Homeມູມໄອທີລາວເກມ Badland ແຈກຟຣີເວລາຈຳກັດ ສະເພາະ Windows Phone ເທົ່ານັ້ນ!!

ເກມ Badland ແຈກຟຣີເວລາຈຳກັດ ສະເພາະ Windows Phone ເທົ່ານັ້ນ!!

Published on

Frogmind ຮ່ວມກັບ myAppFree ແຈກເກມ Badland ເຊິ່ງເປັນເກມແນວຜະຈົນໄພ Arcade & Action ເທິງມືຖືທີ່ໄດ້ຮັບຄວາມນິຍົມສູງທັງລະບົບ Android ແລະ iOS ອີກທັງຍັງໄດ້ຮັບລາງວັນຈາກເວັັບໄຊຢ່າງຫຼວງຫຼາຍ.

image

ຈຸດເດັ່ນຂອງເກມຜະຈົນໄພເທິງເກາະນີ້ ຄືຄວາມສວຍງາມຂອງກຣາບຟິກທີ່ແປກຕາ  ການຜະຈົົນໄພຂອງເກມນີ້ຈະຕ້ອງຜ່ານດ່ານໄປເລື້ອຍໆ ຜ່ານປ່າດົງດິບ, ຜ່ານປ່າໄມ້ນາໆຊະນິດ, ເຊິ່ງເກມດັ່ງກ່າວຈະໃຫ້ຄວາມຮູ້ສຶກຄ້າຍໆກັບໂລກຂອງນິຍາຍແລະອະນິເມະກໍເວົ້າໄດ້ ເຊິ່ງຜູ້ຫຼິ້ນຈະຕ້ອງຫາທາງແກ້ໄຂປິດສະໜາ ຫຼົບຫຼີກອຸປະສັກໄປເລື້ອຍໆ ແລະຄວາມຍາກເອງກໍຈະເພີ່ມຂຶ້ນເລື້ອຍໆຄືກັນ.

image

ອີງທັງເກມນີ້ຍັງໃຫ້ເຮົາສາມາດຫຼິ້ນແບບອ໋ອບລາຍກັບໝູ່ໄດ້ເຖິງ 4 ຄົນດ້ວຍກັນ ແຕ່ວ່າຈະເປັນໂໝດແບບ Survival ຄືເປັນການເອົາຊີວິດລອດໃຫ້ໄດ້ ໂດຍທີ່ບໍ່ມີກົດເກນໃດໆທັງນັ້ນ

image

ໃຜທີ່ສົົນໃຈສາມາດດາວໂຫຼດໄດ້ເລີຍ

Badland ສຳລັບ Windows Phone

*ໝາຍເຫດ: ຖ້າຫາກໃຜບໍ່ສາມາດໂຫຼດໄດ້ໃຫ້ປ່ຽນປະເທດເປັນ ສະຫະລັດອາເມຣິກາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...