spot_img
Homeຂ່າວຕ່າງປະເທດແບນຊິກກວດພົບ ໂຄເຄນໜັກເກືອບ 3 ໂຕນ ຍັດມາກັບແກັດໝາກກ້ວຍ!

ແບນຊິກກວດພົບ ໂຄເຄນໜັກເກືອບ 3 ໂຕນ ຍັດມາກັບແກັດໝາກກ້ວຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ມີນານີ້ວ່າ ກະຊວງການເງິນແບນຊິກ ໄດ້ອອກມາຖະແຫລງ ກ່ຽວກັບເຈົ້າໜ້າທີ່ພາສີແບນຊິກ ສາມາດກວດພົບໂຄເຄນ ນ້ຳໜັກ 2,958 ກິໂລກຣາມ ຖືກບັນຈຸໃນແກັດໝາກກ້ວຍ ໃນຕູ້ຄອນເທນເນີ້ ທີ່ມາຈາກປະເທດໂກລົມບີ ມູນຄ່າປະມານ 150 ລ້ານເອີໂຣ ໂດຍເຈົ້າໜ້າທີ່ແບນຊິກ ຈະດຳເນີນຄະດີຕໍ່ໄປ ແຕ່ບໍ່ເປີດເຜີຍ ລາຍລະອຽດກ່ຽວ ວ່າມີການຈັບກຸມຜູ້ຖືກຫາ ຫລື ບໍ່.

ທັງນີ້ ການກວດພົບຢາເສບຕິດດັ່ງກ່າວ ແມ່ນເປັນຄັ້ງໃຫຍ່ອີກຄັ້ງໜຶ່ງຂອງປະເທດ ຫລັງຈາກທີ່ເຈົ້າໜ້າທີ່ແບນຊິກ ສາມາດກວດພົບຢາເສບຕິດ ນ້ຳໜັກເຖິງ 8 ໂຕນ ເມື່ອປີ 2012 ຜ່ານມາ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...