spot_img
Homeຂ່າວຕ່າງປະເທດຈີນເຜີຍ​ຮ່າງຍຸດທະສາດດ້ານ​ເສດ​ຖະກິດ ແລະ ສັງຄົມ​ສະບັບ​ໃໝ່

ຈີນເຜີຍ​ຮ່າງຍຸດທະສາດດ້ານ​ເສດ​ຖະກິດ ແລະ ສັງຄົມ​ສະບັບ​ໃໝ່

Published on

ເມື່ອບໍ່ດົນມານີ້ ລັ​ດຖະບານສປ ຈີນ ໄດ້​ເປີດ​ເຜີຍ​ຮ່າງ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ​ຂອງ​ປະ​ເທດ​ພາຍ​ໃນ​ໄລຍະ​ເວລາ 5 ປີ​ລະ​ຫວ່າງ​ປີ 2016-2020 ຕໍ່​ທີ່​ປະຊຸມ​ຂອງ​ສະພາ​ທີ່​ປຶກສາ​ປະຊາຊົນ​ແຫ່ງ​ຊາດ
(​ເອັນ​ພີ​ຊີ) ຊຶ່ງ​ມີ​ປະ​ເດັນ​ສຳຄັນ​ຄື​ດັ່ງ​ຕໍ່​ໄປ​ນີ້.

ກະ​ຕຸ້ນ​ໃຫ້​ຕົວ​ເລກ​ຜະລິດ​ຕະພັນ​ພາຍ​ໃນ(ຈີ​ດີ​ພີ)ທີ່​ມີ​ມູນ​ຄ່າ​ຫຼາຍ​ທີ່​ສຸດ​ເປັນອັນ​ດັບ​ສອງ​ຂອງ​ໂລກ​ຮອງ​ຈາກ​ອາ​ເມ​ລິ​ກາ ​ແລະ ​ເປັນອັນດັບ 1 ຂອງ​ອາຊີ ​ໃຫ້​ເຕີບ​ໂຕ​ຢ່າງ​ໜ້ອຍ 6,5%-7% ພາຍ​ໃນ​ໄລຍະ​ເວລາ 5 ປີ ຫຼື​ຄິດ​ເປັນ​ມູນ​ຄ່າ​ທີ່​​ເພີ່ມ​ຂຶ້ນ​ຈາກ 67,7 ພັນ​ຕື້​ຢວນ​ໃນ​ປີ​ທີ່​ຜ່ານ​ມາ​ເປັນ​ຫຼາຍ​ກວ່າ 92,7 ພັນ​ຕື້​ຢວນພາຍ​ໃນ​ປີ 2020, ສົ່ງ​ເສີມ​ການ​ລົງທຶນ​ໃນ​ຂະ​ແໜງ​ບໍລິການ ​ເພື່ອ​ໃຫ້​ຜົນ​ປະກອບ​ການ​ມີ​ອັດຕາ​ສ່ວນ​ໃນ​ຈີ​ດີ​ພີ​ເພີ່ມ​ຂຶ້ນ​ຈາກ 50,5% ​ໃນ​ປີ 2015 ​ເປັນ 56% ​ໃນ​ປີ 2020, ການ​ຄວບ​ຄຸມ​ປະລິມານ​ການ​ບໍລິ​ໂພ​ກຖ່ານ​ຫີນ​ໃນ​ປະ​ເທດ​ໃຫ້​ຕໍ່າ​ກວ່າ 5 ຕື້​ໂຕນ​ພາຍ​ໃນ​ປີ 2020 ຈາກ​ເດີມ 4,3 ຕື້​ໂຕນ​ໃນ​ປີ​ທີ່​ຜ່ານ​ມາ, ຫຼຸດ​ການ​ໃຊ້​ພະລັງງານ​ຟອສຊິນ​ເພື່ອ​ຄວບ​ຄຸມ​ປະລິມານ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ໄດ້​ສູງ​ສຸດ​ຈາກ​ລະດັບ 15% ຕໍ່​ຫົວ​ປະຊາກອນ ​ໃນ​ປີ 2015 ​ເປັນ 18%​ ໃນ​ປີ 2020, ຢ່າງ​ໜ້ອຍ 80% ຂອງ​ເມືອງ​ທຸກ​ແຫ່ງ​ໃນ​ຈີນ​ຕ້ອງ​ຮັກສາ​ຄຸນ​ນະພາ​ບອາກາດ​ໃຫ້​ຢູ່​ລະດັບ​ດີ​ຫຼື​ຫຼາຍ​ກວ່າ​ນັ້ນ​ພາຍ​ໃນ​ປີ 2020 ທຽບ​ກັບ 6,7% ຈາກ​ສະຖິຕິ​ໃນ​ປີ​ທີ່​ຜ່ານ​ມາ, ​ເພີ່ມ​ກຳລັງ​ການ​ຜະລິດ​ໄຟຟ້າ​ຂອງ​ເຕົາ​ປະຕິ​ກອນ​ນິວ​ເຄລຍ​ເປັນ 58 ກິ​ກະ​ວັດ​ພາຍ​ໃນ​ປີ 2020 ຈາກ​ປະຈຸ​ບັນ 28,3 ກິ​ກະ​ວັດ, ສົ່ງ​ເສີມ​ໃຫ້​ຄົວ​ເຮືອນ​ມີ​ລາຍ​ໄດ້​ສຸທິ​ຫຼັງ​ຈາກ​ຫັກ​ຄ່າ​ພາສີ​ເພີ່ມ​ຂຶ້ນ​ທຸກ​ປີ​ຢ່າງ​ໜ້ອຍ 6,5%, ສ້າງ​ວຽກ​ເຮັດ​ໃໝ່​ໃຫ້​ໄດ້ 50 ລ້ານ​ຄົນພາຍ​ໃນ​ປີ 2020.

ຈຳນວນ​ຜູ້​ຢູ່​ອາ​ໄສ​ໃນ​ເມືອງ​ໃຫຍ່​ຄວນ​ມີ​ອັດຕາ​ສ່ວນ​ຄິດ​ເປັນ 60% ຂອງ​ປະຊາກອນ​ທັງ​ປະ​ເທດ​ໃນ​ປີ 2020 ​ເພີ່ມ​ຂຶ້ນ​ຈາກ 56,1% ​ໃນ​ປີ​ທີ່​ຜ່ານ​ມາ ຂະນະ​ທີ່​ອັດຕາ​ສ່ວນ​ຂອງ​ປະຊາກອນ​ມີ​ທະບຽນ​ເຮືອນ​ຢູ່​ໃນ​ເມືອງ​ໃຫຍ່ຄວນ​ເພີ່ມ​ເປັນ 45% ຂອງ​ປະຊາກອນ​ທົ່ວ​ປະ​ເທດ, ຄາດ​ວ່າ​ປະຊາກອນ​ຈີນ​ຈະ​ເພີ່ມ​ຂຶ້ນ​ເປັນ 45 ລ້ານ​ຄົນ​ພາຍ​ໃນ​ປີ 2020 ຫຼື​ຈະ​ມີ​ປະຊາກອນ​ລວມທັງ​ໝົດ 1.420 ລ້ານ​ຄົນ(ຕາມ​ຂ່າວ​ຕ່າງປະ​ເທດ).

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...