Homeຂ່າວການພັດທະນາ106 ປີ ວັນ​ແມ່­ຍິງ​ສາ­ກົນ

106 ປີ ວັນ​ແມ່­ຍິງ​ສາ­ກົນ

Published on

 

ວັນ​ທີ 7 ມີ­ນາ 2016 ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຮ່ວມ​ກັບ​ຄະ­ນະ​ແມ່­ເຮືອນ​ລາວ ໄດ້​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວັນ​ແມ່ຍິງ​ສາ­ກົນຄົບ­ຮອບ 106 ປີ ຂຶ້ນ​ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ໂດຍເປັນ​ກຽດ​ເຂົ້າ​ຮ່ວມ​ງານ​ຂອງທ່ານ ດຣ.ນາງ ແກ້ວ​ສາຍ­ໃຈ
ໄຊ​ຍະ​ສອນ ພັນ​ລະ​ຍາ ທ່ານ​ປະ­ທານ​ປະ­ເທດ, ປະ­ທານ​ແມ່ເຮືອນ​ລາວ, ພ້ອມ​ດ້ວຍ ບັນ­ດາ​ທ່ານ​ຜູ້­ນຳ​ພັກ-ລັດ, ສະ­ພາ​ແຫ່ງ​ຊາດ, ອົງ­ການ​ແນວ​ລາວ​ສ້າງຊາດ, ອົງ​ການ­ຈັດ­ຕັ້ງ ມະ­ຫາ­ຊົນ, ບັນ­ດາ​ທ່ານພະ­ນັກ­ງານ​ປະ­ຕິ­ວັດ​ອາວຸ​ໂສ ແລະ​ພາກ­ສ່ວນ​ທີ່ກ່ຽວ­ຂ້ອງ​ອື່ນໆ​ເຂົ້າ​ຮ່ວມ.

ທ່ານ ດຣ. ນາງ ອິນລາ​ວັນ ແກ້ວ​ບຸນ​ພັນ ກຳ­ມະ­ການ​ສູນ​ກາງ​ພັກ, ປະ­ທານ​ຄະ­ນະ​ບໍ​ລິຫານ​ງານ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ໄດ້​ກ່າວ​ຕໍ່​ງານ​ວ່າ: ວັນແມ່ຍິງ​ສາ­ກົນ ແມ່​ເຫດ­ການ​ໜຶ່ງ​ທີ່​ເກີດ​ຂຶ້ນ​ໃນ​ທ່າມ­ກາງ​ສະ­ພາບ​ເສດຖະ​ກິດ​ຂອງ​ພວກ​ສັກ​ດີ​ນາ ແລະ​ນາຍ­ທຶນ​ຂະ­ຫຍາຍ­ຕົວ, ເມື່ອ​ໂຮງງານ​ອຸດ­ສາ­ຫະ­ກຳ​ຂອງ​ນາຍ­ທຶນ​ຂະ­ຫຍາຍ­ຕົວ​ມັນ​ໄດ້​ສ້າງ​ຄວາມຮັ່ງ­ມີ​ໃຫ້​ແກ່​ພວກ​ນາຍ­ທຶນ, ແຕ່​ຊ້ຳ­ພັດ​ຍິ່ງ​ເພີ່ມ​ຄວາມ­ທຸກ​ຍາກ​ລຳບາກ​ໃຫ້​ແກ່​ຊາວ​ຜູ້​ອອກ­ແຮງ​ງານ ໂດຍ​ສະ­ເພາະກຳ­ມະ­ກອນ​ແມ່­ຍິງ​ຢູ່​ພາຍ​ໃຕ້​ລະ­ບອບສັກ​ດີ​ນາ ແລະ​ນາຍ­ທຶນ, ແມ່­ຍິງ​ຖືກ​ກົດຂີ່​ຂູດ​ຮີດ​ຢ່າງ​ໜັກ­ໜ່ວງ, ເຮັດ​ວຽກ​ຫຼາຍຊົ່ວ­ໂມງ ແຕ່​ໄດ້​ຮັບ​ຄ່າ​ຈ້າງ​ແຮງ​ງານດ້ວຍ​ລາ­ຄາ​ຖືກ, ເຮັດ​ວຽກ​ບໍ່​ມີ​ການ​ຮັບປະ­ກັນ, ບໍ່​ມີ​ລະ­ບອບ​ປົກ​ປັກ​ຮັກ­ສາ​ສຸ​ຂະພາບ​ຂອງ​ແມ່­ຍິງ ແລະ​ເດັກ­ນ້ອຍ, ພ້ອມນັ້ນ ແມ່­ຍິງ​ຍັງ​ຖືກ​ດູ​ຖູກ​ໝິ່ນ­ປະ­ໝາດ, ຖືເປັນ​ຄື​ສິນ­ຄ້າ, ເປັນ​ເຄື່ອງ​ຫຼິ້ນ, ຖືກ​ເຕະ​ຕີ, ຖືກ​ຂົ່ມ­ຂືນ​ທຳ​ສຳ​ເລົາ ແລະ​ຖືກ​ໄລ່​ອອກ ຈາກ​ວຽກ, ນອກ​ນັ້ນ ໃນ​ເວ­ລາ​ຖື­ພາ, ເວ­ລາ​ເກີດ​ລູກ ຫຼື ເວ­ລາ​ເຈັບ­ເປັນ​ກໍ​ບໍ່​ໄດ້​ຮັບການ​ປິ່ນ­ປົວ.

ເມື່ອ​ເປັນ​ແນວ​ນັ້ນ ຕໍ່​ມາ​ບັນ­ດາ​ແມ່­ຍິງຢູ່​ໃນ​ໂຮງ­ງານ​ຕ່ຳ­ແຜ່ນ ແລະ​ຕັດ­ຫຍິບທີ່​ເມືອງ​ນິວ​ຢອກ ສະ­ຫະ­ລັດ​ອາ­ເມ­ລິ­ກາ ຈຶ່ງ​ໄດ້​ຈັດ​ຕັ້ງ​ໂຮມ​ຊຸມ­ນຸມ​ປະ​ທ້ວງ ເພື່ອທວງ​ເອົາ​ສິດ​ຂອງ​ຕົນ, ຈົນ​ມາ​ເຖິງ​ເດືອນກຸມ­ພາ 1909 ແມ່­ຍິງ​ອາ­ເມ­ລິ­ກາ ໄດ້ຈັດ​ພິ­ທີ​ສະ­ຫຼອງ​ວັນ​ແມ່­ຍິງ​ສາ­ກົນເປັນເທື່ອ​ທຳ​ອິດ, ຕົກ​ມາ​ໃນ​ປີ 1910 ຂະບວນ​ການ​ຕໍ່­ສູ້​ຂອງ​ແມ່­ຍິງ ໄດ້​ແຜ່​ຂະຫຍາຍ​ກວ້າງ​ອອກ​ໄປ​ສູ່​ປະ­ເທດ​ນາຍ­ທຶນ ແລະ​ໃນ​ປີ​ດຽວ​ກັນ​ນີ້​ເອງ​ກອງ​ປະ­ຊຸມ​ສາກົນ​ກ່ຽວ​ກັບ​ບັນ­ຫາ​ແມ່­ຍິງ​ຄັ້ງ​ທຳ​ອິດໄດ້​ຈັດ​ຂຶ້ນ​ຢູ່​ໂກ​ເປນ​ຮາກ ນະ­ຄອນ­ຫຼວງ
ຂອງ​ປະ­ເທດ​ເດນ​ມາກ, ຊຶ່ງ​ກອງ​ປະ­ຊຸມດັ່ງ­ກ່າວ​ໄດ້​ຮັບ­ຮອງ ແລະ​ຕົກ­ລົງ​ເອົາວັນ​ທີ 8 ມີ­ນາ​ຂອງ​ທຸກ​ປີ ເປັນ​ວັນ​ແມ່­ຍິງສາ­ກົນ, ທີ່​ເປັນ​ເຫດ­ການ-ການ­ເມືອງ​ສຳຄັນ, ເປັນ​ຂີດ​ໝາຍ​ແຫ່ງ​ໄຊ​ນະ​ນະ​ອັນ​ພື້ນຖານ​ຂອງ​ຂະ​ບວນ​ການ​ແມ່­ຍິງ​ສາ­ກົນ ໃນການ​ຕໍ່­ສູ້​ທວງ​ເອົາ​ສິດ­ຜົນ­ປະ­ໂຫຍດ​ອັນເປັນ​ທຳ​ໃຫ້​ແກ່​ແມ່­ຍິງ​ຊາວ​ຜູ້​ອອກ­ແຮງງານ​ໃນ​ທົ່ວ​ໂລກ ແລະ​ເປັນ​ວັນ​ລະ­ນຶກເຖິງ​ການ​ຕໍ່­ສູ້​ຂອງ​ແມ່­ຍິງ ເພື່ອ​ປົດ​ປ່ອຍຕົນ​ເອງ ແລະ​ທວງ​ໃຫ້​ມີ​ສິດ​ສະ­ເໝີ­ພາບປະ­ຊາ­ທິ­ປະ­ໄຕຄື​ກັບ​ຜູ້​ຊາຍ ແລະ​ການເຮັດ​ວຽກ​ມື້​ລະ 8 ຊົ່ວ­ໂມງ, ພ້ອມ​ທັງ​ໄດ້ ຮັບ​ການ​ປົກ​ປ້ອງ​ທຸກ​ຮູບ​ການ, ນັບ​ແຕ່ນັ້ນ​ມາວັນ​ທີ 8 ມີ­ນາ​ຈິ່ງ​ເປັນ “ວັນ​ແມ່ຍິງ​ສາ­ກົນ”.

ຢ່າງ­ໃດ​ກໍ​ຕາມ ​ເພື່ອ​ເຮັດ​ໃຫ້​ງານສະ­ເຫຼີມ­ສະ­ຫຼອງ​ວັນ​ແມ່­ຍິງ​ສາ­ກົນ​ຄົບຮອບ 106 ປີ ຢູ່​ລາວ​ໃນ​ປີ​ນີ້ ມີ​ຄວາມໝາຍ​ຄວາມ​ສຳ­ຄັນ​ຍິ່ງ​ຂຶ້ນ ແລະ​ເພື່ອ​ໃຫ້ ເຂົ້າ​ກັບ​ງານ​ສະ­ເພາະ​ປີ 2016, ທາງຄະ­ນະ​ຮັບ­ຜິດ­ຊອບ​ຈັດ​ງານ​ຍັງ​ໄດ້​ເລືອກເອົາ​ຄຳ​ຂວັນ​ທີ່​ວ່າ “ກ້າວ​ສູ່​ຄວາມ​ສະເໝີ​ພາບ​ຍິງ-ຊາຍ​ໃນ​ທົ່ວ​ໂລກ 50-50 ປີ 2030” ແລະ​ການ​ສຳ​ມະ​ນາ​ໃນ​ຫົວ­ຂໍ້ “ແມ່­ຍິງ​ກັບ​ການ​ເປັນ​ສະ­ມາ­ຊິກ​ສະ­ພາ ແຫ່ງ​ຊາດ”, “ຖະ­ແຫຼງ­ການ​ວຽງ​ຈັນ​ການສົ່ງ­ເສີມ​ບົດ­ບາດ​ຍິງ-ຊາຍ ແລະ​ການເປັນ​ຄູ່​ຮ່ວມ​ແມ່­ຍິງ​ອາ​ຊຽນ ເພື່ອ​ສິ່ງ​ແວດລ້ອມ​ແບບ​ຍືນ​ຍົງ”, “ແມ່­ຍິງ​ກັບ​ໂພ ຊະນາ​ການ”, “ແມ່­ຍິງ​ກັບ​ການ​ປ້ອງ​ກັນ​ມະເຮັງ​ປາກ​ມົດ​ລູກ”, ໂດຍ​ແຕ່​ລະ​ຫົວ­ຂໍ້ ຈະ​ມີ​ນັກ​ສຳ​ມະ​ນາ​ກອນ​ມາ​ຈາກ​ຄະ­ນະບໍ­ລິ­ຫານ​ງານ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ ລາວ (ສສຍລ) ແລະ​ຜູ້­ຕາງ­ໜ້າ​ຈາກ​ກະຊວງ​ສາ­ທາ­ລະ­ນະ​ສຸກ, ພ້ອມ​ດ້ວຍ​ກິດ­ຈະ­ກຳ​ອີກ​ຫຼາຍ​ຢ່າງ​ຕື່ມ​ອີກ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...