Homeຂ່າວເຫດການຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດ 2 ແລະ 4 ສືບຕໍ່ເຄື່ອນໄຫວຫາສຽງ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດ 2 ແລະ 4 ສືບຕໍ່ເຄື່ອນໄຫວຫາສຽງ

Published on

ຂປລ. ການໂຄສະນາຫາສຽງ ຂອງບັນດາຜູ້ສະໝັກຮັບເລືອກຕັ້ງ ສສຊ ແລະ ສສຂ ຢູ່ເຂດເລືອກຕັ້ງຕ່າງໆ ​ພວມດຳ​ເນີນ​ໄປ​ຢ່າງ​ຂຸ້ນຂ້ຽວ ​ເພື່ອ​ໃຫ້​ສຳ​ເລັດ​ກ່ອນ​ການ​ປ່ອນ​ບັດ​ເລືອກ​ຕັ້ງທີ່​ຈະ​ມີ​ຂຶ້ນ ​ໃນ​ວັນ​ທີ 20 ມີນານີ້, ສະ​ເພາະຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ​ເຂດ 2 ​ແຂວງ​ຜົ້ງສາລີ ​ໄດ້​ສືບ​ຕໍ່ລົງເຄື່ອນໄຫວໂຄສະນາຫາສຽງ ຢູ່ເທສະບານເມືອງສຳພັນ ​ເຊິ່ງຜູ້ມີສິດເລືອກຕັ້ງ ອາຍຸແຕ່ 18 ປີ ຂຶ້ນໄປ 12.482 ຄົນ, ຍິງ 6.920 ຄົນ. ເພື່ອເຮັດໃຫ້ການລົງຫາສຽງຄັ້ງນີ້ ມີຜົນສຳເລັດຕາມລະດັບຄາດໝາຍ ​ແລະ ຜູ້ສະໝັກສະມາຊິກສະພາແຫ່ງຊາດແຕ່ລະທ່ານ ໄດ້ພັດປ່ຽນກັນສະເໜີຕົວ ໃຫ້ຜູ້ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້ຮັບຊາບ. ການລົງໂຄສະນາຫາສຽງໃນຄັ້ງນີ້ ແມ່ນຈະໄດ້ເຄື່ອນໄຫວ ໃນບັນດາ 7 ເມືອງຂອງແຂວງ ຈົນເຖິງວັນທີ 18 ມີນາຈຶ່ງສຳເລັດ.

ໃນໂອກາດດັ່ງກ່າວ, ຜູ້ສະໝັກເລືອກຕັ້ງ ສສຊ ເຂດ 4 ແຂວງອຸດົມໄຊ ກໍ​ໄດ້​ສືບ​ຕໍ່​ເຄື່ອນ​ໄຫວ​ຫາ​ສຽງຢູ່ເມືອງງາ, ​​ເຊິ່ງຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ຂອງສະມາສະມາຊິກສະພາແຫ່ງຊາດ ໃນການເປັນຕົວແທນ ແຫ່ງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ​ແລະ ໄດ້ເນັ້ນໜັກໃຫ້ ອຳນາດການປົກຄອງຂັ້ນເມືອງ, ບ້ານ ແລະ ປະຊາຊົນ ຈົ່ງພ້ອມກັນເຮັດໜ້າທີ່ ໃນການໃຊ້ສິດຂອງຕົນເຂົ້າ ໃນການປ່ອນບັດໃຫ້ຄົບຕາມຈຳນວນ ຜູ້ມີສິດປ່ອນບັດຕົວຈິງ, ຮັບປະກັນ ໃຫ້ໄດ້ 300%.

ພ້ອມ​ດຽວ​ກັນ​ນີ້, ປະຊາຊົນ ກໍ​ຄື​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ​ໄດ້​ສະ​ເໜີ​ບັນຫາ​ທີ່​ມີ​ຄວາມ​ຫຍຸ້ງຍາກ ​ໃນ​ການ​ພັດທະນາ​ຊີວິດ​ການ​ເປັນ​ຢູ່ ​ເປັນຕົ້ນສະເໜີໃຫ້ຂັ້ນເທິງປັບປຸງແກ້ໄຂ ແລະ ຍົກລະດັບ ດ້ານພື້ນຖານໂຄງລ່າງ​​​ເຊັ່ນ: ຖະໜົນ​ຫົນທາງ, ນ້ຳສະອາດ ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...