Homeຂ່າວຕ່າງປະເທດລມຕ. ການຕ່າງປະເທດ ຈີນ-ສະຫະລັດຯ ໂອ້ລົມທາງໂທລະສັບ ກ່ຽວກັບບັນຫາແຫລມເກົາຫລີ!

ລມຕ. ການຕ່າງປະເທດ ຈີນ-ສະຫະລັດຯ ໂອ້ລົມທາງໂທລະສັບ ກ່ຽວກັບບັນຫາແຫລມເກົາຫລີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ມີນານີ້ວ່າ ໃນມື້ວານນີ້ (9 ມີນາ) ທ່ານ ຫວາງ​ອີ້ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຈີນ ແລະ ທ່ານ ຈອນ ແຄຣີ ຄູ່​ຕຳ​ແໜ່ງ​ສະຫະລັດອາ​ເມ​ຣິກາ ໄດ້​ມີ​ການ​ໂອ້​ລົມກັນ​ທາງ​ໂທ​ລະ​ສັບ​ ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ແຫລມ​ເກົາ​ຫລີ ໂດຍທາງຝ່າຍຈີນໄດ້ຮຽກ​ຮ​້ອງ​ ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່​ຽວ​ຂ້ອງ​ ມີ​ທ່າ​ທີທຸ່ນ​ທ່​ຽງ, ລະ​ງັບ​ໃຈ ແລະ ບໍ່​ປະ​ໃຫ້​ເກີດ​ການ​ກະ​ທຳ​ເກາະ​ຜິດ​ເຊິ່ງ​ກັນ ແລະ ກັນ.

ທັງນີ້ ການ​ໂອ້​ລົ​ມ​ທ​າງ​ໂທ​ລະ​ສັບ ຖືກ​ດຳ​ເນີນ​​ໄປໃນ​ສະ​ພາບ​​ທີ່ ​ທະ​ຫານ​ກອງທັບສະຫະລັດ​ອາ​ເມ​ຣິກາ ແລະ ເກົາຫລີໃຕ້ ກຳລັງດຳ​ເນີນການຊ້ອມຮົບຮ່ວມກັນ, ພາຍ​ຫຼັງ​ທີ່​ເກົາຫລີເໜືອ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄລຍ​ຄັ້ງ​ທີ 4 ເມື່ອ​ເດືອນມັງກອນທີ່ຜ່ານມາ ແລະ ມີການ​ຍິງ​ລູກ​ສອນ​ໄຟ​​ສົ່ງດາວ​ທຽມ​ ເມື່ອ​ເດືອນກຸມພາຜ່ານ​ມານີ້.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...