Homeຂ່າວເຫດການນາຍົກລັດຖະມົນຕີ ຕ້ອນຮັບທູດຍີ່ປຸ່ນ ປະຈຳ ສປປ ລາວ ຄົນໃໝ່

ນາຍົກລັດຖະມົນຕີ ຕ້ອນຮັບທູດຍີ່ປຸ່ນ ປະຈຳ ສປປ ລາວ ຄົນໃໝ່

Published on

ຂປລ. ​ໃນ​ວັນ​ທີ 10 ມີນາ ນີ້ ທີ່ຫ້ອງ​ວ່າການ​ລັດຖະບານ ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ​ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄໍານັບ​ຂອງ​ທ່ານ ຕາ​ເກຊິ ຮິ​ກີ​ຮາຣະ ​ເອກ​ອັກຄະຣາຊະ​ທູດວິສາມັນ​ຜູ້​ມີ​ອໍານາດ​ເຕັມ​ ແຫ່ງ ປະ​ເທດ​ຍີ່ປຸ່ນ ​ຄົນ​ໃໝ່ ​ປະ​ຈໍາ ສປປ ລາວ ​ໃນ​ໂອກາດ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ມາ​ດໍາລົງ​ຕໍາ​ແໜ່ງ​ ເປັນ​ເອກ​ອັກຄະຣາຊະ​ທູດ​ຄົນ​ໃໝ່​ ປະ​ຈໍາ ສປປ ລາວ​ ພາຍຫລັງ​ ທີ່​ໄດ້​ຍືນ​ສານ​ຕາ​ຕັ້ງຕໍ່​ທ່ານ ຈູມ​ມາ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ແຫ່ງສປປ ລາວ ​​ເມື່ອທ້າຍ​ເດືອນ​ຜ່ານ​ມາ.

ໃນ​ໂອກາດ​ດັ່ງກ່າວ, ທ່ານ ທອງ​ສິງ ທໍາ​ມະ​ວົງ ​ໄດ້​ສະ​ແດງ​ຄວາມ​ຍິນດີ​ຕ້ອນຮັບ, ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່ທ່ານ ຕາ​ເກຊິ ຮິ​ກີ​ຮາຣະ ທີ່​ໄດ້​ຖືກ​ມອບ​ໝາຍ​ຈາກ​ລັດຖະບານ ​ແລະ ປະຊາຊົນ​ຍີ່ປຸ່ນ​ ໃຫ້​ມາ​ປະຕິບັດ​ໜ້າ​ທີ່​ການ​ທູດ ຢູ່ ສປປ ລາວ​ ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສໍາຄັນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ​ ສອງ​ປະ​ເທດ ​ລາວ–ຍີ່ປຸ່ນ ​ໃຫ້​ຈະ​ເລີ​ນງອກ​ງາມຍິ່ງ​ຂຶ້ນ​.​ ພ້ອມ​ດຽວ​ກັນ​, ກໍໄດ້ສະ​ແດງ​ຄວາມຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫລືອ​​ດ້ານ ​ການ​ພັດທະນາ​ຂອງ​ລັດຖະບານ​ຍີ່ປຸ່ນ ​ໃນ​ຊຸມ​ປີຜ່ານມາ ​ເຊິ່ງ​​ໄດ້​ປະກອບສ່ວນ​​ສໍາຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ–ສັງຄົມ ​ຂອງ ສປປ ລາວ ກໍ​ຄືການ​ຊ່ວຍ​ເຫລືອ ສປປ ລາວ ​ໃນ​ໂອກາດ​ເປັນ​ປະທານ​ອາຊຽນປີ 2016 ນີ້, ພ້ອມ​​ຍິນ​ດີ​​ໃຫ້ການ​ຮ່ວມ​ມື ​ແລະ ອໍານວຍ​ຄວາມ​ສະດວກ ​ໃຫ້​ແກ່​ທ່ານ​ທູດ​ຄົນ​ໃໝ່​ ໃນ​ການ​ປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ.

ພ້ອມ​ດຽວ​ກັນ​ນີ້, ທ່ານ ຕາ​ເກຊິ ຮິ​ກີ​ຮາຣະ ​ກໍໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ທ່ານ ທອງ​ສິງ ທໍາ​ມະ​ວົງ ທີ່​ໄດ້​ສະຫລະ​ເວລາ​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້. ​ພ້ອມ​​ຢືນ​ຢັນ​ຈະສືບ​ຕໍ່​ໃຫ້ການ​ສະໜັບສະໜູນຊ່ວຍ​ເຫລືອ ສປປ ລາວ ​ແລະ ຈະ​ຕັ້ງໜ້າ​ປະຕິບັດ​ໜ້າ​ທີ່ວຽກ​ງານ​ຂອງ​ຕົນ ​ສຸດ​ຄວາມ​ສາມາດ​ ໃນ​ໄລຍະ​ທີ່​ມາ​ປະຕິບັດ​ໜ້າ​ທີ່​ການ​ທູດ ຢູ່ ສປປ ລາວ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...