spot_img
Homeຂ່າວຕ່າງປະເທດທະນາຄານ​ຕ່າງປະເທດເຂົ້າ​ລົງທຶນໃນມຽນມາ​

ທະນາຄານ​ຕ່າງປະເທດເຂົ້າ​ລົງທຶນໃນມຽນມາ​

Published on

ລັດຖະບານ​ມຽນມາ​ອອກ​ໃບ​ອະນຸຍາດ​ດຳ​ເນີນ​ກິດຈະການ​ໃນ​ຮູບ​ແບບ​ສາຂາ​ໃຫ້​ແກ່​ສະ​ຖາ​ບັນ​ການ​​ເງິນ​ຂອງ​ຕ່າງປະ​ເທດ​ເພີ່ມ​ອີກ 4 ​ແຫ່ງ ​ເພື່ອ​ສົ່ງ​ເສີມ​ການ​ລົງທຶນ​ພາຍ​ໃນ​ປະ​ເທດ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ທະນາຄານ​ກາງ​ມຽນມາ​ອອກ​ຖະ​ແຫຼ​ງການ​ເລື່ອງ​ການ​ອະນຸມັດ​ໃບ​ອະນຸຍາດ​ດຳ​ເນີນ​ກິດຈະການ​ໃນ​ຮູບ​ແບບ​ສາຂາ​ໃຫ້​ແກ່​ສະ​ຖາ​ບັນ​ການ​ເງິນ​ຕ່າງປະ​ເທດ​ອີກ 4 ​ແຫ່ງ​ເຊັ່ນ: ທະນາ ຄານ​ເພື່ອ​ການ​ພັດທະນາ ​ແລະ ການ​ລົງທຶນ​ຫວຽດນາມ, ທະນາຄານ​ອີ​ຊັນ ຄອມ​ເມີ​ເຊ​ລຈາກ​ໄຕ້​ຫວັນ, ທະນາຄານ​ຊິນ​ຮັນ​ຂອງ​ສ ​ເກົາຫຼີ ​ແລະ ທະນາຄານ​​ແຫ່ງ​ລັດ​ຂອງ​ອິນ​ເດຍ(​ເອສບີ​ໄອ) ​ເພີ່ມ​ຈຳນວນ​ສະ​ຖາ​ບັນ​ການ​ເງິນ​ຕ່າງປະ​ເທດ​ທີ່​ໄດ້​ຮັບ​ໃບ​ອະນຸຍາດ​ໃຫ້​ເຂົ້າ​ມາ​ລົງທຶນ​ໃນ​ມຽນມາ​ເປັນ​ຢ່າງ​ໜ້ອຍ 13 ​ແຫ່ງ​ແລ້ວ ​ໂດຍ​ທະນາຄານ​ໂຕ​ກຽວ-​ມິ​ຕະບິ​ຊິ(ບີ​ທີ​ເອັມ)ຂອງ​ຍີ່ປຸ່ນ ​ເປັນ​ສະ​ຖາ​ບັນ​ການ​ເງິນ​ລາຍ​ທຳ​ອິດ​ທີ່​ໄດ້​ຮັບ​ໃບ​ອະນຸຍາດ​ໃນ​ເດືອນ​ເມສາ​ປີ​ທີ່​ຜ່ານ​ມາ.

ທັງ​ນີ້​ມຽນມາ​ເລີ່​ມນະ​ໂຍບາຍ​ປະຕິ​ຮູບ​ທຸກ​ດ້ານ​ຢ່າງ​ເປັນ​ທາງ​ການ ​ໂດຍ​ສະ​ເພາະ​ໃນ​ດ້ານ​ເສດຖະກິດ ​ແລະ ສັງຄົມ ນັບ​ຕັ້ງ​ແຕ່​ລັດຖະບານ​ທ່ານ​ເຕັງ​ເສັງ ປະທານາທິບໍດີ​ມຽນມາ​ເຂົ້າ​ມາ​ບໍລິຫານ​ປະ​ເທດ​ໃນ​ປີ 2011 ​ໂດຍ​ກ່ອນ​ໜ້າ​ນີ້ມຽນມາ​ຕົກ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ອັນ​​ເຂັ້ມ​ງວດ​ຂອງ​ກອງທັບ​ມາ​ດົນ 49 ປີ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...