Homeມຸມຂ່າວ AECສານກໍາປູເຈຍ ຕັດສິນໂທດແມ່ຍິງໄຕ້ຫວັນລັກຄ້າແຮງງານ

ສານກໍາປູເຈຍ ຕັດສິນໂທດແມ່ຍິງໄຕ້ຫວັນລັກຄ້າແຮງງານ

Published on

CAMBODIA-TAIWAN-AFRICA-CRIME-FISH

ແມ່ຍິງຊາວໃຕ້ຫວັນ ຍົກມືປິດໃບໜ້າ ຂະນະທີ່ຕຳຫຼວດຄຸມໂຕມາທີ່ສານກຸງພະນົມເປນ ວັນທີ່ 29 ເມສາ ໂດຍສານຕັດສິນຈຳຄຸກ ແມ່ຍິງຄົນນີ້ ພ້ອມກັບພັກພວກອີກ 5 ຄົນ ເປັນເວລາ 10 ປີ ກໍລະນີລັກລອບສົ່ງຊາວກຳປູເຈຍຫຼາຍຮ້ອຍຄົນ ໄປເຮັດງານໃນ ສະພາບຮ້າຍກວ່າທາດ ເທິງເຮືອປະມົງນອກຝັ່ງອາຟຣິກາ.

AFP – ສານຕັດສິນຈຳຄຸກແມ່ຍິງຊາວໃຕ້ຫວັນເປັນເວລາ 10 ປີ ໃນຄວາມຜິດລັກຂົນຄົນຫຼາຍຮ້ອຍຄົນ ໄປເຮັດງານໃນສະພາບ ຮ້າຍກວ່າທາດ

ຫລິນ ຢູ່ ຊິນ ເຈົ້າຂອງບໍລິສັດ Giant Ocean International Co. Ltd. ເຊິ່ງຢຸດກິດຈະການໄປແລ້ວ ຖືກຈັບໂຕ ເມື່ອປີກ່ອນ.
ຂະນະທີ່ພັກພວກອີກ 5 ຄົນ ເຊິ່ງຍັງຄົງຫຼົບຫຼີ້ຢູ່ ຖືກສານກຸງພະນົມເປນຕັດສິນຈຳຄຸກ 10 ປີ ຄືກັນ.

ບໍລິສັດຂອງຫລິນຢູ່ຊິນຖືກກ່າວຫາວ່າ ຈັດສົ່ງແຮງງານຊາວກຳປູເຈຍ ໄປເຮັດງານເທິງເຮືອລາກອວນນອກຝັ່ງປະເທດ ແອຟຣິກາໃຕ້ ມາວລີຕູແລະເຊເນການ ໃນປີ 2009 ຮວມທັ້ງ ຢີ່ປຸ່ນ ຟິຈິ ຈາກາຕາ ແລະມາເລເຊຍ.

ເຈົ້າໜ້າທີ່ຕຳຫຼວດແຈ້ງວ່າ ຊາວກຳປູເຈຍປະມານ 700 ຄົນ ຖືກສົ່ງໄປເຮັດງານເທິງເຮືອ ຍັງມີການຮຽກຮ້ອງວ່າບໍ່ໃດ້ຮັບຄ່າແຮງ ຫຼາຍກວ່າ 200 ຄົນ ສານມີຄຳສັ່ງໃຫ້ຫລິນຢູ່ຊິນພ້ອມພັກພວກຈ່າຍເງິນຊົດເຊີຍ ແລະຄ່າເສຍຫາຍໃຫ້ແຕ່ລະຄົນ ຈຳນວຫຼາຍກວ່າ 150 ຄົນ ຈຳນວນເງິນປະມານ 1,750-15,900 ໂດລ່າ

“ບໍລິສັດສົ່ງຂ້ອຍ ໄປເຮັດງານເທິງເຮືອຂອງໃຕ້ຫວັນໃນແອຟຣິກາ ບອກວ່າຂ້ອຍຈະໃດ້ຄ່າແຮງ 200 ໂດລ່າຕໍ່ເດືອນ ເຮົາເຮັດງານກັນຕະຫຼອດທັ້ງກາງເວັນທັ້ງກາງຄືນເກືອບ 24 ຊົ່ວໂມ້ງ ແຕ່ບໍ່ໃດ້ເງິ່ນຄ່າແຮງ ” .

ທ້າວຕອນ ເວົ້າກັບອົງການຂ່າວຕ່າງປະເທດວ່າ ລາວຖືກສົ່ງໄປແອຟຣິກາເມື່ອປີ 2011 ແລະໃດ້ຮັບການຊ່ວຍເຫຼືອພ້ອມສົ່ງໂຕກັບ ກຳປູເຈຍເມື່ອປີກ່ອນ.

“ຫາກເຮົາບໍ່ເຮັດງານກໍ່ຈະຖືກທຸບຕີ ເຮົາບໍ່ເຄີຍໃດ້ນອນພັກເຕັມທີ່ເລີຍ ເຮັດງານເທິງເຮືອຄືທາດແທ້ໆ ” .

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...