Homeຂ່າວເຫດການເກີດເຫດແຂວນຄໍຕາຍ ຢູ່ບ້ານ ໂພນຄຳ

ເກີດເຫດແຂວນຄໍຕາຍ ຢູ່ບ້ານ ໂພນຄຳ

Published on

ເກີດເຫດແຂວນຄໍຕາຍ ຢູ່ບ້ານ ໂພນຄຳ

ເຈົ້າໜ້າທີ່ ປກສ ກຸ່ມໜອງດ້ວງ ເມືອງ ສີໂຄດຕະບອງ ໃຫ້ຮູ້ວ່າ: ຕອນບ່າຍຂອງວັນທີ 9 ມີນາ ທີ່ຜ່ານມານີ້, ໄດ້ຮັບແຈ້ງຈາກອຳນາດການປົກຄອງບ້ານ ໂພນຄຳ ເມືອງ ສີໂຄດຕະບອງວ່າ: ມີຄົນແຂວນຄໍຕາຍຢູ່ບ້ານດັ່ງກ່າວ ຈຶ່ງໄດ້ສົມທົບກັບ ປກສ ບ້ານ ລົງເກັບກຳຂໍ້ມູນຫລັກຖານ ເພື່ອຫາສາເຫດຂອງການເສຍຊີວິດ ແລະ ຮູ້ວ່າ: ຜູ້ຕາຍຊື່ ທ້າວ ພົນທະວີ, ອາຍຸ 21 ປີ ປະຊາຊົນບ້ານດັ່ງກ່າວ, ຊຶ່ງຜູ້ພົບເຫັນເລົ່າສູ່ຟັງວ່າ: ໃນຕອນບ່າຍກ່ອນເກີດເຫດຜູ້ກ່ຽວໄດ້ນັ່ງກິນເຂົ້າກັບຄອບຄົວ, ຫລັງຈາກນັ້ນ ກໍ່ໄດ້ອອກໄປຊື້ນໍ້າກິນຢູ່ຮ້ານຄ້າໃກ້ຄຽງ ຕາມປົກກະຕິຂອງທຸກວັນ ແລ້ວກໍຫາຍໄປເກືອບເຄິ່ງຊົ່ວໂມງ, ສ່ວນຄອບຄົວແມ່ນວົນກັບການຂາຍເຄື່ອງຢູ່ຮ້ານຄ້າໜ້າບ້ານ ຫລັງຈາກນັ້ນ ຜູ້ເປັນພໍ່ຈຶ່ງໄປຮ້ອງຊອກຫາຢູ່ຫລັງເຮືອນ ແຕ່ກໍ່ບໍ່ມີສຽງຕອບຮັບໃດໆ, ດ້ວຍຄວາມເປັນຫວ່ງຜູ້ເປັນພໍ່ຈຶ່ງຍ່າງໄປທາງທົ່ງນາຫລັງບ້ານ, ຈຶ່ງພົບສົບແຂວນຄໍຕາຍຢືນ ຢູ່ແຄມຕົ້ນໄມ້ໃຫຍ່ຕົ້ນໜຶ່ງ ສາເຫດອາດມາຈາກການທີ່ຜູ້ຕາຍເສບຢາເສບຕິດເຂົ້າໄປເລີຍເກີດພາວະຈິດຕົກຄິດສັ້ນ.

ແຫລ່ງຂ່າວຈາກ: ລາວພັດທະນາ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...