Homeຂ່າວການພັດທະນາຫວຽດນາມ​ສະໜັບສະໜູນ​ ອຸປະກອນ​ຊ່ວຍ​ປະຕິບັດ​ໜ້າ​ທີ່​ ເປັນ​ປະທານ​ອາ​ຊຽນຂອງ​ລາວ

ຫວຽດນາມ​ສະໜັບສະໜູນ​ ອຸປະກອນ​ຊ່ວຍ​ປະຕິບັດ​ໜ້າ​ທີ່​ ເປັນ​ປະທານ​ອາ​ຊຽນຂອງ​ລາວ

Published on

ພິທີ​ມອບ-ຮັບ​ເຄື່ອງ​ຊ່ວຍ​ເຫລືອ ​ເພື່ອ​ສະໜັບສະໜູນ​ການ​ປະຕິບັດ​ໜ້າ​ທີ່​ ເປັນ​ປະທານ​ອາ​ຊຽນ2016 ຂອງ ສປປ ລາວ ​ໄດ້​ມີ​ຂຶ້ນທີ່​ດ່ານ​ຊາຍ​ແດນ​ສາກົນ​ເກົາ​ແຈວ-ນ້ຳພາວ ​ເມືອງ​ຄຳ​ເກີດ ​ແຂວງ​ບໍລິ​ຄຳ​ໄຊ ​ໃນ​ວັນ​ທີ 9 ມີນາ​ນີ້ ລະຫວ່າງ​ທ່ານ ພັນ​ເອກ ຫງວຽນ​ດາຍ​ໂຮ້ຍ ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະ​ເທດ ກະຊວງ​ປ້ອງ​ກັນ​ປະ​ເທດ ສສ ຫວຽດນາມ ​ແລະ ທ່ານ ພັນ​ເອກ ບາງ​ສີ ​ໄຊ​ສົມ​ໂຄດ ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະ​ເທດ ກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສປປ ລາວ.

ເຄື່ອງ​ຊ່ວຍ​ເຫລືອ​ດັ່ງກ່າວ ​ປະກອບ​ມີ​ລົດ​ສຸກ​ເສີນ (ອຳ​ບູລັງ) ຈຳນວນ 4 ຄັນ, ຄອມ​ພິວ​ເຕີ​ຕັ້​ງ​ໂຕະ ​ແລະ ​ແລັດທ໋ອບ ຢ່າງ​ລະ 5 ​ເຄື່ອງ, ​ເຄື່ອງ​ວັດ​ແທກ​ຄື້ນ​ໂທລະສັບ​ມື​ຖື, ​ເຄື່ອງ​ສະ​ແກນ ​ແລະ ​ເຄື່ອງ​ກວດກາ​ທາດ​ເບື່ອ​ໃນ​ອາຫານ ຢ່າງ​ລະ 2 ​ເຄື່ອງ ​ໃຫ້​ແກ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ມີ​ຄວາມ​ສະດວກ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ໃນ​ການ​ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2016 ນີ້, ພ້ອມ​ຈະ​ເລັ່ງຊ່ວຍ​ເຫລືອ​ຝ່າຍ​ລາວ ​ຈັດຕັ້ງກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ແລະ ການ​ທະຫານ​ອາ​ຊຽນ​ໃນ​ປີ 2016 ນີ້​ໃຫ້​ບັນລຸ​ຜົນສຳ​ເລັດ​ອັນ​ຈົບງາມ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...