Homeຍ້ອງຍໍຄົນດີເດັ່ນນັກບິນບໍ່ມີແຂນຄົນທຳອິດຂອງໂລກ

ນັກບິນບໍ່ມີແຂນຄົນທຳອິດຂອງໂລກ

Published on

ເຈສສິກ້າ ຄອດຊ໌ ຊາວອາເມລິກັນໄວ 33 ປີ ຈາກລັດແອຣິໂຊນາ ພິການແຂນທັງສອງຂ້າງຕັ້ງແຕ່ກຳເນີດ ໂດຍທີ່ແພດກໍ່ບໍ່ສາມາດຮູ້ສາເຫດ ຢ່າງໃດກໍ່ຕາມ ເຈສສິກ້າ ບໍ່ຍອມໃຫ້ຄວາມພິການເປັນອຸປະສັກໃນການເດີນຕາມຄວາມຝັນຂອງຕົນເອງ ຈົນໃນທີ່ສຸດນາງໄດ້ຮັບການບັນທຶກໃນກິນເນສສ໌ບຸ໊ກ ອອຟ ເວີລ໌ ເຣດຄອດສ໌ ໃຫ້ເປັນນັກບິນບໍ່ມີແຂນຄົນທຳອິດຂອງໂລກ.
ເຈສສິກ້າ ເລ່າວ່າ ການເຕີບໃຫຍ່ຂຶ້ນມາໂດຍບໍ່ມີແຂນມັນເປັນເລື່ອງທີ່ບໍ່ງ່າຍເລີຍ
ເພາະວ່າຈະໄປທາງໃດນາງມັກຕົກເປັນເປົ້າສາຍຕາຂອງຄົນອື່ນ ການມີຮ່າງກາຍທີ່ບໍ່ສົມປະກອບເຮັດໃຫ້ນາງຕ້ອງຜ່ານຜ່າຊ່ວງເວລາອັນຍາກລຳບາກທີ່ໂຮງຮຽນ ມັກຖືກເພື່ອນເວົ້າເຢື້ອຍ ແລະ ຖືກຄູຫ້າມບໍ່ໃຫ້ຫຼິ້ນເໝືອນເດັກນ້ອຍຄົນອື່ນໆ ເຊິ່ງນັ້ນເຮັດໃຫ້ ເຈສສິກ້າ ເສຍໃຈຫຼາຍເພາະນາງຢາກເຮັດທຸກຢ່າງໄດ້ເໝືອນເພື່ອນໆຂອງນາງ.
ຂະນະດຽວກັນ ເຈສສິກ້າ ກໍ່ຮຽນຮູ້ທີ່ຈະໃຊ້ຂາແທນແຂນແຕ່ຕອນຍັງນ້ອຍ ນາງໃຊ້ຂາທັງສອງຂ້າງເຮັດກິດຈະກຳປະຈຳວັນໄດ້ຢ່າງຄ່ອງແຄ້ວ.
ຄອບຄົວກໍ່ສະໜັບສະໜູນໃຫ້ເຈສສິກ້າເຮັດກິດຈະກຳຕ່າງໆ ເໝືອນຄົນທົ່ວໄປ ບໍ່ວ່າຈະເປັນການຮຽນເຕັ້ນ, ຫຼິ້ນຢີມນາສຕິກ, ລອຍນ້ຳ, ເປຍໂນ ແລະ ເທຄວັນໂດ ເຊິ່ງນາງໄດ້ສາຍດຳເທຄັວນໂດຄັ້ງທຳອິດເມື່ອຕອນນາງອາຍຸໄດ້ 14 ປີ ແລະ ຊ່ວງເວລາດຽວກັນນາງຕັດສິນໃຈເລີກໃຊ້ແຂນທຽມເລີຍ ນອກຈາກນີ້ນາງຍັງຂັບລົດໄດ້ອີກດ້ວຍ.
ຄວາມຝັນເລື່ອງຂັບເຮືອບິນຂອງເຈສສິກ້າເລີ່ມຂຶ້ນຫຼັງຈາກທີ່ນາງໄດ້ມີໂອກາດນັ່ງເຮືອບິນນ້ອຍລຳໜຶ່ງ ເຖິງຈະເປັນສິ່ງທີ່ນາງຢ້ານ ແຕ່ ເຈສສິກ້າ ກໍ່ບອກກັບຕົວເອງວ່າຈະຕ້ອງເອົາຊະນະຄວາມຢ້ານແລ້ວຂັບເຮືອບິນທະຍານຂຶ້ນສູ່ທ້ອງຟ້າໃຫ້ໄດ້ ນາງໃຊ້ເວລາ 3 ປີ ໃນການຮຽນຂັບເຮືອບິນ ເຊິ່ງບໍ່ແມ່ນເລື່ອງງ່າຍເລີຍ ເພາະເຮືອບິນແມ່ນຖືກສ້າງມາເພື່ອປັງຄັບດ້ວຍມື ແຕ່ຄວາມມານະບາກບັ່ນກໍ່ເຮັດໃຫ້ນາງໄດ້ຮັບໃບອະນຸຍາດຂັບເຮືອບິນ ແລະ ພໍ່ແມ່ເປັນຜູ້ໂດຍສານຄົນທຳອິດຂອງນາງ ໂດຍໃນປີ 2011 ເຈສສິກ້າ ໄດ້ຮັບລາງວັນ ກິນເນສສ໌ບຸ໊ກ ອອຟ ເວີລ໌ ເຣດຄອດສ໌ ໃຫ້ເປັນນັກບິນບໍ່ມີແຂນຄົນທຳອິດຂອງໂລກ.
ສ່ວນເປົ້າໝາຍຂັ້ນຕໍ່ໄປຂອງເຈສສີກ້າ ຄືການຂັບເຮືອບິນຮອບໂລກ ເພື່ອສ້າງແຮງບັນດານໃຈໃຫ້ກັບຜູ້ອື່ນ ໂດຍສະເພາະກັບຜູ້ພິການ ເພື່ອໃຫ້ເຫັນວ່າ ພວກເຂົາມີຄວາມສາມາດທີ່ຈະເຮັດຄວາມຝັນໃຫ້ສຳເລັດໄດ້ເຊັ່ນດຽວກັນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...