Homeຂ່າວພາຍ​ໃນກ໋ອຟມິດຕະພາບ ເພື່ອລະດົມທຶນ ເນື່ອງໃນໂອກາດ ວັນແມ່ຍິງສາກົນ ຄົບຮອບ 106 ປີ

ກ໋ອຟມິດຕະພາບ ເພື່ອລະດົມທຶນ ເນື່ອງໃນໂອກາດ ວັນແມ່ຍິງສາກົນ ຄົບຮອບ 106 ປີ

Published on

ຈັດງານແຂ່ງຂັນກ໋ອຟມິດຕະພາບ ເພື່ອລະດົມທຶນ ເນື່ອງໃນໂອກາດ ວັນແມ່ຍິງສາກົນ ຄົບຮອບ 106 ປີ

ບັນດາການນໍາພັກ-ລັດ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ຮ່ວມກັບ ບັນດາກະຊວງ ອົງການຈັດຕັ້ງທາງສັງຄົມ ໄດ້ຈັດງານແຂ່ງຂັນກ໋ອຟມິດຕະພາບການກຸສົນ ເພື່ອລະດົມທຶນເນື່ອງໃນໂອກາດ ວັນແມ່ຍິງສາກົນ ຄົບຮອບ 106 ປີ (08 ມີນາ 1910 – 08 ມີນາ 2016 ) ຊີງຂັນພັນລະຍາປະທານປະເທດແຫ່ງ ສປປ.ລາວ ດຣ.ນາງ ແກ້ວສາຍໃຈ ໄຊຍະສອນ ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 05 ມີນາ 2016 ທີ່ສະໜາມກ໋ອຟ ບ້ານຊໍາເຄ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທ່ານ ດຣ.ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຮອງເຈົ້າຄອງນະຄອນຫຼວງວຽງຈັນ ລັດຖະມົນຕີວ່າການ-ຊ່ອຍວ່າການ ສູນກາງສະຫະພັນແມ່ຍິງລາວ ສະຫະພັນແມ່ຍິງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຈໍານວນຫຼວງຫຼາຍ.

ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ ການຈັດການງານແຂ່ງຂັນກ໋ອຟ ມິດຕະພາບການກຸສົນໃນຄັ້ງນີ້ ແມ່ນເພື່ອລະດົມທຶນຈາກທຸກພາກສ່ວນໃນສັງຄົມ ແລະ ເງິນທຶນທີ່ໄດ້ແມ່ນຈະນໍາໄປປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນວຽກພັດທະນາພື້ນຖານໂຄງລ່າງດ້ານຕ່າງໆພາຍໃນນະຄອນຫຼວງວຽງຈັນ ໃຫ້ມີປະສິດທິຜົນ ນຶ່ງໃນແຜນວຽກຕົ້ນຕໍກໍຄື ປະກອບສ່ວນເຂົ້າໃນຂະບວນການປ້ອງກັນໄຂ້ເລືອດອອກ ແລະ ທໍາລາຍແຫຼ່ງເພາະພັນຍຸງລາຍ ການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດ ຮວມທັງຂະບວນການປ້ອງກັນ ແລະ ຄວບຄຸມການລະບາດພະຍາດຂອງພະຍາດຕ່າງໆທີ່ອາດຈະເກີດຂຶ້ນ ເຊິ່ງປີນີ້ ສປປ.ລາວ ໄດ້ຮັບກຽດເປັນປະທານອາຊຽນ ທັງມີຫຼາຍໆກອງປະຊຸມລະດັບສາກົນ ແລະ ພາກພື້ນຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ຈິ່ງມີຄວາມຈໍາເປັນ ແລະ ຮີບດ່ວນໃນການປຸກລະດົມສັງຄົມໃຫ້ມີສ່ວນຮ່ວມທັງໃນການດ້ານທຶນຮອນ ແລະ ການປ້ອງກັນ-ຄວບຄຸມພະຍາດເປັນວຽກອັນດັບຕົ້ນໆ.

 

ແຫລ່ງຂ່າວຈາກ:  http://www.vtetoday.la/

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...