Homeຂ່າວການພັດທະນາກະຊວງພາຍໃນ ກຽມອອກບັດລັດຖະກອນ ຫັນສູ່ລະບົບທັນສະໄໝ ວ່ອງໄວ ແລະ ໂປ່ງໃສຂຶ້ນ!

ກະຊວງພາຍໃນ ກຽມອອກບັດລັດຖະກອນ ຫັນສູ່ລະບົບທັນສະໄໝ ວ່ອງໄວ ແລະ ໂປ່ງໃສຂຶ້ນ!

Published on

ກະຊວງພາຍໃນ ເລັ່ງປັບປຸງຖານຂໍ້ມູນລັດຖະກອນ ໃຫ້ມີຄວາມທັນສະໄໝຂຶ້ນ ໂດຍເຊື່ອມຕໍ່ກັບລະບົບບັນຊີ ເງິນເດືອນ ເພື່ອຄວາມສະດວກຕໍ່ການກວດຜ່ານບັນຊີຈຳນວນພົນ ໃຫ້ຖືກຕ້ອງແມ້ນຢຳ  ທັງເປັນການຫຼຸຸດຂັ້ນຕອນ ການຄິດໄລ່ເງິນເດືອນ ຕະຫຼອດຮອດການກະກຽມອອກບັດລັດຖະກອນ.

ກອງປະຊຸມການຄຸ້ມຄອງຖານຂໍ້ມູນລັດຖະກອນ ໄດ້ຈັດຂຶ້ນໃນວັນທີ 4 ມີນານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ວິໄຊ ພັນ ດານຸວົງ ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ ຊຶ່ງມີບັນ ດາຜູ້ຕາງໜ້າຈາກກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ຜູ້ຕາງໜ້າຈາກທະນາຄານ, ຫ້ອງການປະກັນສັງຄົມ ພ້ອມດ້ວຍ ນັກວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອຕີລາຄາຄືນ ແລະ ຖອດຖອນບົດຮຽນການຈັດຕັ້ງ ປະຕິບັດ ວຽກງານຄຸ້ມຄອງຖານຂໍ້ມູນລັດຖະກອນ ໃນໜຶ່ງປີຜ່ານມາ.

ໃນກອງປະຊຸມ ໄດ້ມີການຄົ້ນຄວ້າສືບຕໍ່ປັບປຸງບາງຂໍ້ມູນຂອງ ພະນັກງານ-ລັດຖະກອນ ພາກສ່ວນຕ່າງໆ ຂອງອົງການຈັດຕັ້ງຂັ້ນສູນກາງ ທີ່ຖືກບັນທຶກເຂົ້າໃນຖານຂໍ້ມູນແລ້ວ ໃຫ້ຄົບຖ້ວນສົມບູນ ແລະ ຖືກຕ້ອງ ຕາມຕົວຈິງ, ສ້າງລະບົບບັນຊີຈຳນວນພົນຂອງພະນັກງານ- ລັດຖະກອນ ເຊື່ອມຕໍ່ກັບລະບົບບັນຊີເງິນເດືອນ ເພື່ອສະດວກໃນການກວດຜ່ານບັນຊີຈຳນວນພົນ ແລະ ການຄິດໄລ່ເງິນເດືອນ ເພື່ອເປັນການຫຼຸຸດຂັ້ນຕອນ, ຫຼຸຸດຜ່ອນພະນັກງານໃນຂົງເຂດການເງິນ ຢູ່ບັນດາກະຊວງ ແລະ ອົງການຈັດຕັ້ງຂັ້ນຕ່າງໆລົງ, ກະກຽມການ ອອກບັດລັດຖະກອນ (Smart Card) ບົນພື້ນຖານປະສານສົມທົບກັບອົງການທີ່ກ່ຽວຂ້ອງ.

ຜ່ານມາເຖິງແມ່ນວ່າ ລະບົບຈະສາມາດກວດຜ່ານບັນຊີຈຳນວນພົນອອນລາຍໄດ້ ຊຶ່ງສາມາດເກັບກຳຂໍ້ມູນໄດ້ ໂຕເລກລັດຖະກອນຕົວຈິງ ເຊັ່ນ: ຈຳນວນຫຼຸຸດ, ຈຳນວນເພີ່ມ ແລະ ອຸດໜູນຕ່າງໆ ແຕ່ ກໍຍັງບໍ່ສາມາດຄິດໄລ່ເປັນໂຕເລກເງິນເດືອນ ອອກມາຢ່າງຖືກຕ້ອງໄດ້ ຈຶ່ງເຮັດໃຫ້ວິຊາ ການການເງິນຂອງຫ້ອງການ ຫຼື ກົມແຜນການຂອງບັນດາກະຊວງ, ອົງການຂັ້ນສູນກາງ ຈະຕ້ອງຄິດໄລ່ອອກເປັນເງິນ ດັ່ງທີ່ເຄີຍປະຕິບັດມາ. ນອກນັ້ນ ລະບົບເຕັກໂນໂລຊີ ເພື່ອ ເຊື່ອມຕໍ່ຖານຂໍ້ມູນຢູ່ບາງພາກສ່ວນ ຍັງມີຄວາມຈຳກັດເຊັ່ນ: ອິນເຕີເນັດຊ້າ, ຄວາມຮູ້ຄວາມສາມາດຂອງບຸກ ຄະລາກອນ ຍັງມີຈຳກັດເປັນຕົ້ນ.

ດັ່ງນັ້ນ ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອແນໃສ່ປັບປຸງວຽກງານຄຸ້ມຄອງຖານຂໍ້ມູນ ຜ່ານບັນຊີຈຳນວນພົນຜ່ານ ລະບົບຖານຂໍ້ມູນລັດຖະກອນ ໃຫ້ມີປະສິດທິພາບ, ນຳໃຊ້ເຕັກໂນໂລຊີ-ຂໍ້ມູນຂ່າວສານ ທີ່ທັນສະໄໝ ເຂົ້າໃນການຄຸ້ມ ຄອງລັດຖະກອນໃນໄລຍະໃໝ່ ທີ່ມີຄຸນນະພາບສູງ, ເປັນລະບົບລວມສູນ, ສະດວກວ່ອງ ໄວ, ໂປ່ງໃສ ແລະ ຊັດເຈນຂຶ້ນ ກວ່າເກົ່າ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...