15ປີ ແລະ ມີລູກນຳກັນ 1ຄົນ ໂດຍຄືນກ່ອນວັນເກີດເຫດຝ່າຍຊາຍໄດ້ກັບມາເຮືອນໃນອາການມືນເມົາ ເຊິ່ງສ້າງຄວາມບໍ່ພໍໃຈໃຫ້ຜູ້ເປັນເມຍໃນລະດັບໜຶ່ງ ວັນຮຸ່ງເຊົ້າຂຶ້ນມາຝ່າຍຜູ້ເປັນເມຍຈິ່ງບອກໃຫ້ຜົວລຸກຂຶ້ນມາຊ່ວຍວຽກເຮືອນ ແຕ່ຝ່າຍຜົວໄດ້ຮ້ອງກັບມາວ່າ “ເຈົ້າບໍ່ມີສິດມາສັ່ງຂ້ອຍ”

ເນື່ອງຈາກຝ່າຍຜົວກັບມາເຮືອນດ້ວຍສະພາບມືນເມົາ ບໍ່ຍອມຊື້ດອກໄມ້ມາໃຫ້ ແລະ ບໍ່ຍອມເຮັດວຽກເຮືອນຊ່ວຍ ຈິ່ງເຮັດໃຫ້ຝ່າຍເມຍຄຽດແຮງ ເລີຍຄ້ວາເອົາມີດມາຕັດອັດທະຜົວຂາດ ຈາກນັ້ນກໍ່ໄດ້ນຳຕົວຜົວໄປສົ່ງໂຮງໝໍດ່ວນ.

ປັດຈຸບັນນີ້ຜົວໄດ້ຮັບການຜ່າຕັດຮຽບຮ້ອຍແລ້ວ ແລະ ຍັງຢູ່ໃນຊ່ວງເວລາພັກຟື້ນ ຂະນະນີ້ທາງເຈົ້າໜ້າທີ່ຕຳຫຼວດກຳລັງສືບສວນຄະດີຢ່າງລະອຽດ ຢ່າງໃດກໍ່ຕາມລາຍງານບໍ່ໄດ້ລະບຸວ່າອະໄວຍະເພດຝ່າຍຊາຍຈະກັບຄືນມາໃຊ້ງານໄດ້ປົກກະຕິດີ ຫຼື ບໍ່.

 

ແຫລ່ງຂ່າວຈາກ http://www.posttoday.com/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...