Homeຂ່າວການພັດທະນານ.ວ ສົ່ງພະນັກງານຂັ້ນສູງ ລົງສຳຫລວດ ກຽມສ້າງຮ້ານອາຫານ ແລະ ສູນຈຳໜ່າຍສິນຄ້າລາວ ຢູ່ຮ່າໂນ້ຍ!

ນ.ວ ສົ່ງພະນັກງານຂັ້ນສູງ ລົງສຳຫລວດ ກຽມສ້າງຮ້ານອາຫານ ແລະ ສູນຈຳໜ່າຍສິນຄ້າລາວ ຢູ່ຮ່າໂນ້ຍ!

Published on

ເພື່ອ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ການຮ່ວມ​ມື​ສອງ​ຝ່າຍ ລະຫວ່າງນະຄອນ​ຫຼວງ​ວຽງ​ຈັນ ແລະ ນະຄອນ​ຫຼວງ​ຮ່າ​ໂນ້ຍ ​ສສ ຫວຽດນາມ ທີ່​ໄດ້​ມີ​ການ​ລົງ​ນາມ​ຮ່ວມກັນ ໃນ​ວັນ​ທີ 9 ກັນຍາ 2015 ຄະນະ​ວິຊາ​ການ​ຂັ້ນ​ສູງ​ຂອງ​ນະຄອນ​ຫຼວງ​ວຽງ​ຈັນ ຈຳນວນ 11 ທ່ານ ນຳ​ໂດຍ​ທ່ານ ເບີ​ລິນ ເພັດຈັນທະ​ລາດ ຫົວໜ້າ​ພະ​ແນກ​ອຸດສາ​ຫະ​ກຳ ແລະ ການ​ຄ້າ ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ເດີນທາງໄປ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ ລະຫວ່າງວັນ​ທີ 28/2-3/3/2016 ເພື່ອ​ສຳຫຼວດ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ສະຖານ​ທີ່ ​ຈະ​ສ້າງ​ຮ້ານ​ອາຫານ ແລະ ບ່ອນ​ຈຳໜ່າຍ​ຜະລິດ​ຕະພັນ​ສິນຄ້າ​ລາວ ທີ່​ນະຄອນຫຼວງຮ່າ​ໂນ້ຍ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...