spot_img
Homeຂ່າວການພັດທະນາມອບ-ຮັບ ​ໂຄງ­ການ​ພັດ­ທະ­ນາ​ລະ­ບົບ​ນໍ້າປະ­ປາ​ເມືອງ​ທ່າ​ແຂກ

ມອບ-ຮັບ ​ໂຄງ­ການ​ພັດ­ທະ­ນາ​ລະ­ບົບ​ນໍ້າປະ­ປາ​ເມືອງ​ທ່າ​ແຂກ

Published on

    ໃນ​ວັນ​ທີ 2 ມີ­ນາ 2016 ໄດ້​ມີພິ­ທີ​ມອບ-ຮັບ​ໂຄງ­ການ​ກໍ່­ສ້າງ​ພັດ­ທະ­ນາລະ­ບົບ​ນ້ຳ​ປະ­ປາ​ເມືອງ​ທ່າ​ແຂກໂດຍ​ໃຫ້ ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ໂອ​ໄດ ສຸ­ດາພອນ ເຈົ້າ­ແຂວງໆ​ຄຳ​ມ່ວນ, ທ່ານ ລັດຕະ​ນະ​ມະ­ນີ ຄູນ​ນິ​ວົງ ລັດ­ຖະ­ມົນ­ຕີ​ຊ່ວຍ ວ່າ­ການ​ການ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ, ທ່ານ ທະ​ເຄ​ຊິ ຮິ​ກິ​ຮະ​ລະ ເອກອັກ­ຄະ­ລາ­ຊະ­ທູດ​ແຫ່ງ​ປະ­ເທດ​ຍີ່­ປຸ່ນ​ປະ ຈຳ ສປປ ລາວ, ທ່ານ ນາງ ຊະ​ເອະ​ດະມະ​ກິ​ໂມະ​ໂຕະຮອງ​ຜູ້­ຕາງ­ໜ້າ​ອົງ­ການໄຈ​ກ້າ​ປະ­ຈຳ​ລາວ ແລະ​ພາກ­ສ່ວນ​ກ່ຽວຂ້ອງ​ອື່ນໆ​ກໍ​ເຂົ້າ​ຮ່ວມ​ເຊັ່ນ​ດຽວ​ກັນ.

    ໂດຍ​ພິ­ທີ​ລົງ​ນາມ​ເອ­ກະ­ສານ​ແລກປ່ຽນ​ຂອງ​ໂຄງ­ການ​ດັ່ງ­ກ່າວ​ໄດ້​ຈັດ​ຂຶ້ນໃນ​ເດືອນ​ພຶດ­ສະ­ພາປີ 2013, ລວມ ມູນ​ຄ່າ​ການ​ຊ່ວຍ­ເຫຼືອ​ລ້າ​ທັງ​ໝົດ​ແມ່ນ 1,64 ຕື້​ເຢນ ຫຼື ປະ­ມານ 17,3 ລ້ານ​ໂດລາ​ສະ­ຫະ­ລັດຊຶ່ງ​ກ່ອນ​ໜ້າ­ທີ່​ໂຄງ­ການ​ດັ່ງ­ກ່າວ​ຈະ​ຖືກຈັດ​ຕັ້ງ​ປະ­ຕິ­ບັດ​ນັ້ນ, ໃນ​ປີ 2010 ອັດຕາ​ສ່ວນ​ໃນ​ການ​ຈ່າຍ​ນ້ຳ​ປະ­ປາ​ໃນເມືອງ​ທ່າ​ແຂກ​ແມ່ນ​ມີ​ພຽງ​ແຕ່ 50% ເທົ່າ​ນັ້ນ, ນອກ­ຈາກ​ນີ້​ຍັງ​ມີ​ບັນ­ຫາ​ເລື່ອງຄຸນ​ນະ​ພາບ​ນ້ຳ­ຂອງ​ນ້ຳ​ບາ​ດານ, ນ້ຳ​ໃຊ້ ບໍ່​ພຽງ­ພໍ​ໃນ​ລະ­ດູ­ແລ້ງ ແລະ​ອື່ນໆ ສະ­ນັ້ນການ​ສະ­ໜອງ​ນ້ຳ​ທີ່​ສະ­ອາດ ແລະ​ປອດໄພ​ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ ແລະ​ສະ​ໝ່ຳ​ສະເໝີ​ເປັນ​ຂະ­ແໜງ­ການ​ບຸ­ລິ­ມະ­ສິດ​ໃນ​ຕົວເມືອງ​ທີ່​ກຳ­ລັງ​ພັດ­ທະ­ນາ​ດັ່ງ​ເຊັ່ນ​ນີ້.

ໂດຍ​ຜ່ານ​ໂຄງ­ການ​ນີ້, ສະ­ຖາ­ນີ​ນ້ຳປະ­ປາ​ແຫ່ງ​ໃໝ່​ທີ່​ສາ­ມາດ​ຜະ­ລິດ​ນ້ຳ​ໄດ້ ເຖິງ 15.000 ແມັດ​ກ້ອນ​ຕໍ່​ມື້ໄດ້​ຖືກ​ສ້າງ ຂຶ້ນ, ອ່າງ­ເກັບ­ນ້ຳ​ສູງ 2 ແຫ່ງ ແລະ​ທໍ່​ນ້ຳປະ­ປາ​ທີ່​ມີ​ຄວາມ​ຍາວ​ປະ­ມານ 14,8 ກິ­ໂລ­ແມັດ​ໄດ້​ຖືກ​ຕິດ​ຕັ້ງ ນອກ­ຈາກ​ນີ້ ພະນັກ​ງານ​ຜູ້​ປະ­ຕິ­ບັດ​ວຽກ​ງານ​ໃນ​ສະ​ຖານີ​ດັ່ງ­ກ່າວ​ແມ່ນ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃນ​ການ​ປະ­ຕິ­ບັດ​ວຽກ​ງານ ແລະ ການ​ບຳ­ລຸງ​ຮັກ­ສາ​ສະ­ຖາ­ນີ​ນ້ຳ​ປະ­ປາພ້ອມ​ດຽວ​ກັນ​ນັ້ນຍັງ​ໄດ້​ຮັບ​ຄຳ​ແນະ­ນຳກ່ຽວ​ກັບ​ມາດ​ຕະ­ການ​ຕ່າງໆ​ໃນ​ການ ຄວບ​ຄຸມ ແລະ​ຈັດ­ການ​ກັບ​ລະ­ບົບ​ແຈກຈ່າຍ​ນ້ຳ​ປະ­ປາຊຶ່ງ​ວຽກ​ງານ​ດັ່ງ­ກ່າວແມ່ນ​ມີ​ແຜນ​ຈະ​ສຳ­ເລັດ​ໃນ​ເດືອນ​ມີ­ນາຂອງ​ປີ​ນີ້.

ທ່ານ ທູດ ຮິ​ກິ​ຮະ​ລະໄດ້​ກ່າວ​ວ່າ: ປະຊາ​ກອນ​ທີ່​ສາ­ມາດ​ເຂົ້າ​ເຖິງ​ນ້ຳ​ສະ­ອາດໃນ​ເມືອງ​ທ່າ​ແຂກ​ຮອດ​ປີ 2020 ຈະ ຫຼາຍ​ກວ່າ​ໃນປີ 2010 ເຖິງ 2 ເທົ່າ​ກໍ​ຄືປະ­ມານ 50.000 ຄົນຊຶ່ງ​ແມ່ນ​ການ​ບັນລຸ​ເປົ້າ​ໝາຍ​ທີ່​ລັດ­ຖະ­ບານ​ລາວ​ໄດ້​ວາງໄວ້​ກໍ​ຄື​ການ​ເຂົ້າ​ເຖິງ​ນ້ຳ​ປະ­ປາ​ຂອງ​ປະ­ຊາ­ກອນ​ໃນ​ຕົວ​ເມືອງ​ທົ່ວ​ປະ­ເທດ​ໃຫ້​ໄດ້ 80%, ຂ້າ­ພະ­ເຈົ້າ​ຮູ້­ສຶກ​ດີ­ໃຈ​ເປັນ​ຢ່າງຍິ່ງ​ທີ່​ການ​ຮ່ວມ​ມື​ໃນ​ການ​ພັດ­ທະ­ນາຂອງ​ປະ­ເທດ​ຍີ່­ປຸ່ນ​ມີ​ບົດ­ບາດ​ສຳ­ຄັນ​ໃນການ​ສະ­ໜັບ­ສະ­ໜູນ​ການ​ພັດ­ທະ­ນາ​ເສດຖະ​ກິດ-ສັງ­ຄົມ​ຂອງ​ປະ­ເທດ​ລາວ”.

ປະ­ເທດ​ຍີ່​ປູ່ນ​ແມ່ນ​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະ­ເທດ​ລາວ​ເປັນ​ເວ­ລາ​ຍາວ​ນານ​ໃນ​ເດືອນ​ພະ­ຈິກ​ປີ​ທີ​ຜ່ານ​ມາ​ທ່ານ​ຊິນ​ໂສ​ອາ​ເບະ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ​ຍີ່­ປຸ່ນ​ໄດ້​ປະ­ກາດ​ໃນ​ກອງ​ປະ­ຊຸມ 2 ຝ່າຍ​ກັບ​ ທ່ານ​ທອງ​ສິງ​ ທຳ​ມະ​ວົງ ນາ­ຍົກລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ທີ່​ນະ­ຄອນຫຼວງ​ກົວ​ລາ​ລຳ​ເປີ ປະ­ເທດ​ມາ​ເລ​ເຊຍ ເນື່ອງ​ໃນ​ໂອ­ກາດ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ອາ​ຊຽນ​ວ່າ​ລັດ­ຖະ­ບານ​ຍີ່­ປຸ່ນ​ຈະ​ໃຫ້ເງິນ​ກູ້​ຢືມ​ມູນ​ຄ່າ 10,3 ຕື້​ເຢນ ຫຼື ປະ ມານ 90 ລ້ານ​ໂດ​ລາ​ສະ­ຫະ­ລັດແກ່​ໂຄງການ​ຂະ­ຫຍາຍ​ລະ­ບົບ​ນ້ຳ​ປະ­ປາ​ນະ­ຄອນຫຼວງ​ວຽງ​ຈັນ ຕັ້ງ­ແຕ່​ປີ 1994 ຈົນ​ເຖິງ ປີ 2000 ລັດ­ຖະ­ບານ​ຍີ່­ປຸ່ນ​ໄດ້​ໃຫ້­ການຊ່ວຍ­ເຫຼືອ​ແຂວງ​ຄຳ​ມ່ວນ​ໃນ​ໂຄງ­ການ​ກໍ່ສ້າງ​ຂົວ​ແຫ່ງ​ໃໝ່​ຢູ່​ເສັ້ນ­ທາງ​ຫຼວງ​ແຫ່ງຊາດ​ເລກ 13 ເປັນ​ຈຳ­ນວນ​ເງິນ​ທັງ​ໝົດປະ­ມານ 10,1 ຕື້​ເຢນ. ນອກ­ຈາກ​ນີ້ໃນ ເດືອນ​ມີ­ນາປີ 2005 ໄດ້​ມີ​ການ​ແລກປ່ຽນ​ເອ­ກະ­ສານ​ໃນ​ໂຄງ­ການ​ກູ້​ຢືມ​ເງິນເຢນ ມູນ​ຄ່າ 3,3 ຕື້​ເຢນ ຫຼື ປະ­ມານ 32 ລ້ານ​ໂດ​ລາ​ສະ­ຫະ­ລັດໃນ “ໂຄງ­ການ ພັດ­ທະ­ນາ​ຕາ​ຂ່າຍ​ໄຟ­ຟ້າ​ໃນ​ຂອບ​ເຂດລຸ່ມ​ແມ່­ນ້ຳ​ຂອງ” ນຳ​ອີກ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...