Homeຊີວິດແລະຄວາມຮັກຮັກແບບໃດ...ຈິ່ງເຮັດໃຫ້ທ່ານບໍ່ເປັນຂອງຕາຍ.

ຮັກແບບໃດ…ຈິ່ງເຮັດໃຫ້ທ່ານບໍ່ເປັນຂອງຕາຍ.

Published on

ເຮົາຕ່າງກໍ່ຮູ້ວ່າ ຮັກ ກັບຄວາມຊື່ສັດຕ້ອງມາເປັນອັນດັບ 1 ສະເໝີ ແຕ່ຖ້າ ຮັກກັນມາດົນແລ້ວຊີວິດລຽບງ່າຍຈົນເກີນໄປມັນກໍ່ບໍ່ໝາຍຄວາມວ່າຈະດີ ເມື່ອໄລຍະເວລາຂອງຄວາມຮັກຍັງຄົງຄຽງຄູ່ກັບຄວາມເບື່ອໜ່າຍຢ່າງຫຼີກລ່ຽງບໍ່ໄດ້ ຖ້າເຮົາບໍ່ຢາກຖືກເອີ້ນວ່າເປັນ ຂອງຕາຍ ຂອງໃຜແລ້ວ ເຮົາກໍ່ຕ້ອງລອງເຮັດວິທີດັ່ງຕໍ່ໄປນີ້:
ອອກໄປທ່ຽວກັບໝູ່ບາງຄັ້ງຄາວ
ຫຼາຍຄົນພໍມີຄົນຮັກແລ້ວມັກຈະຕັດຂາດກັບໝູ່ຄືກັບຊີວິດບໍ່ຕ້ອງມີໃຜກໍ່ໄດ້ ໝູ່ຊວນໄປຊັອບປິ້ງ, ກິນເຂົ້າ, ເບິ່ງໜັງ… ກໍ່ບໍ່ໄປ ລະວັງເດີ້ ສຸດທ້າຍທ່ານຈະບໍ່ເຫຼືອໃຜ ເພາະການໄປທ່ຽວກັບໝູ່ເພື່ອນຈະເຮັດໃຫ້ຊີວິດທ່ານສົດໃສ ໂດຍສະເພາະການບໍ່ໄດ້ໄປກັບແຟນມັນຍິ່ງເປັນການບໍລິຫານສະເໜ່ຂອງທ່ານ ແລະ ຈະເຮັດໃຫ້ເຂົາກັງວົນ ພ້ອມຄິດຮອດທ່ານຫຼາຍຂຶ້ນອີກດ້ວຍ.
ລົມກັບໝູ່ຜູ້ຊາຍຄົນອື່ນແນ່
ທີເຂົາຍັງມີໝູ່ເພື່ອນເປັນຜູ້ຍິງໄດ້ ຈະມົວໄປຄອຍຕາມຫຶງຫວງເຂົາເຮັດຫຍັງ ທ່ານເອງກໍ່ມີເພື່ອນຕ່າງເພດໄດ້ເຊັ່ນກັນ ລອງເປີດໃຈມີເພື່ອນຜູ້ຊາຍໄວ້ແນ່ກໍ່ດີ ໂດຍສະເພາະການໄປຫຼິ້ນກັບເພື່ອນຜູ້ຊາຍໃນກຸ່ມ ເພາະຈະເຮັດໃຫ້ເຂົາຮ້ອນຮົນໄດ້ຕະຫຼອດເວລາຈົນຕ້ອງໂທຫາທ່ານຕະຫຼອດ.
ຍ້ອງຜູ້ຊາຍຄົນອື່ນຢ່າງອອກໜ້າ
ບໍ່ວ່າເຂົາຄົນນັນຈະເປັນດາລາ ຫຼື ຄົນທຳມະດາ ຫຼື ເພື່ອນຂອງທ່ານເອງກໍ່ຕາມ ທ່ານກໍ່ສາມາດເອີ່ຍຄຳຊື່ນຊົມເຖິງຄົນເຫລົ່ານັ້ນໃຫ້ຄູ່ຮັກຂອງທ່ານຟັງໄດ້ ເຊິ່ງມັນເປັນເຄັດລັບທາງອ້ອມທີ່ເຮັດໃຫ້ເຂົາລຸກຂຶ້ນມາປັບປຸງຕົວເຂົາເອງໃຫ້ດີຂຶ້ນ ແຕ່ຂໍ້ຫ້າມຄືທ່ານສາມາດຍ້ອງຄົນອື່ນໄດ້ແຕ່ຢ່າເອົາມາປຽບທຽບກັນແຟນຂອງທ່ານເດັດຂາດ ດຽວຈະເກີດເລື່ອງຜິດຖຽງກັນ.
ເປັນສາວ Shopaholic 
ແມ່ຍິງບາງຄົນບໍ່ມັກແຕ່ງຕົວເພາະຄິດວ່າບໍ່ຕ້ອງການໃຜອີກແລ້ວ ບໍ່ດັ່ງນັ້ນກໍ່ຖືກແຟນຫ້າມໃຫ້ແຕ່ງຕົວງາມໆ ເວລາໄປທ່ຽວກັບເຂົາກໍ່ໃຫ້ແຕ່ງຕົວຮຽບຮ້ອຍ ຢ່າຍອມເດັດຂາດ ບໍ່ມີເຫດຜົນຫຍັງເລີຍທີ່ຈະຕ້ອງຫ້າມໃຫ້ແມ່ຍິງເລີກແຕ່ງຕົວງາມ ເພາະທ່ານງາມແລ້ວ ເມື່ອເວລາອອກໄປທາງນອກກໍ່ຈະມີຜູ້ຊາຍໃຫ້ຄວາມສົນໃຈທ່ານຢ່າງຫຼວງຫຼາຍ ແລ້ວເຂົາຈະຍິ່ງຫວງທ່ານຫຼາຍຂຶ້ນ ຮັບຮອງວ່າເຂົາຈະບໍ່ມີຈິດໃຈເບິ່ງສາວຄົນໃດເລີຍນອກຈາກທ່ານ.
ຮັກສາຫຸ່ນໃຫ້ດີຢູ່ຕະຫຼອດເວລາ
ຫັນມາດູແລສຸຂະພາບກັນດີກ່ວາ ອອກກຳລັງກາຍ, ຄວບຄຸມອາຫານ ເພື່ອຮັກສາຮູບຮ່າງຂອງທ່າຍໃຫ້ເປ໊ະ! ຢູ່ຕະຫຼອດເວລາ ຮັບຮອງເລີຍວ່າຜູ້ຊາຍຈະຫຼົງຮັກທ່ານຈົນໂງຫົວບໍ່ຂຶ້ນແນ່ນອນ.
ແກ້ງເຮັດຕົວຫ່າງເຫີນ
ປ່ອຍໃຫ້ເຂົາຄິດຮອດທ່ານຈົນກະວົນກະວາຍ ປະຕິເສດການອອກໄປພົບເຂົາຕະຫຼອດຄືເມື່ອກ່ອນ ຈາກນັ້ນທ່ານກໍ່ທ່ຽວກັບເພື່ອນໆ ນີ້ກໍ່ເປັນອີກວິທີທີ່ຈະເຮັດໃຫ້ເຂົາໂຫຍຫາທ່ານຈົນແທບຈະບ້າຕາຍ.
ໃຊ້ Internet ໃຫ້ເປັນປະໂຫຍດ
ເຮົາສາມາດໃຊ້ອິນເຕີເນັດບໍລິຫານສະເໜ່ໄດ້ເຊັ່ນການໂພສຮູບງາມໆລົງ ແບບບໍ່ຕ້ອງມີແຟນຖ່າຍຂ້າງໆ ເວລາມີໜຸ່ມໆມາຄອມເມັ້ນ ທ່ານກໍ່ຕອບເຂົາໄປພໍຫອມປາກຫອມຄໍ ຖ້າແຟນເຮົາຈະເຮັດແນ່ກໍ່ປ່ອຍເຂົາໄປຖືວ່າແຟຣ໌ໆກັນທັງສອງຝ່າຍ ຜູ້ຊາຍຖ້າເຮົາແຮງບໍ່ຫວງເຂົາ ເຂົາກໍ່ແຮງຕ້ອງການເອົາຊະນະເຮົາ ທ່ານຢ່າໄປຍອມຄິດວ່າທ່ານເປັນສາວຮັອດສຸດໆຢູ່ແລ້ວ.
 
ໂທຫາເຂົາໜ້ອຍໆ 
ເລີກໂທລະສັບຫາເຂົາທຸກຊົ່ວໂມງໄດ້ແລ້ວ ມັນໜ້າເບື່ອທີ່ຕ້ອງຟັງສຽງທ່ານໝົດມື້ ໂທໄປພຽງຕອນບ່າຍເລີກວຽກກິນເຂົ້າ ຫຼື ກ່ອນເຂົ້ານອນກໍ່ພໍແລ້ວ ແຕ່ຖ້າຈະໃຫ້ດີທ່ານລອງບໍ່ໂທໄປເລີຍ ປ່ອຍໃຫ້ເຂົາໂທມາຫາທ່ານເອງຈະດີກ່ວາ ແລ້ວຖ້າເຂົາໂທມາກໍ່ຢ່າຟ້າວຮັບ ປ່ອຍໃຫ້ດັງດົນໆ ຫຼິ້ນຕົວໄວ້ແນ່ກໍ່ດີ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...