spot_img
Homeຂ່າວຕ່າງປະເທດອິນ​ເດຍກຽມ ​ຮັບ​ມື​ກັບ​ອາກາດ​ຮ້ອນ​

ອິນ​ເດຍກຽມ ​ຮັບ​ມື​ກັບ​ອາກາດ​ຮ້ອນ​

Published on

ອິນ​ເດຍຈະ​ເລີ່​ມ​ໃຊ້​ມາດ​ຕະການ​ເພື່ອ​ປົກ​ປ້ອງ​ປະຊາຊົນ​ຈາກ​ຄື້ນອາກາດ​ຮ້ອ​ນ​ໃນ​ສອງ​ເມືອງ​ພື້ນ​ທີ່​ສ່ຽ​ງ ຫຼັງ​ຈາກ​ປີ​ທີ່​ຜ່ານ​ມາ​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ​ຢ່າງ​ໜ້ອຍ 2.500 ຄົນ ​ເພາະ​ຄື້ນອາກາດ​ຮ້ອນ​ທົ່ວ​ປະ​ເທດ.

   ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ອິນ​ເດຍຈະ​ເລີ່​ມ​ໃຊ້​ມາດ​ຕະການ​ເພື່ອ​ປົກ​ປ້ອງ ​ແລະ ຄຸ້ມ​ຄອງ​ປະຊາຊົນ​ຂອງ​ຕົນ​ໃຫ້​ລອດ​ພົ້ນ​ຈາກ​ໄພພິບັດ​ຄື້ນອາກາດ​ຮ້ອນ ຊຶ່ງ​​ເຄີຍ​ມີ​ຜູ້​ເສຍ​ຊີວິດ​ທົ່ວປະ​ເທດ​ໃນ​ປີ​ 2015 ທີ່​ຜ່ານ​ມາ​ຫຼາຍ​ເຖິງ​ 2.500 ຄົນ ​ໂດຍ​ມາ​ດຕະການ​ປ້ອງ​ກັນ​ປະກອບ​ມີ: ການ​ພະຍາກອນ​ອາກາດ​ລ່ວງ​ໜ້າ 7 ມື້, ການຈັດ​ຫານ້ຳ​ສຳຮອງ​ທີ່​​ຜອ່ນຄາຍຄວາມ​ຮ້ອນ ​ແລະ ​​ໄລຍະ​ເວລາ​ພັກ​ກາງ​ເວັນ​ສຳລັບ​ກຳມະກອນ ​ແລະ ຫວັງ​ວ່າ​ຈະ​ຊ່ວຍ​ກຳມະກອນ​ນັບ​ລ້ານ​ຄົນ​ໃຫ້​​ປອດ​ໄພ​ໃນ​ໄລຍະ​ຄື້ນອາກາດ​ຮ້ອນ.

ລັດຖະບານ​ອິນ​ເດຍ​ໄດ້​ຮ່ວມ​ມື​ກັບ​ຄະນະ​ກຳມະການ​ປ້ອງ​ກັນ​ຊັບພະຍາກອນ​ແຫ່ງ​ຊາ​ດ ຊຶ່ງ​ຕັ້ງ​ຢູ່​ນະຄອນ​ນິວຢອກ​ຂອງ​ອາ​ເມ​ລິ​ກາ ​ໃນ​ການວາງ​ແຜນ​ມາດ​ຕະການ​ປ້ອງ​ກັນ​ນີ້ ​ໂດຍ​ລະບຸ​ວ່າ ຈະ​ເລີ່​ມ​ໃຊ້​ມາດ​ຕະການ​ນີ້​ໃນ​ອາທິດ​ໜ້າຢູ່​ທີ່​ເມືອງ​ບູບັນ​ເນສຊວາ​ທາງ​ພາ​ກຕາ​ເວັນ​ອອກ​ຂອງ​ອິນ​ເດຍ ​ແລະ ​ເມືອງ​ນາດ​ປຸຣະທາງ​ຕາ​ເວັນ​ຕົກ​ຂອງ​ອິນ​ເດຍສອງ​ເມືອງ​​ໃນ​ພື້ນ​ທີ່​ສ່ຽງ​ຂອງ​ຄື້ນອາກາດ​ຮ້ອນ ຊຶ່ງ​ໃນ​ເດືອນ​ກຸມພາ​ປີ​ທີ່​ຜ່ານ​ມາ​ເຄີຍ​ວັດແທກອຸນຫະພູມ​ໄດ້​ສູງ​ເຖິງ 47 ອົງສາ​ເຊ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...