spot_img
Homeລວມກົດຫມາຍລາວລັດຖະທຳມະນູນລັດຖະທຳມະນູນແຫ່ງ ສປປລາວ, ໝວດທີ X ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພັງຊາດ, ວັນຊາດ, ສະກຸນເງິນ ແລະນະຄອນຫລວງ

ລັດຖະທຳມະນູນແຫ່ງ ສປປລາວ, ໝວດທີ X ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພັງຊາດ, ວັນຊາດ, ສະກຸນເງິນ ແລະນະຄອນຫລວງ

Published on

ໝວດທີ X ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພັງຊາດ, ວັນຊາດ, ສະກຸນເງິນ ແລະນະຄອນຫລວງ

ມາດ​ຕາ 89. ພາ​ສາ ແລະ​ອັກ​ສອນ​ລາວ​ເປັນ​ພາ​ສາ​ ແລະ​ອັກ​ສອນ​ທີ່​ໃຊ້​ເປັນ​ທາງ​ການ​.

ມາດ​ຕາ 90. ເຄື່ອງ​ໝາຍ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ເປັນ​ຮູບ​ວົງ​ມົນ​ ດ້ານ​ລຸ່ມ​ມີ​ຮູບ​ເຄິ່ງ​ກົງ​ຈັກ​ເປັນ​ແຂ້ວ​ ແລະ​ໂບ​ສີ​ແດງ​ຂຽນ​ອັກ​ສອນ​ ” ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ ປະ​ໄຕ ປະ​ຊາ​ຊົນ​ລາວ​ “, ສອງ​ຂ້າງ​ອ້ອມ​ດ້ວຍ​ຮ​ວງ​ເຂົ້າ​ສຸກ​ເປັນ​ຮູບ​ເຟື້ອງ​ພະ​ຈັນ​ ແລະ​ໂບ​ສີ​ແດງ​ຂຽນ​ອັກ​ສອນ​ ” ສັນ​ຕິ​ພາບ​, ເອ​ກະ​ລາດ​, ປະ​ຊາ​ທິ​ປະ​ໄຕ​ເອ​ກະ​ພາບ​, ວັດ​ທະ​ນະ​ຖາວອນ​ “,  ລະ​ຫ​ວ່າງ​ກາງ​ ຂອງ​ສອງ​ປາຍ​ຮ​ວງ​ເຂົ້າ​ມີ​ຮູບ​ທາດ​ຫຼວງ​, ຢູ່​ກາງ​ຮູບ​ວົງ​ມົນ​ມີ​ຫົນ​ທາງ​, ທົ່ງ​ນາ​, ປ່າ​ໄມ້ ແລະ​ເຂື່ອນ​ໄຟ​ຟ້າ​ນໍ້າ​ຕົກ​.

ມາດ​ຕາ 91. ທຸງ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ທຸງ​ພື້ນ​ສີ​ຄາມ​, ແຂບ​ສີ​ແດງ​ ແລະ​ວົງ​ເດືອນ​ສີ​ຂາວ​ຢູ່​ເຄິ່ງ​ກາງ​ຂອງ​ທຸງ​ຊາດ​. ລ​ວງ​ກ​ວ້າງ​ຂອງ​ທຸງ​ເທົ່າ​ກັບ​ສອງ​ສ່ວນ​ ສາມ​ຂອງ​ລ​ວງ​ຍາວ​, ລວງ​ກວ້າງ​ຂອງ​ແຂບ​ສີ​ແດງ​ແຕ່​ລະ​ເບື້ອງ​ເທົ່າ​ກັບ​ເຄິ່ງ​ໜຶ່ງ​ຂອງ​ລວງ​ກວ້າງ​ແຂບ​ສີ​ຄາມ​ ແລະ​ວົງ​ເດືອນ​ສີ​ຂາວ​ ກ​ວ້າງ​ເທົ່າ​ກັບ​ສີ່​ສ່ວນ​ຫ້າ​ຂອງ​ລ​ວງ​ກ​ວ້າງ​ແຂບ​ສີ​ຄາມ​.

ມາດ​ຕາ 92.
ເພງ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ເພງ​ທີ່​ມີ​ຊື່​ວ່າ​  ” ຊາດ​ລາວ​ “.

ມາດ​ຕາ 93(ໃໝ່​). ວັນ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ວັນ​ສະ ຖາ​ປະ​ນາ​ ສ​າ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ຄື​: ວັນ​ທີ 2 ເດືອນ​ ທັນ​ວາ ປີ 1975.

ມາດ​ຕ​າ​ 94(ໃໝ່​). ສະ​ກຸນ​ເງິນ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ເງິນ​ກີບ​.

ມາດ​ຕາ 95. ນະ​ຄອນ​ຫຼວງ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ນະ ຄອນ​ຫຼວງ​ວຽງ​ຈັນ​.

ຂໍ້ມູນຈາກ http://www.na.gov.la/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...