HomeມູມໄອທີລາວZTE ປະກາດເປີດໂຕ Blade V580 ສະມາດໂຟນລາຄາປະຢັດ ທີ່ຍີ່ປຸ່ນ

ZTE ປະກາດເປີດໂຕ Blade V580 ສະມາດໂຟນລາຄາປະຢັດ ທີ່ຍີ່ປຸ່ນ

Published on

ຫຼັງຈາກກ່ອນໜ້ານີ້ທີ່ໄດ້ເປີດໂຕ ZTE Blade T620 (D2) ໄປແລ້ວທີ່ປະເທດຫວຽດນາມແລະໄທ. ມາມື້ນີ້ເອງບໍລິສັດ ZTE ກໍໄດ້ມິການເປີດໂຕສະມາດໂຟນລຸ້ນໃໝ່ ເຊິ່ງມີຊື່ວ່າ: Blade V580 ແລະຖືກເປີດເຜີຍຢ່າງເປັນທາງການຜ່ານເວັບໄຊຂອງບໍລິສັດຍີ່ປຸ່ນ.

ສຳລັບໃນດ້ານຂອງຮາດແວຣ Blade V580 ນັ້ນມາພ້ອມກັບໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD ແລະໃຊ້ງານຊິບປະມວນຜົນ 64 ບິດ MediaTek MT6753 ເຊິ່ງມີທັງໝົດ 8 ຄໍດ້ວຍກັນ (ຄວາມໄວຢູ່ທີ່ 1.3 GHz). ROM 16 GB (ເພີ່ມ MicroSD ສູງສຸດ 32GB), RAM 2 GB.

ສ່ວນດ້ານຄຸນສົມບັດອື່ນໆແມ່ນຮອງຮັບເຄື່ອຂ່າຍ 3G, 4G LTE ແລະຮອງຮັບ 2 ຊິມ. ການເຊື່ອມຕໍ່ Wi-Fi b/g/n, Bluetooth 4.0 ແລະ GPS ພ້ອມກັບ A-GPS. ໃນດ້ານຂອງແບັດເຕີຣີນັ້ນໃຫ້ມາ 3,000 mAh ຖືວ່າໃຊ້ໄດ້ເລີຍ ແຕ່ກໍເປັນຮອງໃຫ້ກັບ Blade D2 ທີ່ໃຫ້ມາ 4,000 mAh.

ສຳລັບດ້ານກ້ອງຂອງສະມາດໂຟນ ZTE Blade V580, ກ້ອງຫຼັງມີຄວາມລະອຽດ 13 ລ້ານພິກເຊວ ແລະກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ. ສຳລັບໂຕເຄື່ອງນັ້ນມີລະບົບສະແກນລາຍນິ້ວມືພ້ອມ ຖືວ່າເໝາະສົມກັບລາຄາກໍເວົ້າໄດ້

image

ZTE Blade V580 ນັ້ນເປີດໃຫ້ສັ່ງຈອງແລ້ວທີ່ຮ້ານຄ້າອອນລາຍຂອງຍີ່ປຸ່ນແລະມີລາຄາຢູ່ທີ່ 27,800 ເຢັນ (2.020.000 ກີບ)

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...