spot_img
Homeຂ່າວພາຍ​ໃນວິທີການປູກມັນຝຣັ່ງທີ່ເໝາະສົມ

ວິທີການປູກມັນຝຣັ່ງທີ່ເໝາະສົມ

Published on

ການ​ກຽມ​ດິນ: ຫາກ​ດິນ​ທີ່ ປູກ​ມັນ​ຕິດ­ຕໍ່​ກັນ​ຫຼາຍ​ປີ​ຄວນ​ປັບປຸງ​ດິນ ເພື່ອ​ຮັກ­ສາ​ຜົນ​ຂອງ​ການຜະ­ລິດ​ໃນ​ໄລ­ຍະ​ຍາວ​ດ້ວຍ​ການໃສ່​ຝຸ່ນ​ຄອກ,

ຝຸ່ນ​ໝັກ​ເປືອກ​ມັນ​ທີ່ຄ້າງ​ປີທີ່​ຫາ​ໄດ້​ໃນ​ທ້ອງ­ຖິ່ນ ຫຼື ປູກພືດ​ຕະ­ກູນ​ຖົ່ວ​ຊະ­ນິດ​ຕ່າງໆ​ໝູນວຽນ​ບຳ​ລູງ​ດິນ​ທີ່​ເປັນ​ພື້ນ​ທີ່​ຫຍ້າຄາ, ຕ້ອງ​ໃຊ້​ໄຟ​ຈູດ ແລະ​ໃຊ້​ຢາ​ຕາແລນ​ສິດ​ກຳ­ຈັດ​ເສຍ​ກ່ອນ​ຈິ່ງ​ໄຖ ໂດຍ​ການ​ໄຖ​ຄັ້ງ​ທຳ​ອິດ​ໄຖ​ກົບ​ວັດຈະ​ພືດ​ກ່ອນ​ໃຫ້​ເລິກ​ປະ­ມານ 20Œ30 ຊັງ​ຕີ​ແມັດ ແລ້ວ​ຖິ້ມ​ໄວ້​ປະມານ 20-Œ30 ວັນ​ຫຼັງ​ຈາ​ນັ້ນ​ກໍ່​ໄຖ ອີກ 1Œ2 ຄັ້ງ​ຕາມ​ຄວາມ​ເໝາະ​ສົມ ແລ້ວ​ຟ້າວ​ປູກ​ໃນ​ຂະ­ນະ​ທີ່​ດິນ​ຍັງ ຄວາມ​ສຸ່ມ.

zxzxzxaxaxaaxa

ການ​ຕຽມ​ທ່ອນ​ພັນ: ໃຊ້​ທ່ອນພັນ​ມັນ​ທີ່​ສົດ​ອາ­ຍຸ 10Œ12 ເດືອນ ຕັດ​ຖິ້ມ​ໄວ້​ບໍ່​ໃຫ້​ເກີນ 15 ວັນ​ໂດຍ ຕັດ​ໃຫ້​ມີ​ຄວາມ​ຍາວ​ປະ­ມານ 20 ຊັງ​ຕີ​ແມັດ ມີ​ຕາ​ບໍ່​ໃຫ້​ນ້ອຍ​ກວ່າ 5 ຕາ ເພື່ອ​ປ້ອງ​ກັນ​ແມງ­ໄມ້​ຈູ່ມ ທ່ອນ​ມັນ​ໃສ່​ຍາ​ແຄບ​ແທນ 1,6 ຂີດ (160 ກຣາມ) ປະ­ສົມ​ໃສ່​ກັບ ມາ­ລາ​ໄທ​ອອນ 20 ຊີໆໃນນ້ຳ 20 ລິດ​ປະ­ມານ 5 ນາ­ທີ​ກ່ອນ​ປູກ.

ການ​ປູກ: ຕ້ອງ​ປູກ​ເປັນ​ແຖວ​ຊື່ ເພື່ອ​ສະ­ດວກ​ໃນ​ການ​ບຳ­ລຸງ​ຮັກ ສາ ແລະ​ການ​ກຳ­ຈັດ​ສັດ­ຕູ​ພືດ​ໂດຍ ໃຊ້​ໄລ­ຍະ​ຫ່າງ​ຂອງ​ແຖວ 1,20 ແມັດ, ໄລ­ຍະ​ຫ່າງ​ຂອງ​ຕົ້ນ​ປະ­ມານ 80 ຊັງ​ຕີ​ແມັດ ແລະ​ປັກ​ທ່ອນ​ມັນ ໃຫ້​ຊື່​ເລິກ​ລົງ​ດິນ 10 ຊັງ​ຕີ​ແມັດ.

ສີດ​ຢາ​ກັນ​ສັດ­ຕູ​ພືດ: ສຳ­ລັບ​ການ​ປູກ​ມັນ​ຝຣັ່ງ​ໃນ​ລະ­ດູ­ຝົນ​ດິນ ກໍ​ຈະ​ສຸ່ມ​ຄວນ​ສີດ​ຢາ​ກັນ​ສັດ­ຕູ​ພືດ ດ້ວຍ​ຢາ​ໄຕ​ຮອນ (ຄາ​ແມັກ) ຫຼັງຈາກ​ການ​ປູກ​ບໍ່​ໃຫ້​ເກີນ 3 ວັນ ຫຼື ກ່ອນ​ຕົ້ນ​ມັນ​ອອກ​ໜໍ່​ຫາກ​ສີດ​ຫຼັງຕົ້ນ​ມັນ​ອອກ​ໜໍ່​ຈະ​ເຮັດ​ໃຫ້​ມັນ​ເສຍ​ຫາຍ​ໄດ້ ໃຊ້​ຢາ​ໃນ​ອັດ­ຕາ 60 ຂີດ (600 ກຣາມ) ປະ­ສົມ​ນ້ຳ 200 ລິດ​ສີດ​ໄດ້​ປະ­ມານ 1 ໄລ່​ເຄິ່ງ.

ການ​ກຳ­ຈັດ​ສັດ­ຕູ​ພືດ ແລະການ​ໃສ່​ຝຸ່ນ: ກຳ­ຈັດ​ສັດ­ຕູ​ພືດ​ຄັ້ງ​ທີ 1 ປະ­ມານ 30Œ45 ວັນ ຫຼັງ​ຈາກ ການ​ປູກ​ໂດຍ​ໃຊ້​ລົດ​ໄຖ​ນ້ອຍ​ເດີນ ຕາມ ຫຼື ຈານ​ພວນ​ກຳ­ຈັດ​ສັດ­ຕູ​ພືດຕິດ​ທ້າຍ​ລົດ​ແທກ​ເຕີ້ ພ້ອມ​ທັງ​ໃສ່ປຸຍ 15-Œ15-Œ15 ອັດ­ຕາ 25Œ-50 ກິ​ໂລ​ຕໍ່​ໄລ່​ຫ່າງ​ຈາກ​ຕົ້ນ​ມັນ 1 ຄືບ (20 ຊັງ​ຕີ​ແມັດ) ຈາກ​ນັ້ນ​ໃຊ້​ຈົກ ກຳ­ຈັດ​ພືດ​ທີ່​ຍັງ​ເຫຼືອ​ພ້ອມ​ກັບ​ການ ໃສ່​ຝຸ່ນ​ໄປ​ນຳ​ຫຼື​ໃສ່​ຝຸ່ນ​ດ້ວຍ​ການຂຸດ​ຂຸມ​ຫ່າງ​ໂຄນ​ຕົ້ນ 1 ຄືບ​ແລ້ວ ຖົມ​ດິນ​ນຳ​ກໍ່​ໄດ້​ຂໍ້​ສຳ­ຄັນ​ຄວນ​ໃສ່ຝຸ່ນ​ຂະ­ນະ​ດິນ​ມີ​ຄວາມ​ສຸ່ມ​ຢູ່­ກຳ ຈັດ​ສັດ­ຕູ​ພືດ​ຄັ້ງ​ທີ 2 ປະ­ມານ 60Œ70 ວັນ​ຫຼັງ​ການ​ປູກ​ໂດຍ​ປະ ຕິ​ບັດ​ເຊັ່ນ​ດຽວ​ກັນ​ກັບ​ເທື່ອ​ທຳ​ອິດ ກຳ­ຈັດ​ພືດ​ຄັ້ງ​ທີ 3 ດ້ວຍ​ຄວາມຈຳ­ເປັນ​ໂດຍ​ໃຊ້​ຈົກ​ຖາກ ຫຼື ສີດ​ຢາຜົ່ນ​ດ້ວຍ​ຢາ​ມ໋ອກ​ໂຊນ ຕ້ອງ​ໃຊ້ ຝາ​ປົກ​ຫົວ​ສີດ​ເພື່ອ​ບໍ່​ໃຫ້​ຖືກ​ລຳຕົ້ນ​ມັນ.

ລະ­ດູ​ການ​ເກັບ​ກ່ຽວ​ມັນ​ຝຣັ່ງ: ວິ­ທີ​ການ​ເກັບ​ກ່ຽວ​ມັນ​ໃນ​ຊ່ວງ​ທີ່ເໝາະ​ສົມ​ຄື​ປະ­ມານ 10-Œ12 ເດືອນ​ພ້ອມ​ທັງ​ວາງ​ແຜນ­ການຕຽມ​ທ່ອນ​ພັນ​ມັນ​ຝຣັ່ງ ເພື່ອ​ການປູກ​ໃນ​ໄລ­ຍະ​ຕໍ່​ໄປ​ສ່ວນ​ຕົ້ນ​ມັນ ຝຣັ່ງ​ທີ່​ບໍ່​ໄດ້​ໃຊ້​ເຊັ່ນ: ໃບ່, ງ່າ, ກ້ານ ແລະ​ລຳ­ຕົ້ນ​ຄວນ​ຖິ້ມ​ໄວ້​ເພື່ອ​ໃຫ້​ເປັນ​ຝຸ່ນ​ພືດ​ສົດ​ໃນ​ດິນ​ຕໍ່​ໄປ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...