Homeຂ່າວພາຍ​ໃນກອງ​ປະ­ຊຸມ ​ລັດ­ຖະ­ມົນ­ຕີເສດ­ຖະ­ກິດ​ອາ​ຊຽນ ບໍ່​ເປັນ​ທາງ​ການຫາ­ລື​ຫຼາຍ​ປະ­ເດັນ​ສຳ­ຄັນ

ກອງ​ປະ­ຊຸມ ​ລັດ­ຖະ­ມົນ­ຕີເສດ­ຖະ­ກິດ​ອາ​ຊຽນ ບໍ່​ເປັນ​ທາງ​ການຫາ­ລື​ຫຼາຍ​ປະ­ເດັນ​ສຳ­ຄັນ

Published on

  ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ເສດ​ຖະກິດ​ອາ​ຊຽນ​ຢ່າງ​ບໍ່​ເປັນ​ທາງ​ການ​ຄັ້ງ​ທີ 22 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ມີ­ນາ 2016 ຢູ່​ຊຽງ​ໃໝ່ປະ­ເທດ​ໄທພາຍ​ໃຕ້​ການ​ເປັນປະ­ທານ​ຂອງ​ທ່ານ ນາງ ເຂັມ​ມະ­ນີ ພົນເສ­ນາ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ອຸດສາ​ຫະ​ກຳ ແລະ​ການ​ຄ້າ ແຫ່ງ ສປປ ລາວ ນັ້ນໄດ້​ມີ​ການ​ປຶກ­ສາ​ຫາ­ລື​ຫຼາຍ​ປະເດັນ​ສຳ­ຄັນ​ເປັນ­ຕົ້ນ​ໄດ້​ຫາ­ລື​ກ່ຽວ​ກັບການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການພາຍ​ໃຕ້​ແຜນ​ງານ​ສ້າງ​ປະ­ຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ​ໃນ​ຈຳ­ນວນ 611 ມາດຕະ­ການ​ສຳ­ຄັນ​ທີ່​ກຳ­ນົດ​ໄວ້, ໄດ້​ພິ​ຈາ­ລະນາ​ໃຫ້​ທິດ​ຊີ້​ນຳ​ການ​ເຈລະ­ຈາ​ສັນ­ຍາ​ວ່າດ້ວຍ​ການ​ຮ່ວມ​ມື​ເສດ­ຖະ­ກິດ​ຮອບ­ດ້ານລະ­ດັບ​ພາກ​ພື້ນ, ພິ­ເສດ​ກອງ​ປະ­ຊຸມ​ໄດ້​ພິຈາ­ລະ​ນາ​ຮັບ­ຮອງ​ເອົາ​ແຜນ​ງານ​ບຸ­ລິ​ມະສິດ​ຂອງ ສປປ ລາວ ໃນ​ຖາ­ນະ​ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2016 ນີ້.

   ທ່ານ ດຣ. ລາວ​ຮົວ ເຈີ​ຈີງ ຫົວ­ໜ້າ ກົມ​ນະ­ໂຍ­ບາຍ​ການ​ຄ້າ​ຕ່າງ­ປະ­ເທດກະຊວງ​ອຸດ​ສະ­ຫະ​ກຳ ແລະ​ການ​ຄ້າ​ໄດ້​ຖະແຫຼ່ງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 10 ມີ­ນາ ຜ່ານ​ມາ​ຢູ່​ກະ­ຊວງ​ອຸດ​ສະ­ຫະ​ກຳ ແລະ ການ​ຄ້າ​ຮູ້​ວ່າ: ກອງ​ປະ­ຊຸມ​ດັ່ງ­ກ່າວ​ເປັນ ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ຂອງ​ລັດ​ຖະ​ມົນຕີ​ເສດ­ຖະ­ກິດ​ອາ​ຊຽນ​ຄັ້ງ​ທຳ​ອິດພາຍ­ຫຼັງໄດ້​ສ້າງ­ຕັ້ງ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາຊຽນ ໃນ​ວັນ​ທີ 31 ທັນ­ວາ 2015 ຊຶ່ງ ກອງ​ປະ­ຊຸມ​ໄດ້​ປຶກ­ສາ​ຫາ­ລື​ຫຼາຍ​ບັນ­ຫາສຳ­ຄັນ​ຄື: ໄດ້​ປຶກ­ສາ​ຫາ­ລື ແລະ​ພິ​ຈາ­ລະນາ​ຮັບ­ຮອງ​ເອົາ​ແຜນ​ງານ​ບຸ­ລິ­ມະ­ສິດຂອງ ສປປ ລາວໃນ​ຖາ­ນະ​ເປັນ​ປະ­ທານ​ອາ​ຊຽນ​ໃນ​ປີ 2016 ນີ້, ໄດ້​ສືບ­ຕໍ່​ຫາ­ລື​ກ່ຽວ​ກັບ​ການ​ຈັດຕັ້ງ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ພາຍໃຕ້​ແຜນ​ງານ​ສ້າງ​ປະ­ຊາ​ຄົມ​ເສດ­ຖະ­ກິດອາ​ຊຽນ​ໃນ​ຈຳ­ນວນ 611 ມາດ​ຕະ­ການສຳ­ຄັນ​ທີ່​ກຳ­ນົດ​ໄວ້​ໃນ​ແຜນ​ງານ​ສ້າງປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ​ນັ້ນໂດຍ ອາ​ຊຽນ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ 475 ມາດ​ຕະການ, ສ່ວນ​ອີກ 106 ມາດ​ຕະ­ການ​ທີ່​ຍັງເຫຼືອຊຶ່ງ​ລວມ​ມີ​ການ​ອຳ­ນວຍ​ຄວາມ​ສະດວກ​ດ້ານ​ການ​ຂົນ­ສົ່ງ, ລະ­ບົບ​ການ​ເຊື່ອມໂຍງ​ຂໍ້​ມູນ​ເອ​ເລັກ​ໂຕຣ​ນິກ​ຢູ່​ຈຸດ​ດຽວຂອງ​ອາ​ຊຽນ, ລະ­ບົບ​ການ​ຢັ້ງ­ຢືນ​ແຫຼ່ງກຳ­ເນີດ​ສິນ­ຄ້າ​ດ້ວຍ​ຕົນ​ເອງ​ຂອງ​ຜູ້​ດຳເນີນ​ທຸ­ລະ​ກິດ​ຂອງ​ອາ​ຊຽນ ແລະ​ມາດ​ຕະການ​ອື່ນໆ​ແມ່ນ​ຈະ​ຕ້ອງ​ປະ­ຕິ­ບັດ​ໃຫ້​ສຳ ເລັດ​ໃນ​ປີ 2016.

ສຳ­ລັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນງານ​ເຊື່ອມ​ໂຍງ​ເສດ­ຖະ­ກິດ​ອາ​ຊຽນ ແຕ່ ປີ 2016-2025 ກອງ​ປະ­ຊຸມ​ໄດ້​ແນະນຳ​ໃຫ້​ບັນ­ດາ​ກະ­ຊວງແລະ​ຂະ­ແໜງ­ການກ່ຽວ­ຂ້ອງ​ຂອງ​ອາ​ຊຽນ​ສຸມ​ໃສ່​ການ​ສ້າງແຜນ​ງານ​ຈັດ​ຕັ້ງ​ປະ­ຕິ­ບັດ​ເພື່ອ​ນຳ​ສະ­ເໜີ​ຕໍ່​ລັດ­ຖະ­ມົນ­ຕີ​ເສດ­ຖະ­ກິດ​ອາ​ຊຽນອະ­ນຸມັດ​ຮັບ­ຮອງ​ໃນ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີອາ​ຊຽນ​ເດືອນ 8, ນອກ­ຈາກ​ນີ້ກອງ​ປະຊຸມ​ໄດ້​ພິ­ຈາ­ລະ­ນາ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບການ​ເຈລະ­ຈາ​ສັນ­ຍາ​ວ່າ​ດ້ວຍ​ການ​ຮ່ວມມື​ເສດ­ຖະ­ກິດ​ຮອບ­ດ້ານ​ລະ­ດັບ​ພາກ​ພື້ນຊຶ່ງ​ເປັນ​ສັນ­ຍາ​ການ​ຄ້າ​ເສລີ​ລະ­ຫວ່າງ​ອາຊຽນ​ກັບ 6 ປະ­ເທດ​ຄູ່​ຄ້າ​ເຈລະ­ຈາ​ຄື: ຈີນ, ເກົາ­ຫຼີ​ໃຕ້, ຍີ່­ປຸ່ນ, ອິນ​ເດຍ, ອົດ​ສະ​ຕາ​ລີ ແລະ​ນິວ​ຊີ​ແລນ, ພ້ອມ​ກັນ​ນັ້ນກອງ​ປະຊຸມ​ໄດ້​ສືບ­ຕໍ່​ຫາ­ລື​ປະ­ເດັນ​ທີ່​ຜູ້­ນຳ​ອາ​ຊຽນແລະ​ສະ­ຫະ­ລັດ​ໄດ້​ຕົກ­ລົງ​ກັນ​ໃນ​ກອງ​ປະ ຊຸມ​ສຸດ​ຍອດ​ອາ​ຊຽນ-ສະ­ຫະ­ລັດ​ສະ­ໄໝພິ­ເສດ​ລະ­ຫວ່າງ​ວັນ​ທີ 15-16 ກຸມ­ພາ 2016 ທີ່​ກາ​ລິ​ໂຟ​ເນຍສະ­ຫະ­ລັດ​ອາ​ເມລິ​ກາ ແລະ​ກອງ​ປະ­ຊຸມ​ຂອງ​ຄະ­ນະ​ກຳ​ມະການ​ຮ່ວມ​ອາ​ຊຽນ-ສະ­ຫະ­ລັດກ່ຽວ​ກັບການ​ສົ່ງ­ເສີມ​ການ​ຄ້າແລະ​ການ​ລົງ­ທຶນໃນ​ລະ­ດັບ​ລັດ­ຖະ­ມົນ­ຕີ​ເສດ­ຖະ­ກິດ​ອາຊຽນ-ສະ­ຫະ­ລັດໂອ­ກາດ​ໄປ​ຮ່ວມ​ກິດ​ຈະກຳAEM ROADSHOW TO US ຄັ້ງ​ທີ 3 ລະ­ຫວ່າງ​ວັນ​ທີ 17-18 ກຸມ­ພາ 2016 ທີ່​ເມືອງ Sanfanciscoແລະ Silicon Valley ໂດຍ​ສະ­ເພາະ​ທິດ​ທາງການ​ຮ່ວມ​ມື​ລະ­ຫວ່າງ​ອາ​ຊຽນ-ສະ­ຫະລັດຊຶ່ງ​ລວມ​ມີ​ປະ­ເດັນ​ທຸ­ລະ​ກິດ, ພະ­ລັງງານ, ນະ​ວັດ­ຕະ​ກຳ ແລະ​ນະ­ໂຍ­ບາຍ ໂດຍ​ຜ່ານ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ເຊື່ອມຈອດ​ລະ­ຫວ່າງ​ອາ​ຊຽນ-ສະ­ຫະ­ລັດ.

ທ່ານ​ຫົວ­ໜ້າ​ກົມ​ນະ­ໂຍ­ບາຍ​ການ​ຄ້າຕ່າງ­ປະ­ເທດ​ກ່າວ​ຕື່ມ​ວ່າ: ກອງ​ປະ­ຊຸມຄັ້ງ​ນີ້​ລັດ­ຖະ­ມົນ­ຕີ​ເສດ­ຖະ­ກິດ​ອາ​ຊຽນກໍ​ໄດ້​ປຶກ­ສາ​ຫາ­ລື​ກັບ​ກຳ​ມະ​ທິ​ການ​ການຄ້າ​ສະ­ຫະ­ພາບ​ຢູ​ໂຣບໃນ​ຖາ­ນະ​ປະ­ເທດຄູ່​ຄ້າ​ເຈລະ­ຈາ​ຂອງ​ອາ​ຊຽນເພື່ອ​ເສີມສ້າງ​ການ​ພົວ­ພັນ​ຮ່ວມ​ມື​ເສດ­ຖະ­ກິດ​ການຄ້າ​ລະ­ຫວ່າງ​ອາ​ຊຽນ​ກັບ​ສະ­ຫະ­ພາບ​ຢູໂຣບຊຶ່ງ​ປະ­ເດັນ​ທີ່​ນຳ​ມາ​ຫາ­ລື​ແມ່ນ​ກ່ຽວກັບ​ຄວາມ​ຄືບ​ໜ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິບັດ​ແຜນ​ງານ​ການ​ຄ້າແລະ​ການ​ລົງ­ທຶນຮ່ວມ​ອາ​ຊຽນ-ສະ­ຫະ­ພາບ​ຢູ​ໂຣບ​ປີ 2015-2016 ລວມ​ທັງ​ການ​ພິ­ຈາ­ລະ­ນາຄວາມ​ເປັນ​ໄປ​ໄດ້ເພື່ອ​ເລີ່ມ​ຕົ້ນ​ການ​ເຈລະ​ຈາ​ໃໝ່​ສັນ­ຍາ​ການ​ຄ້າ​ອາ​ຊຽນ-ສະຫະ​ພາບ​ຢູ​ໂຣບທີ່​ໄດ້​ຢຸດ​ສະ​ງັກ​ມາ​ແລ້ວຫຼາຍ​ປີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...