Homeຂ່າວຕ່າງປະເທດຄວາມເທົ່າທຽມລະຫວ່າງຊາຍ-​ຍິງ​ຫຼຸດ​ລົງ 0,6%

ຄວາມເທົ່າທຽມລະຫວ່າງຊາຍ-​ຍິງ​ຫຼຸດ​ລົງ 0,6%

Published on

ໄອ​ແອ​ລ​ໂອ ອົງການ​ແຮງງານ​ສາກົນເປີດ​ເຜີຍ​ຂໍ້​ມູນ​ການ​ສຶກສາ​ເນື່ອງ​ໃນ​ວັນ​ແມ່ຍິງ​ສາກົນ​ວັນ​ທີ 8 ມີນາ​ວ່າ ນັບ​ຕັ້ງ​ແຕ່​ປີ 1992 ຈົນ​ເຖິງ​ປະຈຸ​ບັນ ຊ່ອງ​ວ່າງ​ຂອງ​ອັດຕາ​ການ​ຈ້າງ​ງານ​ເຮັດ​ລະຫວ່າງ​ຜູ້​ຊາຍ ​ແລະ ​ແມ່ຍິງ​ຫຼຸດ​ລົງ​ພຽງ 0,6%.

ລາຍ​ງານ​ດັ່ງ​ກ່າວ​ນີ້​ ມາ​ຈາກ​ການ​ເກັບ​ລວບ​ລວມຂໍ້​ມູນ​ໃນ​ປະ​ເທດ​ຕ່າງໆ 178 ປະ​ເທດ​ພົບ​ວ່າ​ໃນ​ປີ 2015 ມີ​ຈຳນວນ​ແມ່ຍິງທີ່​ມີ​ວຽກ​ເຮັດ​ໜ້ອຍ​ກວ່າ​ຜູ້​ຊາຍ​ເຖິງ 25,5% ຂະນະ​ດຽວ​ກັນ​ແມ່ຍິງ​ມີ​ໂອກາດ​ວ່າງ​ວຽກ 6,2% ສູງ​ກວ່າ​ຜູ້​ຊາຍ​ທີ່​ມີ​ອັດຕາ​ການ​ວ່າງ​ງານ 5,5% ນອກຈາກ​ນີ້ ​ແມ່ຍິງ​ມີ​ໂອກາດ​ເລືອກ​ວຽກເຮັດ​ໄດ້​ໜ້ອຍ​ກວ່າ​ຜູ້​ຊາຍ ​ແລະ ມັກ​ມີ​ຊົ່ວ​ໂມງ​ເຮັດ​ວຽກ​ດົນ​ກວ່າ​ຜູ້​ຊາຍ ບໍ່​ວ່າ​ຈະ​ເປັນ​ວຽກ​ມີ​ຄ່າ​ຕອບ​ແທນ ​ແລະ ບໍ່​ມີຄ່າ​ຕອບ​ແທນ ​ບົ່ງ​ບອກ​ວ່າ ​ແມ່ຍິງ​ຍັງ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ໃນ​ການ​ເຮັດ​ວຽກ ​ແລະ ການ​ຮັກສາ​ຕໍາ​ແໜ່​ງ​ງານ​ທີ່​ດີ​ເອົາ​ໄວ້​ໃຫ້​ໄດ້.

ສ່ວນ​ງານ​ວິ​ໄຈ​ຈາກ ​ແກຣນ ຣອນຕັນ  ບໍລິສັດ​ດ້ານ​ການ​ກວດກາ​ບັນຊີ ​​ພົບ​ວ່າ ​ໃນ​ໄລຍະ 5 ປີ​ທີ່​ຜ່ານ​ມາ ອັດຕາ​ສ່ວນ​ຂອງ​​ແມ່ຍິງ​ໃນ​ຕຳ​ແໜ່​ງລະດັບ​ສູງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ 3% ຢູ່​ລະດັບ 24% ​ໂດຍຣັດ​ເຊຍຄອງ​ແຊ໋ມອັນ​ດັບ 1 ຂ​ອງປະ​ເທດ​ທີ່​ມີ​​ແມ່ຍິງ​ຄອງ​ຕຳ​ແໜ່​ງລະດັບ​ສູງ​ຫຼາຍ​ທີ່​ສຸດ 45%, ຮອງ​ລົງ​ມາ​ແມ່ນ​ຟິລິບ​ປິນ ​ແລະ ລິ​ດຕົວນີຢູ່​ລະດັບ 39%, ຂະນະ​​ເຢຍລະ​ມັນ ​ແລະ ອິນ​ເດຍຢູ່​ອັນ​ດັບ 2 ​ແລະ 3 ​ໃນ​ລະດັບ 15% ​ແລະ 16% ຕາມ​ລຳດັບ, ສ່ວນ​ກຸ່ມ​ປະ​ເທດ​ອາ​ຊຽນມີ​​ແມ່ຍິງ​ຄອງ​ຕຳ​ແໜ່​ງສູງ​ຫຼາຍ​ທີ່​ສຸດ​ຢູ່​ລະດັບ 34%, ກຸ່ມ​ປະ​ເທດ​ອາຊີ-​ປາຊິ​ຟິກ​ເກີດ​ໃໝ່​ຢູ່​ທີ່ 26%, ຂະນະ​ທີ່​ຍີ່ປຸ່ນ​ເປັນ​ປະ​ເທດ​ທີ່​ມີ​ຜູ້ຍິງ​ຄອງ​ຕຳ​ແໜ່​ງລະດັບ​ສູງ​ໜ້ອຍ​ທີ່​ສຸດ 7%.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...